ນັກອານຸລັກສິ່ງແວດລ້ອມຄົ້ນພົບດອກບົວໃຫຍ່ທີ່ສຸດໃນໂລກ ໃນປ່າປະເທດອິນໂດເນເຊຍ

85

ທີມນັກອະນຸລັກສິ່ງແວດລ້ອມອິນໂດເນເຊຍ ເປີດເຜີຍການຄົ້ນພົບຂອງດອກຣາຟເຟຼເຊຍ ຕວນ-ມີແດ ຫຼື ດອກບົວຜຸດ ຂະໜາດໃຫຍ່ທີ່ສຸດໃນໂລກ ເທົ່າທີ່ເຄີຍຄົ້ນພົບໃນປ່າເລິກເທິງເກາະສຸມາຕຣາ ທາງພາກຕາເວັນຕົກໄກຂອງປະເທດ.

ສຳນັກຂ່າວເອເອັຟພີລາຍງານຈາກເມືອງປາດັງ ປະເທດອິນໂດເນເຊຍ ເມື່ອວັນສຸກ ທີ 3 ມັງກອນ ວ່າ ດອກບົວຜຸດສີແດງສົ້ມ ແລະ ສີບົວສົດໃສ ມີລາຍຈຸດໆຈຸດສີຂາວທົ່ວກີບດອກ ມີເສັ້ນຜ່າສູນກາງ 111 ຊັງຕີແມັດ ພົບໃນປ່າເຂດອະນຸລັກທຳມະຊາດມານິນຈາ ເມືອງອາກຳ ແຂວງສຸມາຕຣາຕາເວັນຕົກ ໂດຍຂະໜາດຂອງດອກບົວດັ່ງກ່າວໄດ້ທຳລາຍສະຖິຕິຂອງດອກບົວຜຸດອີກດອກໜຶ່ງກ່ອນໜ້ານີ້ ທີ່ເຄີຍພົບມີເສັ້ນຜ່າສູນກາງ 107 ຊັງຕີແມັດ ທີ່ພົບໃນປ່າອີກແຫ່ງຂອງແຂວງສຸມາຕຣາຕາເວັນຕົກ ເຊັ່ນກັນ ເມືອຫຼາຍປີກ່ອນ.

ທ່ານອາດີ ປຸຕຣາ ເຈົ້າໜ້າທີ່ສຳນັກງານອະນຸລັກປ່າອາກຳ ເປີດເຜີຍວ່າ ດອກຣາຟເຟຼເຊຍ ຕວນ-ມີແດ (Rafflesia Tuan-Mudae) ດອກນີ້ ມີຂະໜາດໃຫຍ່ທີ່ສຸດໃນໂລກ ເທົ່າທີ່ເຄີຍມີການຄົນພົບ ແລະ ບັນທຶກເປັນຫຼັກຖານ ວ່າ ດອກໄມ້ຊະນິດນີ້ ຈະເບີກບານ ປະມານ 1 ອາທິດ ແລະ ຫຼັງຈາກນັ້ນກໍ່ຈະແຫ່ວແຫ້ງ ແລະ ເນົ່າເປື່ອຍໄປຕາມທຳມະຊາດ.

ຊື່ພາສາອັງກິດຂອງດອກໄມ້ຊະນິດນີ້ ໄດ້ຕັ້ງຂຶ້ນເພື່ອເປັນກຽດຕິຍົດຕາມ Sir. Stamford Raffles ຜູ້ປົກຄອງອານານິຄົມອັງກິດ ທີ່ເຄີຍພົບເຫັນດອກບົວຜຸດດອກໜຶ່ງ ໃນປ່າເລິກປະເທດອິນໂດເນເຊຍ ເມື່ອຕົ້ນສະຕະວັດທີ 19.

ດອກບົວຜຸດ ເຊິ່ງເປັນໜຶ່ງໃນດອກໄມ້ຂະໜາດໃຫຍ່ທີ່ສຸດໃນໂລກ ເຊິ່ງເຕີບໃຫຍ່ໃນຫຼາຍປະເທດຂອງ ອາຊີຕາເວັນອອກສ່ຽງໃຕ້ ລວມທັງປະເທດຟີລິບປິນ ເຊິ່ງເຄີຍມີຜູ້ພົບເຫັນຢູ່ໃນປ່າ ວັດແທກຂະໜາດເສັ້ນຜ່າສູນກາງ 100 ຊັງຕີແມັດ.

ດອກບົວຜຸດ ເມື່ອເບັ່ງບານ ຈະມີກິ່ນເໝັນຄ້າຍຄືກັບກິ່ນຂອງຊີ້ນເນົ່າ ເພື່ອດຶງດູດແມງໄມ້ ເຮັດໃຫ້ບາງຄັ້ງ ມັນຖືກເອີ້ນວ່າ ດອກຊາກສົບ ຄືກັບສາຍາຂອງຕົ້ນບຸກໃຫຍ່ ໄຕຕັນ ອາຣຳ.