ສູດເຄື່ອງດື່ມງ່າຍໆດ້ວຍເຂົ້າໜົມ

162

ມື້ນີ້ເອົາໃຈໄວໜຸ່ມກັບເຄື່ອງທີ່ມີສ່ວນປະສົມຂອງເຂົ້າໜົມ ແລະ ກະແລັມ ສາມາດເຮັດໄດ້ເອງໂດຍບໍ່ຕ້ອງໄປຊື້ ແຖມຍັງສາມາດເລືອກສ່ວນປະສົມເພີ່ມຕື່ມໄດ້ຕາມໃຈອີກດ້ວຍຈາກສູດງ່າຍໆ.

ສ່ວນປະສົມ:

1 ກະແລັມວານິລາ ຫຼື ຊ໋ອກໂກແລັດຊິມ 4 ບ່ວງຕັກກະແລັມ.

2 ເຂົ້າໜົມຄຸກກີ້ໂອລິໂອ 6 ກ້ອນ.

3 ນ້ຳເຜິ້ງ 1 ບ່ວງກາເຟ ຫຼື ບໍ່ໃສ່ກໍໄດ້.

4 ໝາກກ້ວຍ 1 ໜ່ວຍ.

5 ນົມສົດ 1 ຈອກ.

6 ວິບປິງຄຣີມສຳລັບແຕ່ງໜ້າ ຫຼື ບໍ່ໃສ່ກໍໄດ້.

7 ເຂົ້າໜົມໂອລິໂອ 2 ກ້ອນ ( ທຸບມຸ່ນໆໂຮຍໜ້າ ).

8 ໂອລິໂອ 2 ກ້ອນ ( ສໍາລັບວາງແຕ່ງໜ້າ ).

ວິທີປັ່ນ:

ປອກໝາກກ້ວຍໃສ່ໂຖປັ່ນພ້ອມໃສ່ນ້ຳເຜິ້ງ, ກະແລັມ, ນົມສົດ ແລະ ໂອລິໂອ ແລ້ວປັ່ນໃຫ້ທຸກຢ່າງເຂົ້າເປັນເນື້ອດຽວກັນ. ຈາກນັ້ນ, ຖອກໃສ່ຈອກບີບວິບປິ້ງຄຣີມໃສ່ໂຮຍໜ້າດ້ວຍໂອລິໂອທຸບມຸ່ນ ແລະ ແຕ່ງໜ້າດ້ວຍໂອລິໂອເປັນກ້ອນຕື່ມເປັນອັນວ່າສຳເລັດພ້ອມເສີບ.

ຂໍ້ມູນຈາກ: Sister.com; ຮຽບຮຽງ: ນຸ້ມນິ້ມ