ສິ່ງໃດທີ່ຖ່ວງດຶງການພັດທະນາ ຕ້ອງເລັ່ງແກ້ໄຂ!

0
284

ທ່ານ ສອນໄຊ ສີພັນດອນ ຮອງນາຍົກລັດຖະມົນຕີ, ລັດຖະມົນຕີ ກະຊວງແຜນການ ແລະ ການລົງທຶນ ໄດ້ເນັ້ນເຖິງບັນດາຈຸດອ່ອນຂໍ້ຄົງຄ້າງຫຼາຍດ້ານ ເປັນຕົ້ນການຈັດສັນໂຄງການ, ການແກ້ໄຂໜີ້ສິນ, ການແກ້ໄຂຜົນການກວດສອບ, ການອໍານວຍ ຄວາມສະດວກໃນການດຶງດູດການລົງທຶນ, ການຈັດຕັ້ງປະຕິບັດການບໍລິການລົງທຶນປະຕູດຽວ ແລະ ບັນຫາອື່ນໆທີ່ບັນດາພາກສ່ວນກ່ຽວຂ້ອງຕ້ອງເອົາໃຈໃສ່ແກ້ໄຂ ເພື່ອກ້າວໄປສູ່ການຫັນປ່ຽນໃໝ່ ແລະ ຄຸນນະພາບໃໝ່.

ໄລຍະ 9 ເດືອນ ປີ 2019 ລັດຖະບານໄດ້ອະນຸມັດໃຫ້ພາກເອກະຊົນທັງພາຍໃນ ແລະ ຕ່າງປະເທດ ລົງທຶນຈຳນວນ 37 ໂຄງການ ມີທຶນຈົດທະບຽນຫຼາຍກວ່າ 2 ຕື້ໂດລາ ແລະ ໄດ້ຂຶ້ນທະບຽນວິສາຫະກິດຂອງຂະແໜງອຸດສາຫະກຳ ແລະ ການຄ້າຫຼາຍກວ່າ 10 ພັນຫົວໜ່ວຍ.

ທ່ານ ນາງ ຄໍາຈັນ ວົງແສນບຸນ ຮອງລັດຖະມົນຕີ ກະຊວງແຜນການ ແລະ ການລົງທຶນ ກ່າວໃນກອງປະຊຸມວຽກງານແຜນການ ແລະ ການລົງທຶນ ປະຈຳປີ 2019 ເມື່ອກາງເດືອນທັນວາຜ່ານມາວ່າ: ໄລຍະ 9 ເດືອນ 2019 ຜ່ານມາ ລັດໄດ້ອະນຸມັດໃຫ້ພາກເອກະຊົນທັງພາຍໃນ ແລະ ຕ່າງປະເທດ ລົງທຶນ 37 ໂຄງການ ມີທຶນຫຼາຍກວ່າ 7 ຕື້ໂດລາສະຫະລັດ ແລະ ທຶນຈົດທະບຽນຫຼາຍກວ່າ 2 ຕື້ໂດລາສະຫະລັດ ( ສະເພາະສູນກາງອະນຸມັດ ) ແລະ ຕົວເລກການນໍາເຂົ້າທຶນຜ່ານລະບົບທະນາຄານ 6 ເດືອນ ປີ 2019 ມີຈໍານວນ ປະມານ 223 ລ້ານໂດລາສະຫະລັດ.

ນອກນັ້ນ, ຍັງໄດ້ຂຶ້ນທະບຽນວິສາຫະກິດຂອງຂະແໜງອຸດສາຫະກຳ ແລະ ການຄ້າ ຈຳນວນ 10.200 ຫົວໜ່ວຍ ມີທຶນຫຼາຍກວ່າ 74.787 ຕື້ກີບ ຫຼື ເທົ່າກັບ 9 ກວ່າຕື້ໂດລາສະຫະລັດ.

ສໍາລັບການລົງທຶນໃນເຂດເສດຖະກິດພິເສດ ຈຳນວນ 12 ເຂດ ສາມາດປະຕິບັດໄດ້ 12.473 ເຮັກຕາ ໃນເນື້ອທີ່ທັງໝົດ 29.458 ເຮັກຕາ ແລະ ມີບໍລິສັດເຂົ້າມາລົງທຶນ 114 ບໍລິສັດ ທີ່ມາຈາກ ສປ ຈີນ, ໄທ, ຍີ່ປຸ່ນ ແລະ ປະເທດອື່ນໆ ແລະ ລົງທຶນແລ້ວ 1,06 ຕື້ກວ່າໂດລາສະຫະລັດ. ໃນນັ້ນ, ລົງທຶນຫຼາຍ ກວ່າໝູ່ແມ່ນເຂດສາມຫຼ່ຽມຄໍາ, ເຂດບໍ່ເຕ່ນແດນງາມ, ເຂດກວມລວມໄຊເສດຖາ ແລະ ເຂດບຶງທາດຫຼວງ. ສາມາດສ້າງວຽກເຮັດງານທໍາ ທັງໝົດ 8.094 ຄົນ. ໃນນັ້ນ, ແຮງານລາວ 1.862 ຄົນ ກວມເອົາ 23%.

LEAVE A REPLY

Please enter your comment!
Please enter your name here