ຄົບຮອບ 50 ປີ, ວິທະຍາໄລຄູ ສະຫວັນນະເຂດສະຫຼອງໃຫຍ່

182

ພິທີສະເຫຼີມສະຫຼອງວັນ ສ້າງຕັ້ງວິທະຍາໄລຄູສະຫວັນນະເຂດ ຄົບຮອບ 50 ປີ ໄລຍະ 1969-2019 ໃນວັນທີ 26 ທັນວາ 2019 ຜ່ານມາ ທີ່ສະ ໂມສອນ 40 ປີຂອງວິທະຍາໄລດັ່ງກ່າວ ໂດຍການເຂົ້າຮ່ວມ ຂອງທ່ານ ນາງ ແສງເດືອນ ຫຼ້າຈັນທະບູນ ລັດຖະມົນຕີ ກະຊວງສຶກສາທິການ ແລະ ກິລາ, ມີຕາງໜ້າການນໍາແຂວງ, ກົມ ສ້າງຄູ, ພະແນການ, ຫ້ອງການສຶກສາທິການ ແລະ ກິລາເມືອງ ພ້ອມດ້ວຍພາກສ່ວນກ່ຽວຂ້ອງເຂົ້າຮ່ວມ.

ໃນພິທີ, ທ່ານ ລັດສະໝີ ພະໄຊສີ ຜູ້ອໍານວຍການວິທະຍາໄລຄູສະຫວັນນະເຂດ ກ່າວວ່າ: ວິທະຍາໄລຄູສະຫວັນນະເຂດ ໄດ້ຮັບການສ້າງຕັ້ງຂຶ້ນ ໃນປີ1969 ມາຮອດປັດຈຸບັນ ຄົບຮອບ 50 ປີ, ເຊິ່ງໄດ້ເຕີບໃຫຍ່ເຂັ້ມແຂງຂຶ້ນມາໄດ້ຍ້ອນແນວຄິດອຸດົມການແຫ່ງຄວາມຮັກຊາດ ຕິດພັນກັບຄວາມບຸກບືນໃນການພັດທະນາສະຖາບັນການສຶກສາ ຂອງບັນດາຄູ-ອາຈານ ແລະ ນັກສຶກສາຈາກຮຸ່ນຕໍ່ຮຸ່ນ ພາຍໃຕ້ການຊີ້ນໍາໆພາຂອງພັກ; ຕະຫຼອດໄລຍະ ເວລາແຫ່ງການເຕີບໃຫຍ່ຂະຫຍາຍຕົວ ພາຍໃຕ້ການປະຕິບັດຫຼັກສູດການສ້າງຄູ ໃນແຕ່ລະໄລຍະ ເຊິ່ງລິເລີ່ມຈາກ ການສ້າງຄູປະຖົມສຶກສາທີ່ຮຽນໃນລະບົບ 6 + 2, 6+4 ໃນຊຸມປີ 1969 ແລະ ໄດ້ມີການປ່ຽນແປງຫຼັກສູດການຮຽນ-ການສອນ ເປັນໂຮງຮຽນສ້າງຄູມັດທະຍົມຕອນຕົ້ນ ຫຼືຊັ້ນກາງ ທີ່ຮຽນໃນຫຼັກສູດ 8 +3 ໃນປີ1975. ສາມາດສ້າງຄູອອກສູ່ສັງຄົມທັງໝົດ 15 ຮຸ່ນ.

ຮອດສົກຮຽນ1984-1985 ມີການສ້າງຄູມັດທະຍົມຕອນປາຍຮຽນໃນລະບົບ 11+ 4 ທີ່ຮຽກຊື່ສະຖາບັນການສຶກສາຂອງຕົນວ່າ ສາຂາມະຫາວິທະຍາໄລ ສ້າງຄູສະຫວັນນະເຂດ ເຊິ່ງມີ 2 ສາຂາວິຊາຄື: ພາສາລາວ-ວັນນະຄະດີ ແລະ ຄະນິດສາດ-ຟີຊິກສາດ ສ້າງຄູໄດ້ 5 ຮຸ່ນ ຈໍານວນ 500 ຄົນ. ຈາກນັ້ນ, ໃນລະຫວ່າງສົກຮຽນ1992-1993 ຫຼັກສູດການສ້າງຄູ ກໍໄດ້ຖືກປັບປຸງ ເປັນຕົ້ນ: ການຮຽນໃນຫຼັກສູດສ້າງຄູຊັ້ນກາງ 11+1, ຊັ້ນສູງລະບົບ11+3,12+2 ແລະ ອື່ນໆ. ໂດຍລວມແລ້ວ ການພັດທະນາຫຼັກສູດການຮຽນ-ການສອນ ພາຍໃນວິທະຍາໄລຄູສະຫວັນນະເຂດ ໄດ້ມີການປັບປຸງປ່ຽນແປງ ໄປຕາມຄວາມຮຽກຮ້ອງຕ້ອງການຂອງສັງຄົມ ແລະ ແຜນຄວາມຕ້ອງການຄູ ຂອງທ້ອງຖິ່ນ ໃນແຕ່ລະໄລຍະໃຫ້ໄດ້ທັງປະລິມານ ແລະຄຸນະພາບທີ່ເໝາະສົມ, ເປັນການຕອບສະໜອງຊັບພະຍາກອນແຫ່ງສະຕິປັນຍາອັນມີຄຸນຄ່າ ເພື່ອພັດທະນາເສດຖະກິດ-ສັງຄົມ ກໍ່ຄືພັດທະນາປະເທດຊາດໃຫ້ມີຄວາມສີວິໄລ.

ຕະຫຼອດໄລຍະ 50 ປີ ເພື່ອຢັ້ງຢືນເຖິງຜົນງານທີ່ຍາດມາໄດ້ຄືດັ່ງກ່າວ, ປະທານປະເທດແຫ່ງ ສປປ ລາວ ໄດ້ມອບຫຼຽນໄຊແຮງງານຊັ້ນ 1 ໃຫ້ວິທະຍາໄລຄູສະຫວັນນະເຂດ ເຊິ່ງໃຫ້ກຽດປະດັບໂດຍທ່ານ ນາງ ແສງເດືອນ ຫຼ້າຈັນທະບູນ ລັດຖະມົນຕີກະຊວງສຶກສາທິການ ແລະ ກິລາ ແລະ ຮັບໂດຍຜູ້ອໍານວຍການ ພ້ອມຄະນະ. ຈາກນີ້, ກໍໄດ້ສືບຕໍ່ປະດັບຫຼຽນໄຊແຮງງານຊັ້ນ 2 ໃຫ້ ຄູ-ອາຈານ ທີ່ມີຜົນງານໂດດເດັ່ນ ຈໍານວນ 19 ທ່ານ, ຍິງ 4 ທ່ານ, ປະດັບຫຼຽນໄຊແຮງງານຊັ້ນ 3 ໃຫ້ 27 ທ່ານ, ຍິງ 9 ທ່ານ, ປະດັບຫຼຽນກາແຮງງານ ໃຫ້ 32 ທ່ານ, ຍິງ 8 ທ່ານ, ມອບໃບຍ້ອງຍໍລັດຖະບານໃຫ້ 51 ທ່ານ ຍິງ 31 ທ່ານ, ມອບໃບຍ້ອງຍໍລັດຖະມົນຕີກະຊວງສຶກສາທິການ ແລະ ກິລາ ໃຫ້ 34 ທ່ານ ຍິງ 20 ທ່ານ.

ເຊິ່ງຜົນງານດັ່ງກ່າວ ສະແດງເຖິງຄວາມເອົາໃຈໃສ່ ໃນການພັດທະນາສະຖາບັນ ທາງດ້ານວິຊາສະເພາະ ຕາມແນວທາງພັດທະນາຄຸນະພາບການສຶກສາ ຂອງກະຊວງສຶກສາທິການ ແລະ ກິລາ ກໍ່ຄືກົມສ້າງຄູວາງອອກ ໂດຍສະເພາະ ແມ່ນການພັດທະນາຄຸນະພາບ ຂອງການສ້າງຄູ ໃຫ້ຄ່ອຍໆກ້າວທັນສາກົນເທື່ອລະກ້າວ ຈິ່ງໄດ້ມີການກໍານົດ ວິໄສທັດຂອງວິທະຍາໄລຄູສະຫວັນນະເຂດ ອອກວ່າ: “ວິທະຍາໄລຄູສະຫວັນນະເຂດ ເປັນສູນກາງແຫ່ງການພັດທະນາຄູ ທີ່ມີຄຸນນະພາບ ແລະ ຈັນຍາບັນ ເອົາໃຈໃສ່ການວິໄຈ ສາມາດເຊື່ອມໂຍງໄດ້ກັບສາກົນ” ທັງນີ້ ກໍເພື່ອເປັນແນວທາງ ໃນການສູ້ຊົນແກ້ໄຂສິ່ງທີ່ເປັນບັນຫາ ເພື່ອບັນລຸຜົນສໍາເລັດຄື: ຄູ ແລະ ນັກສຶກສາທຸກຄົນ ຕ້ອງໄດ້ສຸມເຂົ້າໃນການສອນ-ການຮຽນ ຢ່າງມີຄຸນະພາບ ແລະ ມີຄວາມຮູ້-ຄວາມເຂົ້າໃຈ ທັງສາມາດປະຕິບັດການວິໄຈ ກ່ຽວກັບບັນຫາຕ່າງໆ ທີ່ສົ່ງຜົນກະທົບຕໍ່ການຮຽນ-ການສອນ ໄດ້ຢ່າງມີປະສິດທິຜົນ.

ທີ່ມາ: ສະຫວັນພັດທະນາ ຂ່າວ / Savanhphathana News