ໜຶ່ງບົດເພງທີ່ຖ່າຍທອດຄວາມຮັກ 2 ຝັ່ງຂອງ ເພງ “ຢ່າລືມ” Ost. ຮັກມະຍ່ອມມະແຍ່ມ

165

ຢ່າລືມສັນຍາຂອງວັນນັ້ນ ກ່ອນຈາກກັນໄປຢ່າລືມ… ໄດ້ຟັງແລ້ວຫຼືຍັງ ເພງປະກອບຮູບເງົາ ຮັກມະຍ່ອມ ມະແຍ່ມ ບອກເລີຍວ່າເພງໃດກໍມ່ວນ ກິນໃຈແທ້ໆ ດັ່ງເພງທີ່ໄດ້ 3 ສິນລະປິນນັກຮ້ອງທີ່ມີນໍ້າສຽງມ່ວນເປັນເອກກະລັກ

ດັ່ງສາວ ໄຊ ປາຊີຟິກ ເຈົ້າຂອງບົດເພງ ເວລາສັ້ນໆ, ຂອບໃຈຮັກທີ່ຜ່ານມາ …; ໜຸ່ມ ບ໊ອບບີ້ ອັດສະວິນ ເຈົ້າຂອງຜົນງານເພງ ຂໍໂອກາດອີກຄັ້ງ ແລະ ສາວ ແຜັດ ເພັດດາວອນ ທີ່ສ້າງຊື່ສຽງໃຫ້ກັບປະເທດລາວໃນລາຍການສຶກວັນດວນເພງ ແລະ ເປັນນັກຮ້ອງທີ່ມີສຽງທີ່ມ່ວນ ເປັນເອກກະລັກ ແລະ ມີແຟນຄັບຫຼາຍຄົນທີ່ຕິດຕາມຜົນງານຂອງສາວແຜັດ ເຊິ່ງກໍມີຫຼາຍໆຜົນການທັງດ່ຽໃ ແລະ ຮ້ອງຮ່ວມກັບສິນລະປິນຫຼາຍໆຄົນ…

ຫຼ້າສຸດ ອີກໜຶ່ງບົດເພງ ທີ່ທັງ 3 ຄົນ ໄດ້ປະສານສຽງກັນອອກເປັນເພງ ອັນ ມ່ວໍນໆ ຊຶ້ງໆ ຄື ເພງ “ຢ່າລືມ”  ເພງ ປະກອບຮູບ ເງົາ ຮັກມະຍ່ອມ ມະແຍ່ມ ຜູ້ກໍາກັບແມ່ນ ເຈ້ຍ ປາຊີຟິກ ທີ່ໄດ້ນັກສະແດງ ຈາກລາວ ແລະ ໄທ ມາສະແດງຮ່ວມກັນຫຼາຍໆຄົນດັງ ປັດຈຸບັນຮູບເງົາກໍເຂົ້ສສາຍທີ່ ເມເຈີ ຊີນີເພັກ ໃຜທີ່ຍັງບໍ່ທັນໄດ້ໄປຊົມ ກໍສາມາດໄປຊມໄດ້ ຮັບຮອງຄວາມມ່ວນຊື່ນ ທີ່ຄົບລົດຊາດແນ່ນອນ…

ໄປຟັງເພງນີ້ກັນເລີຍ ເພງ “ຢ່າລືມ” ໄຊ ປາຊີຟິກ, ບ໊ອບບີ້ ອັດສະວິນ Ft. ແຜັດ Ost. ຮັກມະຍ່ອມມະແຍ່ມ