ສົ່ງເສີມພາກທຸລະກິດ ລັດຍົກເລີກການອອກໃບຢັ້ງຢືນນຳເຂົ້າຊິ້ນສ່ວນພາຫະນະແລ້ວ

366

ແນໃສ່ປັບປຸງບັນດາລະບຽບການ ແລະ ກົນໄກປະສານງານໃນການດຳເນີນທຸລະກິດ ທັງເປັນການອຳນວຍຄວາມສະດວກໃຫ້ແກ່ການນຳເຂົ້າ-ສົ່ງອອກ, ແລະ ການເຄື່ອນຍ້າຍສິນຄ້າ ຢູ່ ສປປ ລາວ ອັນສຳຄັນແມ່ນເພື່ອຫຼຸດຂັ້ນຕອນທີ່ບໍ່ຈໍາເປັນ ໃນການດຳເນີນທຸລະກິດ ໃຫ້ແກ່ພາກທຸລະກິດ, ກະຊວງ ອຸດສາຫະກໍາ ແລະ ການຄ້າ ຈຶ່ງໄດ້ອອກຄໍາສັ່ງຍົກເລີກການອອກໃບຢັ້ງຢືນນໍາເຂົ້າຊີ້ນສ່ວນຍານພາຫະນະ ເພື່ອມາຜະລິດ ແລະ ປະກອບຢູ່ໂຮງງານເປັນທີ່ຮຽບຮ້ອຍແລ້ວ ຈະເລີ່ມມີຜົນຕໍ່ການຈັດຕັ້ງປະຕິບັດໃນໄວໆນີ້.

ຮູບປະກອບຂ່າວ

ເພື່ອຜັນຂະຫຍາຍຄຳສັ່ງຂອງນາຍົກລັດຖະມົນຕີ ວ່າດ້ວຍການປັບປຸງບັນດາລະບຽບການ ແລະ ກົນໄກປະສານງານໃນການດຳເນີນທຸລະກິດຢູ່ ສປປ ລາວ ສະບັບເລກທີ 02/ນຍ, ລົງວັນທີ 01 ກຸມພາ 2018 ແລະ ຄໍາສັ່ງຂອງນາຍົກລັດຖະມົນຕີ ວ່າດ້ວຍ ການອຳນວຍຄວາມສະດວກໃຫ້ແກ່ການນຳເຂົ້າ-ສົ່ງອອກ, ການນຳເຂົ້າຊົ່ວຄາວ, ການຜ່ານແດນ ແລະ ການເຄື່ອນຍ້າຍສິນ ຄ້າ ຢູ່ ສປປ ລາວ ສະບັບເລກທີ 12/ນຍ, ລົງວັນທີ 16 ຕຸລາ 2019 ໃຫ້ປະກົດຜົນເປັນຈິງ ໃນການປັບປຸງຫຼຸດຂັ້ນຕອນທີ່ບໍ່ຈໍາເປັນ ເພື່ອຄວາມສະດວກໃນການດຳເນີນທຸລະກິດ ໃຫ້ແກ່ພາກທຸລະກິດ , ການຄ້າ ແລະ ການລົງທຶນ ຕາມເງື່ອນໄຂໃໝ່ໃນການດໍາເນີນທຸລະກິດ ຢູ່ ສປປ ລາວ. ດັ່ງນັ້ນ, ກະຊວງ ອຸດສາຫະກໍາ ແລະ ການຄ້າ ຈຶ່ງໄດ້ອອກຄໍາສັ່ງເລກທີ 1848/ອຄ.ກອຫ ວັນທີ 26 ທັນວາ 2019 ກ່ຽວກັບການຍົກເລີກ ການອອກໃບຢັ້ງຢືນນໍາເຂົ້າຊີ້ນສ່ວນຍານພາຫະນະ ເພື່ອມາຜະລິດ ແລະ ປະກອບຢູ່ໂຮງງານ.

ອີງຕາມການຈັດຕັ້ງປະຕິບັດຜ່ານມາ ການນໍາເຂົ້າຊີ້ນສ່ວນຍານພາຫະນະ ແມ່ນຕ້ອງໄດ້ຂໍໃບຢັ້ງຢືນນໍາເຂົ້ານໍາກົມອຸດສາຫະກໍາ ແລະ ຫັດຖະກໍາ, ກະຊວງອຸດສາຫະກໍາ ແລະ ການຄ້າ ເຮັດໃຫ້ເພີ່ມຂັ້ນຂອດໃນການປະກອບເອກະສານຕໍ່ກັບຜູ້ປະກອບການ. ດັ່ງນັ້ນ, ເພື່ອຕັດຂັ້ນຂອດໃນການຂໍໃບຢັ້ງຢືນໃນການນໍາເຂົ້າຊີ້ນສ່ວນພານພາຫະນະທີ່ມາຜະລິດ ແລະ ປະກອບຢູ່ໂຮງານ ນໍາກົມອຸດສາຫະກໍາ ແລະ ຫັດຖະກໍາ, ກະຊວງ ອຸດສາຫະກໍາ ແລະ ການຄ້າ ຈຶ່ງໄດ້ອອກຄໍາສັ່ງ ໃນການຍົກເລີກ ການອອກໃບຢັ້ງຢືນນໍາເຂົ້າຊີ້ນສ່ວນຍານພາຫະນະ ເພື່ອມາຜະລິດ ແລະ ປະກອບຢູ່ໂຮງງານ.

ໂດຍໄດ້ມອບໝາຍໃຫ້ ກົມອຸດສາຫະກໍາ ແລະ ຫັດຖະກໍາ ເປັນເຈົ້າການໃນການດໍາເນີນງານປັບປຸງໃນຄັ້ງນີ້. ເຊິ່ງມີລາຍລະອຽດດັ່ງນີ້:

ຮູບປະກອບຂ່າວ, ບໍ່ມີສ່ວນກ່ຽວຂ້ອງກັບເນື້ອໃນ

1 ໃຫ້ກົມອຸດສາຫະກຳ ແລະ ຫັດຖະກໍາ ຍົກເລີກການອອກໃບຢັ້ງຢືນການນຳເຂົ້າຊິ້ນສ່ວນຍານພາຫະນະ ເພື່ອມາຜະລິດ ແລະ ປະກອບຢູ່ໂຮງງານ ໃນຂອບເຂດທົ່ວປະເທດ.

2 ໃຫ້ບັນດາຜູ້ດໍາເນີນກິດຈະການໂຮງງານຜະລິດ ແລະ ປະກອບຍານພາຫະນະ ສ້າງແຜນການເຄື່ອນໄຫວປະຈຳປີຂອງໂຮງງານ ຕາມຕາຕະລາງ ອ (ຂໍ້ມູນເພີ່ມເຕີມ ກະລຸນາຕິດຕໍ່ສອບຖາມນໍາ ກົມອຸດສາຫະກໍາ ແລະ ຫັດຖະກໍາ) ແລ້ວສົ່ງໃຫ້ກົມອຸດສາຫະກຳ ແລະ ຫັດຖະກຳ ກ່ອນວັນທີ 10 ເດືອນ ທັນວາ ຂອງທຸກໆປີ ເພື່ອຮັບຮອງ ແລະ ສັງລວມຂໍ້ມູນລາຍງານຂັ້ນເທິງ.

ຮູບປະກອບຂ່າວ ບໍ່ມີສ່ວນກ່ຽວຂ້ອງກັບເນື້ອໃນ

3 ໃຫ້ກົມອຸດສາຫະກໍາ ແລະ ຫັດຖະກຳ ປະສານສົມທົບກັບ ກົມຂົນສົ່ງ, ກະຊວງໂຍທາທິການ ແລະ ຂົນສົ່ງ ແລະ ກົມພາສີ, ກະຊວງການເງິນ ເພື່ອແຈ້ງເຖິງເຈົ້າໜ້າທີ່ພາສີປະຈໍາດ່ານ ເພື່ອຊາບ ແລະ ໃຫ້ຄວາມຮ່ວມມືໃນການຈັດຕັ້ງປະຕິບັດ ແລະ ພ້ອມກັນເຜີຍແຜ່ຄໍາສັ່ງສະບັບນີ້ ໃຫ້ທັງພາກລັດ ແລະ ພາກທຸລະກິດ ຮັບຊາບຢ່າງທົ່ວເຖິງ ໃນຂອບເຂດທົ່ວປະເທດ ໃຫ້ໄດ້ຮັບປະສິດທິຜົນສູງ.