ແຈກສູດເຮັດເຂົ້າໜົມຮັງເຜິ້ງ ງ່າຍໆ ຫອມແຊບ

194

ຫຼາຍຄົນຄົງເຄຍກິນ ແລະ ມັກກິນ ເຂົ້າໜົມຮັງເຜີ້ງ ທີ່ມີລົດຊາດຫວານ ຫອມ ແຊບ ຊວນໃຫ້ໜ້າຮັບປະທານເມື່ອໄດ້ກິ່ນ ເຊິ່ງປັດຈຸບັນກໍໄດ້ມີຫຼາຍໆສູດໃນຂັ້ນຕອນການເຮັດ ໂດຍການປະສົມ ຫຼື ເພີ່ມສິ່ງທີ່ເຮົາມັກຕ້ອງການໃສ່ໄດ້ຕາມໃຈ…

ແລະ ມື້ນີ້ເອົາໃຈຄົນທີ່ມັກເຮັດເຂົ້າໜົມຮັງເຜິ້ງ ຫຼື ຄິດຢາກຈະເຮັດກິນເອງມາຝາກກັນ ເລີ່ມຈາກ ກຽມສ່ວນປະສົມ: ຄືແປ້ງຖົ່ວເຫຼືອງ 2+1/2 ຖ້ວຍ, ນົມຖົ່ວເຫຼືອງ 1 ຖ້ວຍ, ນໍາມັນຖົ່ວເຫຼືອງ 1/2 ຖ້ວຍ, ໄຂ່ແດງຕີພໍແຕກ (ຂະໜາດກາງ) 5 ໜ່ວຍ, ເກືອໄອໂອດິນ 1/2 ບ່ວງກາເຟ, ວະນິລາ 2 ບ່ວງກາເຟ, ໄຂ່ຂາວ (ຂະໜາດກາງ) 5 ໜ່ວຍ ແລະ ນໍ້າຕານບໍ່ຟອກສີ 3/4 ຖ້ວຍ.

ກຽມແລ້ວກໍເລີ່ມເຮັດເລີຍ

1 ປະສົມແປ້ງຖົ່ວເຫຼືອງ ນົມຖົ່ວເຫຼືອງ ແລະ ເກືອ ຄົນໃຫ້ເຂົ້າກັນ ແລ້ວຄ່ອຍໆເທນໍ້າມັນປະສົມໃຫ້ທົ່ວ ເປັນເນື້ອລະອຽດ ຢ່າໃຫ້ແປ້ງເປັນເມັດ

2 ຕີໄຂ່ຂາວໃຫ້ຂຶ້ນຟູແຂງ ຄ່ອຍໆໂຮຍນຊ້າຕານໃສ່ເທື່ອລະໜ້ອຍຈົນໝົດ

3 ເທສ່ວນປະສົມຂໍ້ທີ່ 1 ລົງໃນສ່ວນປະສົມຂໍ້ທີ 2 ແລ້ວຄົນໄປທາງດຽວກັນຄ່ອຍໆ ໃຫ້ເຂົ້າກັນ.

4 ຕັກຢອດໃສ່ພິມຂະໜົມຮັງເຜິ້ງ ແລ້ວກໍເລັ່ງໄຟຈົນເຂົ້າໜົມສຸກ ກໍສາມາດນໍາອອກມາ ປະໃຫ້ເຊົາຮ້ອນ ກໍສາມາດຮັບປະທານໄດ້ເລີຍ.