ອວດໂສມລົດເບັນ ຈີແອວເອ 2021 ຄາດວາງຂາຍທີ່ອັງກິດປີນີ້

208

ນິວ ເມີເຊເດສເບັນ ຈີ   ແອວເອ 2021 ( New Mer-cedes – Benz GLA 2021 ) ໄດ້ຮັບການອອກແບບໃໝ່ຕັ້ງແຕ່ໂຄງສ້າງ ໂດຍຂະໜາດ ຄວາມຍາວຂອງຕົວລົດຫຼຸດລົງ 14 ມິນລີແມັດ ແລະ ແຄບລົງ 2 ມິນລີແມັດ ແຕ່ສູງກວ່າລຸ້ນເກົ່າ 104 ມິນລີແມັດ ແລະ ຖານລໍ້ຍາວຂຶ້ນ 28 ມິນລີແມັດ.

ພາຍໃນຫ້ອງໂດຍສານຄືກັບ Mercedes – Benz ລຸ້ນອື່ນໆ ທີ່ແຜງໜ້າປັດພ້ອມຈໍສະແດງຜົນແບບດິຈິຕອລ ສໍາລັບເຄື່ອງມື ແລະ ຟັງຊັນລະບົບສາລະບັນເທີງ ພ້ອມເນັ້ນຄວາມເປັນລົດຄອດໂອເວີຫຼາຍຂຶ້ນ ໂດຍຍົກເບາະໜ້າໃຫ້ສູງກວ່າ A – Class 140 ມິນລີແມັດ ຫຼັງຄາດ້ານໜ້າ ກວ້າງຂຶ້ນ 22 ມິນລີແມັດ ແຕ່ດ້ານຫຼັງຫຼຸດລົງ 6 ມິນລີແມັດ, ສ່ວນເບາະຫຼັງສາມາດປັບໄດ້ 40:20:40 ແຍກພັບໄດ້ ຫຼື ຕັ້ງຊັນຂຶ້ນເພື່ອໃຫ້ມີພື້ນທີ່ວ່າງດ້ານຫຼັງຫຼາຍຂຶ້ນ.

ສ່ວນຄວາມປອດໄພຂອງລະບົບຊ່ວຍເຫຼືອການຂັບຂີ່ທັງຟັງຊັ້ນການປ່ຽນເສັ້ນທາງ, ຟັງຊັນແຈ້ງເຕືອນເມືອເຂົ້າໃກ້ຜູ້ຂີ່ລົດຈັກ, ລົດຖີບ ແລະ ພາຫະນະອື່ນ, ລະບົບຊ່ວຍເບຣກ Active Brake Assist ເພື່ອຫຼີກລຽງການຕໍາ ຫຼື ຫຼຸດຄວາມແຮງຂອງອຸບັດເຫດ.

ສ່ວນເຄື່ອງຈັກ GLA 250 ຈະເປັນລະບົບເຄື່ອນລໍ້ໜ້າເຄື່ອງຈັກແອັດຊັງ 2.0 ລິດ ເທີໂບຊາສ ໃຫ້ກໍາລັງຫຼາຍສຸດ 221 ແຮງມ້າ ແລະ ແຮງບິດ 350 ນິວຕັນແມັດ ສົ່ງກໍາລັງໄປຍັງເພົາໜ້າຜ່ານເກຍອັດຕະໂນມັດ 8 ສະປີດ ເຂົ້າເຖິງຄວາມໄວ 96 ກິໂລແມັດຕໍ່ຊົ່ວໂມງ ໄດ້ໃນເວລາ 8,6 ວິນາທີ ເຊິ່ງສາມາດອັບເກຣດເປັນລະບົບຂັບເຄື່ອນ 4 ລໍ້ ໄດ້ສໍາລັບລຸ້ນ GLA 250 4Matic.

ຢ່າງໃດກໍຕາມ, Mer-cedes – Benz GLA ຈະເປີດໂຕພ້ອມລຸ້ນ GLA 200 ທີ່ໃຊ້ຂັບເຄື່ອນລໍ້ໜ້າລະດັບເລີ່ມຕົ້ນມາພ້ອມເຄື່ອງຈັກແອັດຊັງ 4 ສູບຂະໜາດ 1,33 ລິດເທີໂບ ໃຫ້ກໍາລັງສູງສຸດ 161 ແຮງມ້າ ແລະ ແຮງບິດ 250 ນິວຕັນແມັດ ຈັບຄູ່ກັບເກຍອັດຕະໂນມັດ 7 ສະປີດ.

ນອກນີ້, ອາດມີຕົວເລືອກເພີ່ມຕື່ມສໍາລັບລຸ້ນທີ່ໃຊ້ເຄື່ອງຈັກກາຊວນ ເຊິ່ງ Mercedes – Benz GLA ມີກໍານົດຂາຍໃນອັງກິດໃນໄລຍະໄຕມາດ 2 ຂອງປີ 2020.

ຂໍ້ມູນຈາກ: kapook