ນັກກີລາຍິງປືນ ນະຄອນຫຼວງ ຈະສົ່ງຄົບທັງ 32 ລາຍການຮ່ວມຊີງໄຊໃນກີລາແຫ່ງຊາດ 2020

133

ທ່ານ ພຸດທະສັກ ສຸກອາລຸນ ປະທານສະຫະພັນຍິງປືນ ນະຄອນຫຼວງວຽງຈັນ, ປະທານສະໂມສອນ ຍິງປືນ ໄອພີເອັດຊີລາວ ທັງເປັນຜູ້ອຳນວຍການສະໜາມຝຶກຊ້ອມກີລາຍິງປືນ 5 ເມສາ ເປີດເຜີຍວ່າ: ທັບນັກກິລາຍິງປືນ ນວ ປັດຈຸບັນກໍສາມາດຄັດເລືອກໄດ້ແລ້ວ ຈຳນວນ 14 ຄົນ, ຍິງ 6 ຄົນ ແລະ ໄດ້ເກັບຕົວຝຶກຊ້ອມເປັນທີ່ຮຽບຮ້ອຍທີ່ສະໜາມຝຶກຊ້ອມກິລາຍິງປືນ 5 ເມສາ ບ້ານສົມສະຫງ່າ ເມືອງໄຊເຊດຖາ ຮ່ວມກັບ ທັບນັກກີລາຂອງກະຊວງປ້ອງກັນຄວາມສະຫງົບ ເຊິ່ງໄດ້ດຳເນີນການຝຶກຊ້ອມແຕ່ວັນຈັນ ຫາ ສຸກ ມື້ລະ 6 ຊົວໂມງ, ໃນນັ້ນ ຄູຝຶກໄດ້ເນັ້ນການຝຶກແອບທາງດ້ານພະລະກຳລັງ, ສະມາທິ ແລະ ເທັກນິກການຍິງປືນປະເພດຕ່າງໆ ຕາມທີ່ນັກກີລາຖະນັດຍິງ.

ແນ່່ນອນໃນການເຂົ້າຮ່ວມ ຊຽງຂວາງ ເກມ ປີນີ້ ຍັງບໍ່ສາມາດປະເມີນການສ້າງຜົນງານຂອງນັກກີລາໄດ້ ເນື່ອງຈາກ ນັກກິລາຄົນເກົ່າ ທີ່ເຄີຍສ້າງຜົນງານ 10 ຫຼຽນຄຳ ໄດ້ກັບໄປຊ່ວຍກົມກອງ ແຕ່ພວກເຮົາຈະພະຍາຍາມເຮັດໃຫ້ດີທີ່ສຸດ ເພື່ອສ້າງຜົນງານໃຫ້ທັບນັກກີລານະຄອນຫຼວງ ສາມາດທວງຕຳແໜ່ງແຊັມເຈົ້າຫຼຽນຄຳ ໃນຊຽງຂວາງ ເກມ 2020 ກັບມາຍິ່ງໃຫຍ່ອີກຄັ້ງ.

ສຳລັບການແຂ່ງຂັນກິລາຍິງປືນ ຈະມີການຊີງໄຊກັນທັງໝົດ 32 ລາຍການ ໃນກີລາແຫ່ງຊາດ 2020 ເຊິ່ງທັບນັກກິລາຍິງປືນ ນວ ໃນ ຈຳນວນ 14 ຄົນ ແມ່ນເຂົ້າຮ່ວມແຂ່ງຂັນຄົບທຸກລາຍການ ນອກຈາກນີ້ແລ້ວ ກໍຍັງຈະມີການແຂ່ງຂັນກິລາຍິງປືນໄອພີເອັດຊີ ສາທິດ ອີກດ້ວຍ ເພື່ອຮອງຮັບກຽມຈັດເຂົ້າໃນການແຂ່ງຂັນງານກິລາແຫ່ງຊາດໃນຄັ້ງຕໍ່ໄປ.

ຮູບ-ຂ່າວ: ປາກກາດໍາ