ຂ່າວດີ!! ທຶນຮຽນວິຊາຊີບຟຣີ 2 ສາຂາ ສຳລັບຜູ້ຈົບປະຖົມ

134

ຖືວ່າເປັນຂ່າວດີຕ້ອນຮັບປີໃໝ່ 2020 ສຳລັບຜູ້ທີ່ບໍ່ມີໂອກາດໄດ້ຮຽນຕໍ່ຊັ້ນມັດທະຍົມ ແຕ່ມີໃບປະກາດຈົບຊັ້ນປະຖົມ ທາງວິທະຍາໄລວຽງຈັນພັດທະນາອາຊີບ, ມີທຶນຮຽນໄລຍະສັ້ນ 3 ເດືອນ ໂດຍບໍ່ເສຍຄ່າໃດໆທັງໝົດ ແລະ ຫຼັງຈາກຮຽນຈົບທາງວິທະຍາໄລ ຍັງຊອກວຽກໃຫ້ເຮັດພ້ອມ.

ໂຄງການຊ່ວຍເຫຼືອລ້າດັ່ງກ່າວປະກອບມີ 2 ສາຂາອາຊີບ ຄື: ວິຊາ ການໂຮງແຮມ ແລະ ວິຊາ ປຸງແຕ່ງອາຫານ, ໂດຍການສະໜັບສະໜູນທຶນຮຽນໂດຍໂຄງການ ລາວ029.

ສຳລັບຄົນທີ່ສົນໃຈ ສາມາດເຂົ້າມາສະໝັກໄດ້ ເລີ່ມຕັ້ງແຕ່ວັນທີ 6 ມັງກອນ 2020 ຮອດວັນທີ 15 ມັງກອນ 2020 ນີ້ເທົ່ານັ້ນ, ທຶນມີຈຳນວນຈຳກັດສະໝັກກ່ອນມີໂອກາດກ່ອນ ແລະ ຈະເລີ່ມເປີດການຮຽນ-ການສອນກາງເດືອນ ມັງກອນ ປີ 2020 ຮຽນໝົດມື້ຈັນຫາສຸກ ຢູ່ຫໍພັກນຳທາງໂຮງຮຽນ

ຫມາຍເຫດ: ສຳລັບຜູ້ທີ່ສົນໃຈຢາກມາຮຽນ ໃຫ້ເອົາ ສຳມະໂນຄົວ ແລະ ໃບປະກາດຈົບຊັ້ນປະຖົມ ຂອງແທ້ ແລະ ກ໋ອບປີ້ ມາຍື່ນເອົາຟອມສະໝັກຮຽນ ສ່ວນເອກະສານອື່ນໆໃຫ້ເອົາມາຕາມຫລັງກໍ່ໄດ້.

ສ່ວນເງື່ອນໄຂຜູ້ສະໝັກ (ບຸລິມະສິດ ສະເພາະເພດຍິງ), ເລີ່ມແຕ່ອາຍຸ 18-30 ປີ, ຈົບຊັ້ນປະຖົມ (ແຕ່ບໍ່ຈົບມັດທະຍົມຕົ້ນ), ສາມາດອ່ານ ຂຽນພາສາລາວໄດ້, ມີພາຫານະທຽວການ ເພື່ອໄປເຮັດວຽກຫຼັງຈາກຮຽນຈົບ, ຄອບຄົວທີ່ບໍ່ມີທຶນພຽງພໍສົ່ງເສີມໃຫ້ລູກຫຼານຮຽນ, ຕ້ອງເປັນບຸກຄົນທີ່ບໍ່ເຄີຍຮຽນວິຊາຊີບໃດໆມາກ່ອນ ແລະ ພາຍຫຼັງຮຽນຈົບແລ້ວຕ້ອງໄດ້ໄປເຮັດວຽກ ໃນວິຊາທີ່ຕົນເອງຮຽນຈົບ ເພາະວ່າຫຼັງຈາກຈົບ ທາງໂຮງຮຽນຈະຊ່ວຍຊອກວຽກໃຫ້ ຫຼື ນັກຮຽນຊອກຮ່ວມກັນກໍ່ໄດ້.

ສຳລັບສິ່ງທີ່ຜູ້ຮຽນຈະໄດ້ຮັບໃນໄລຍະຮຽນ ຄື: ຄ່າເດີນທາງສະເພາະມາຮຽນຄັ້ງທຳອິດ ແລະ ຫລັງຈາກຮຽນຈົບ, ມີຫໍພັກໃຫ້ຢູ່ຟຣີ, ໄດ້ຮັບເຄື່ອງແບບ 2 ຊຸດ, ມີເຄື່ອງບ່ອນນອນໃຫ້ 1 ຊຸດ, ຫຼັງຈາກຮຽນຈົບມີວຽກໃຫ້ເຮັດພ້ອມ, ມີເບັ້ຍລ້ຽງໃຫ້ພາຍໃນໄລຍະຮຽນ ແລະ 1 ເດືອນຫລັງຮຽນຈົບ, ມີອຸປະກອນຮຽນຟຣີຄົບຖ້ວນ, ການຮຽນເນັ້ນໃສ່ປະຕິບັດໂຕຈິງ 80%, ບຳລຸງພາສາອັງກິດວິຊາສະເພາະເພື່ອການສື່ສານໃຫ້ພ້ອມ

ເອກະສານທີ່ໃຫ້ເອົາມາປະກອບເຂົ້າຮຽນ ມີ: ໃບຢັ້ງຢືນທີ່ຢູ່ 1ໃບ, ສຳເນົາໃບປະກາດປະຖົມ 1 ໃບ, ສຳເນົາສຳມະໂນຄົວ 1 ຊຸດ, ໃບຢັ້ງຢືນຖານະຄອບຄົວ 1 ໃບ ຖ້າຫ້ອງການບ້ານບໍ່ມີຫ້ອງການມີແບບຢ່າງໃຫ້, ຮູບຖ່າຍຂະຫນາດ 3×4 6 ໃບ ເສື້ອຂາວ ພື້ນຂາວ.

ຖ້າທຸກຢ່າງຖືກຕ້ອງຕາມເງື່ອນໄຂ ແມ່ນໃຫ້ມາພົວພັນເອົາເອກະສານຄຳຮ້ອງເຂົ້າຮຽນ ໄດ້ທີ່ ວິທະຍາໄລວຽງຈັນພັດທະນາອາຊີບ ຕັ້ງຢູ່ບ້ານດົງປ່າແຫລບ ເມືອງຈັນທະບູລີ ນະຄອນຫລວງວຽງຈັນ ຫຼື ຈະໂທສອບຖາມຂໍ້ມູນລ່ວງໜ້າໄດ້ທີ່ເບີໂທສັບ 021 540545 & 021 261566