ລອງເລີຍ! ກ້າແກ່ນໝາກຫຸ່ງ ອາທິດດຽວຮາກງອກ ນໍາລົງດິນໄດ້

345

ແອັດເຊື່ອວ່າມີແມ່ບ້ານແມ່ເຮືອນຫຼາຍທ່ານທີ່ມັກໃນເລື່ອງຂອງການປູກຝັງ, ການປູກພືດສວນຄົວຕ່າງໆ ແຕ່ຕ້ອງເສຍເວລາກັບການກ້າເບ້ຍ ຫຼື ເພາະເບ້ຍພືດຜັກຊະນິດຕ່າງໆ ໂດຍສະເພາະຕົ້ນໝາກຫຸ່ງທີ່ອາດໃຊ້ເວລາດົນສົມຄວນ ກ່ວາຈະສາມາດນໍາມາປູກ ຫຼື ກ້າລົງດິນໄດ້ ແຕ່ມື້ນີ້ແອັດມີສູດເດັດມາແນະນໍາກ່ຽວກັບການກ້າແກ່ນໝາກຫຸ່ງໃຫ້ຮາກງອກໄວ ທີ່ໃຊ້ເວລາພຽງ 1ອາທິດກໍ່ສາມາດນໍາມາລົງໜານໄດ້ເລີຍ ເຊິ່ງມີຂັ້ນຕອນດັ່ງນີ້:

ສິ່ງທີ່ຕ້ອງກະກຽມ: ແກ່ນໝາກຫຸ່ງແຫ້ງ, ນໍ້າອຸ່ນ 1ຈອກ, ກ່ອງພລາສຕິກ 1ກ່ອງ ພ້ອມດ້ວຍເຈ້ຍອະນາໄມ(ທີຊູ່)

ວິທີເຮັດ: ນໍາເອົາແກ່ນໝາກຫຸ່ງທີ່ກຽມໄວ້ມາໃສ່ຈອກທີ່ກຽມໄວ້ ແລ້ວຖອກນໍ້າອຸ່ນລົງໄປແຊ່ໄວ້ 1ຄືນ, ຫຼັງຈາກນັ້ນນໍາກ່ອງພລາສຕິກທີ່ກຽມໄວ້ແລ້ວນໍາເຈ້ຍອະນາໄມ(ທີຊູ່)ວາງລົງໃນກ່ອງ 3ແຜ່ນ ໂດຍເຮັດໃຫ້ເຈ້ຍດັ່ງກ່າວຊຸ່ມເລັກນ້ອຍ ແລ້ວນໍາແກ່ນໝາກຫຸ່ງທີ່ແຊ່ນໍ້າອຸ່ນແລ້ວວາງລົງໄປ

ຕໍ່ມານໍາເອົາເຈ້ຍອະນາໄມ 3ແຜ່ນທີ່ຊຸ່ມນໍ້າເລັກນ້ອຍຄືເກົ່າຢອງເທິງແກ່ນໝາກຫຸ່ງອີກເທື່ອໜຶ່ງ

ຫຼັງຈາກນັ້ນປິດຝາກ່ອງພລາສຕິກ ແລ້ວນໍາໄປວາງໄວ້ບ່ອນຮົ່ມປະມານ 1ອາທິດ, ເມື່ອຄົບ 1ອາທິດ ກໍ່ເປີດຝາອອກ ແລ້ວນໍາແກ່ນໝາກຫຸ່ງທີ່ຮາກງອກລົງໄປຊໍາໃນໜານປູກໄດ້ເລີຍ