ແຕ່ງຕັ້ງ ທ່ານ ໄຊສົມບູນ ຂຶ້ນເປັນຮັກສາການຫົວໜ້າພະແນກ ຖວທ ແຂວງຄຳມ່ວນ

183

ພະແນກ ຖະແຫຼ່ງຂ່າວ, ວັດທະນະທຳ ແລະ ທ່ອງທ່ຽວ (ຖວທ) ແຂວງຄຳມ່ວນ ໄດ້ຈັດພິທີມອບ-ຮັບຕຳແໜ່ງໜ້າທີ່ ລະຫວ່າງ ຫົວໜ້າພະແນກ ຖວທ ແຂວງ ຜູ້ເກົ່າ ແລະ ຮັກສາການຫົວໜ້າພະແນກ ຖວທ ຜູ້ໃໝ່ ເນື່ອງຈາກຜູ້ເກົ່າໝົດອາຍຸກະສຽນເຂົ້າຮັບບຳນານ.

ພິທີດັ່ງກ່າວໄດ້ຂຶ້ນໃນວັນທີ 30 ທັນວາ 2019 ຜ່ານມາ, ໂດຍການເຂົ້າຮ່ວມຂອງ ທ່ານ ພົມມາ ພັນທະລັງສີ ຫົວໜ້າຄະນະຈັດຕັ້ງແຂວງ, ມີບັນດາທ່ານໃນຄະນະພະແນກ, ບັນດາພະແນກການອ້ອມຂ້າງ ພ້ອມດ້ວຍພາກສ່ວນທີ່ກ່ຽວຂ້ອງເຂົ້າຮ່ວມ.

ໃນພິທີ ໄດ້ຜ່ານຂໍ້ຕົກລົງຂອງທ່ານເຈົ້າແຂວງໆຄຳມ່ວນ ວ່າດ້ວຍການອະນຸມັດ ໃຫ້ພະນັກງານ-ລັດຖະກອນ ສັງກັດຢູ່ພະແນກຖະແຫຼງຂ່າວ, ວັດທະນະທຳ ແລະ ທ່ອງທ່ຽວແຂວງ ອອກຮັບອຸດໜູນບຳນານໃນງວດທີ I ປີ 2020 ໄດ້ອະນຸມັດໃຫ້ ທ່ານ ຂັນຕີ ໂພທິນ ຫົວໜ້າພະແນກຖະແຫຼງຂ່າວ, ວັດທະນະທຳ ແລະ ທ່ອງທ່ຽວ ອອກຮັບອຸດໜູນບຳນານ.

ຜ່ານຂໍ້ຕົກລົງຂອງທ່ານເຈົ້າແຂວງຄຳມ່ວນ ວ່າດ້ວຍການແຕ່ງຕັ້ງຮັກສາການຫົວໜ້າພະແນກຖະແຫຼງຂ່າວ, ວັດທະນະທຳ ແລະ ທ່ອງທ່ຽວແຂວງ ເຊິ່ງໄດ້ຕົກລົງແຕ່ງຕັ້ງ ທ່ານ ໄຊສົມບູນ ສຸວັນດາລາ ຮອງຫົວໜ້າພະແນກຖະແຫຼງຂ່າວ, ວັດທະນະທຳ ແລະ ທ່ອງທ່ຽວແຂວງ ຂຶ້ນເປັນຮັກສາການຫົວໜ້າພະແນກຖະແຫຼງຂ່າວ, ວັດທະນະທຳ ແລະ ທ່ອງທ່ຽວ. ຈາກນັ້ນ, ຫົວໜ້າພະແນກຜູ້ເກົ່າ ແລະ ຮັກສາການຜູ້ໃໝ່ ກໍ່ໄດ້ລົງນາມເຊັນບົດບັນທຶກໃນການມອບ-ຮັບ ໜ້າທີ່ວຽກງານ.

ໃນໂອກາດດັ່ງກ່າວ ທ່ານ ພົມມາ ພັນທະລັງສີ ກໍ່ໄດ້ໂອ້ລົມໃຫ້ທິດ ຊີ້ນຳຕໍ່ພິທີການມອບ-ຮັບໜ້າທີ່ໃນຄັ້ງນີ້ ເຊິ່ງໃນນັ້ນທ່ານໄດ້ຮຽກຮ້ອງມາຍັງພະນັກງານຫຼັກແຫຼ່ງໃນຂົງເຂດ ຖວທ ໂດຍສະເພາະແມ່ນຜູ້ທີ່ໄດ້ຮັບໜ້າທີ່ຕຳແໜ່ງໃໝ່ ຈົ່ງໄດ້ສືບຕໍ່ປະຕິບັດໜ້າທີ່ການເມືອງຂອງພັກ ແລະ ລັດມອບໝາຍໃຫ້ ເພື່ອຊີ້ນໍາ-ນຳພາວຽກງານຖະແຫຼງຂ່າວ, ວັດທະນະທຳ ແລະ ທ່ອງທ່ຽວໃຫ້ມີການຂະຫຍາຍຕົວ ດີຂຶ້ນເລື້ອຍໆ.

ທີ່ມາ: Khammouane News