ເຂົ້າໜົມບຣາວນີ້ຖົ່ວແດງ

113

 

ມື້ນີ້ເປັນຂອງຫວານແບບອາຫານຄຣີນ ແຕ່ຮັບຮອງວ່າຖືກໃຈສາຍຫວານທີ່ຢາກຮັກສາສຸຂະພາບນໍາ ແຖມວິທີການເຮັດກໍງ່າຍໆ ແລະ ບໍ່ຫຍຸ້ງຍາກອີກດ້ວຍ.

ສ່ວນປະສົມ:

1 ຖົ່ວແດງ 1+1/2 ຖ້ວບ.

2 ເຂົ້າໂອ໊ດບົດ 1 ຖ້ວຍ.

3 ນໍ້າເຜິ້ງ 1/3 ຖ້ວຍ.

4 ນໍ້າມັນພືດ 1/4 ຖ້ວຍ.

5 ຜົງຟູ 1 ບ່ວງກາເຟ.

6 ກິ່ນວານິລາ 2 ບ່ວງກາເຟ.

7 ຜົງໂກໂກ້ 1 ຖ້ວຍ.

8 ນົມຈືດ 1/2 ຖ້ວຍ.

9 ຖົ່ວແດງ ແລະ ຊ໋ອກໂກແລັດຊິບສໍາລັບໂຮຍໜ້າ.

ວິທີປຸງແຕ່ງ:

ນໍາສ່ວນປະສົມທຸກຢ່າງໃສ່ໂຖປັ່ນໆໃຫ້ລະອຽດຈົນເປັນເນື້ອດຽວແລ້ວຖອກໃສ່ຖາດທີ່ຮອງດ້ວຍເຈ້ຍໄຂ ພ້ອມທັງໂຮງໜ້າດ້ວຍຖົ່ວແດງ ແລະ ຊ໋ອກໂກແລັດຊິບ.

ເມື່ອຮຽບຮ້ອຍແລ້ວກໍນໍາເຂົ້າເຕົາອົບດ້ວຍຄວາມຮ້ອນ 180 ອົງສາ ອົບປະມານ 30 ນາທີ ເມື່ອບຣາວນີສຸກແລ້ວກໍນໍາອອກມາຕັດ ແລະ ຈັດໃສ່ຈານພ້ອມເສີບ.

ຂໍ້ມູນຈາກ: Cooking.com

ຮຽບຮຽງ: ນຸ້ມນິ້ມ.