ຄວາມຕ້ອງການໄຟຟ້າພາຍໃນຈະເພີ່ມຂຶ້ນອີກ 1.800ເມກາວັດ

190

ປີ 2019 ການຊົມໃຊ້ໄຟຟ້າພາຍໃນປະເທດ ມີພຽງແຕ່ 1.222 ເມກາວັດ. ຢ່າງໃດກໍຕາມ, ກະຊວງພະລັງງານ ແລະ ບໍ່ແຮ່ ປະເມີນວ່າແຕ່ປີ 2020 – 2025 ຄາດວ່າຈະມີ ຄວາມຕ້ອງການອີກ 1.800 ເມກາວັດ. ໃນນັ້ນ, ຄວາມຕ້ອງການຫຼາຍກວ່າໝູ່ແມ່ນພາກເໜືອຮອງລົງມາແມ່ນພາກກາງ.

ທ່ານ ຄຳມະນີ ອິນທິລາດ ລັດຖະມົນຕີກະຊວງພະລັງງານ ແລະ ບໍ່ແຮ່ ໃຫ້ສຳພາດຕໍ່ສື່ມວນຊົນໃນໂອກາດເຂົ້າຮ່ວມກອງປະຊຸມລັດຖະບານເປີດກວ້າງ ຄັ້ງທີ 2 ປີ 2019 ວ່າ: ການພັດທະນາດ້ານພະລັງງານໄຟຟ້າໄດ້ຖືເປັນວຽກງານບຸລິມະສິດໜຶ່ງຂອງລັດຖະບານ ເຫັນໄດ້ວ່າຜົນຜະລິດພະລັງງານໄຟຟ້າ ໄດ້ກວມເອົາ 10,8% ຂອງ GDP ໃນປີ 2018 ແລະ ຄາດວ່າຈະຮັກສາການເຕີບໂຕໃນລະດັບດຽວກັນ ໃນປີ 2019, ສິ່ງດັ່ງກ່າວ ສະແດງເຖິງການປະກອບສ່ວນຢ່າງຕັ້ງໜ້າ ເຂົ້າໃນແຜນພັດທະນາເສດຖະກິດ – ສັງຄົມແຫ່ງຊາດ.

ເພື່ອໃຫ້ທຸກພາກສ່ວນເສດຖະກິດສາມາດເຂົ້າເຖິງໄຟຟ້າພຽງພໍໃນລາຄາສົມເຫດສົມຜົນໃນຂອບເຂດທົ່ວປະເທດ ເປັນຕົ້ນອັດຕາການຊົມໃຊ້ໄຟຟ້າຂອງພໍ່ແມ່ປະຊາຊົນ ໃຫ້ບັນລຸ 98% ໃນຂອບເຂດທົ່ວປະເທດ ໃນປີ 2020. ພ້ອມນັ້ນ, ກໍເອົາໃຈໃສ່ສ້າງແຜນພັດທະນາທີ່ມີລັກສະນະເຊື່ອມສານຢ່າງກົມກຽວກັບຫຼາຍຂະແໜງການ ( ກະຊວງອຸດສາຫະກໍາ ແລະ ການຄ້າ, ກະຊວງການເງິນ… )

ເພື່ອກໍານົດຄວາມຕ້ອງການພາຍໃນໃຫ້ຊັດເຈນ ເຊັ່ນ: ການຊົມໃຊ້ໄຟຟ້າໃນເຂດເສດຖະກິດພິເສດ, ເສດຖະກິດສະເພາະ, ເຂດອຸດສາຫະກໍາ, ບັນດາໜໍ່ແໜງອຸດສາຫະກໍາໜັກ, ອຸດສາຫະກໍາປຸງແຕ່ງຕ່າງໆທີ່ເກີດຂຶ້ນຢູ່ແຕ່ລະແຂວງໃນຊຸມປີຕໍ່ໜ້ານີ້, ຄາດຄະເນແຜນການຂະຫຍາຍຕະຫຼາດໄຟຟ້າຢູ່ພາຍໃນຈາກປີ 2020 – 2025 ຈະມີຄວາມຕ້ອງການໄຟຟ້າເພີ່ມຂຶ້ນເຖິງ 1.800 ເມກາວັດ, ປັດຈຸບັນນີ້ການຊົມໃຊ້ພາຍໃນປະເທດປີ 2019 ມີພຽງແຕ່ 1.222 ເມກາວັດ. ແບ່ງຄວາມຕ້ອງການການຊົມໃຊ້ພະລັງງານໄຟຟ້າອອກເປັນ 3 ພາກ ດັ່ງນີ້: ພາກເໜືອ ປະມານ 1.050 ເມກາວັດ, ພາກກາງ 500 ເມກາວັດ, ພາກໃຕ້ 250 ເມກາວັດ. ສັງລວມຮອດປີ 2025 ຈະສາມາດຂະຫຍາຍຕະຫຼາດຈໍາໜ່າຍໄຟຟ້າພາຍໃນປະເທດໄດ້ຫຼາຍກວ່າ 3.000 ເມກາວັດ.

ສ່ວນແຜນການຂະຫຍາຍຕະຫຼາດໄຟຟ້າໄປຕ່າງປະເທດໃນໄລຍະຜ່ານມາ ໄດ້ມີບົດບັນທຶກຄວາມເຂົ້າໃຈໃນການຮ່ວມມືພັດທະນາພະລັງງານໄຟຟ້າກັບປະເທດເພື່ອນບ້ານ ເຊັ່ນ: ຫວຽດນາມ, ໄທ, ກໍາປູເຈຍ, ໃນລະດັບ 5.000; 9.000; 6.000 ເມກາວັດ ຕາມລໍາດັບ ໂດຍສືບຕໍ່ປະຕິບັດນະໂຍບາຍແລກປ່ຽນພະລັງງານທີ່ນໍາຜົນປະໂຫຍດສູງສຸດໃຫ້ແກ່ປະເທດຊາດ, ພວກເຮົາໄດ້ດໍາເນີນການເຈລະຈາກັບຄູ່ຮ່ວມພັດທະນາທາງດ້ານກົນໄກຮ່ວມມືຈົນກ້າວໄປເຖິງການເຊັນສັນຍາຊື້ – ຂາຍໄຟຟ້າ ( PPA ) ຢ່າງເປັນຮູບປະທໍາດ້ວຍລາຄາທີ່ເໝາະສົມຕາມທ່າແຮງໄດ້ປຽບດ້ານການພັດທະນາພະລັງງານຂອງປະເທດເຮົາ.