ສຳມະນາການນຳໃຊ້ເຕັກໂນໂລຊີດິຈິຕອລ ໃນຍຸກ 4.0 ເຂົ້າໃນການພັດທະນາເສດຖະກິດ – ສັງຄົມ

197

ກົມເຕັກໂນໂລຊີດິຈິຕອລ ກະຊວງວິທະຍາສາດ ແລະ ເຕັກໂນໂລຊີ ໄດ້ຈັດກອງປະຊຸມສຳມະນາ ໃນຫົວຂໍ້ “ ສະພາບການພັດທະນາ ແລະ ການນໍາໃຊ້ເຕັກໂນໂລຊີດິຈິຕອລ ໃນຍຸກ 4.0 ເຂົ້າໃນການພັດທະນາເສດຖະກິດ – ສັງຄົມຂອງ ສປປ ລາວ ແລະ ເຜີຍ ແຜ່ການນຳໃຊ້ບັນດາຊ໊ອຟ ແວຣ໌ຂອງໂຄງການຄົ້ນຄວ້າວິທະຍາສາດ ”. ຈຸດປະສົງກໍເພື່ອເຜີຍແຜ່ ແລະ ສ້າງຄວາມເຂົ້າໃຈໃຫ້ຜູ້ເຂົ້າຮ່ວມເຫັນໄດ້ກ່ຽວກັບບົດບາດ, ຄວາມໝາຍສໍາຄັນ ແລະ ທິດທາງທ່າອ່ຽງການພັດທະນາ – ການນຳໃຊ້ເຕັກໂນໂລຊີດິຈິຕອລເຂົ້າໃນການຜະລິດ, ນໍາໃຊ້ເຂົ້າໃນການດໍາລົງຊີວິດປະຈໍາວັນ, ຍົກສູງປະສິດທິພາບຂອງການປະຕິບັດວຽກງານເຂົ້າໃນການຄຸ້ມຄອງ – ບໍລິຫານລັດໃນຍຸກອຸດສາຫະກໍາ 4.0 ນີ້.


ໃນກອງປະຊຸມສຳມະນາດັ່ງກ່າວ, ຜູ້ເຂົ້າຮ່ວມໄດ້ຮັບຟັງການນຳສະເໜີ ແລະ ບັນຍາຍຈາກບັນດາວິທະຍາກອນທີ່ມີບົດຮຽນ ແລະ ປະສົບການຈາກກົມເຕັກໂນໂລຊີດິຈິຕອລ ກ່ຽວກັບການຄຸ້ມຄອງ – ບໍລິຫານລັດແບບດິຈິຕອລ. ຄຽງຄູ່ກັນນັ້ນ, ຍັງໄດ້ຮັບຟັງກ່ຽວກັບການພັດທະນາ ແລະ ການນຳໃຊ້ເຕັກໂນໂລຊີດິຈິຕອລເຂົ້າໃນການຜະລິດ, ການຄ້າ ແລະ ບໍລິການສັງຄົມ ເຊັ່ນ: ລະບົບອິນເຕີເນັດແຫ່ງຊັບພະສິ່ງ ( loT: Internet of Thing ), ຖານຂໍ້ມູນມະຫາສານ ( Big Data ), ລະບົບຄັງຂໍ້ມູນ ( Cloud Computing ), ປັນຍາປະດິດ ( AI: Artificial Intelligence ) ແລະ ລະບົບຖານຂໍ້ມູນຜູກພັນ ( Block Chain ), ລະບົບກອງປະຊຸມທາງໄກ, ລະບົບຄຸ້ມຄອງຊັບສິນ, ລະບົບຄຸ້ມຄອງພະນັກງານ, ລະບົບນັບຄະແນນສຽງ, ລະບົບເອກະສານຂາເຂົ້າ – ຂາອອກ ແລະ ອື່ນໆ ເປັນຕົ້ນ.

ພິເສດໄປກວ່ານັ້ນ, ຜູ້ເຂົ້າຮ່ວມຍັງໄດ້ຮັບຟັງການນໍາສະເໜີສູນຂໍ້ມູນດິຈິຕອລ ( DATA CENTER ) ຂອງກະຊວງວິທະຍາສາດ ແລະ ເຕັກໂນໂລຊີ ເຊິ່ງເປັນພື້ນຖານໂຄງລ່າງທີ່ສໍາຄັນໃນການພັດທະນາອຸດສາຫະກຳດິຈິຕອລຂອງລາວ ເຊິ່ງການສ້າງຕັ້ງສູນດັ່ງກ່າວເປັນການປະກອບສ່ວນທີ່ສຳຄັນຂອງການຫັນເປັນອຸດສາຫະກຳ. ໂອກາດດຽວກັນນີ້, ຍັງໄດ້ມອບຄອມພິວເຕີໃຫ້ພະແນກວິທະຍາສາດ ແລະ ເຕັກໂນໂລຊີ ແຂວງວຽງຈັນ ເພື່ອຮັບໃຊ້ເຂົ້າໃນການປະຕິບັດວຽກງານ.

ງານສໍາມະນາດັ່ງກ່າວ, ຈັດຂຶ້ນໃນວັນທີ 27 ທັນວາ 2019 ຜ່ານມາ ທີ່ຫ້ອງວ່າການແຂວງວຽງຈັນ ໂດຍໃຫ້ກຽດເຂົ້າຮ່ວມເປັນຄະນະປະທານຂອງ ທ່ານ ແກ້ວນະຄອນ ໄຊສຸລຽນ ຫົວໜ້າກົມເຕັກໂນໂລຊີດິຈິຕອລ, ທ່ານ ບົວພັນ ສີວົງໄຊ ຮອງຫົວໜ້າຫ້ອງວ່າການແຂວງວຽງຈັນ, ທ່ານ ພົມມະລາ ນັນທະວົງ ຫົວໜ້າພະແນກວິທະຍາສາດ ແລະ ເຕັກໂນໂລຊີແຂວງວຽງຈັນ ພ້ອມດ້ວຍຜູ້ຕາງໜ້າຈາກ ພວຕ ນະຄອນຫຼວງວຽງຈັນ, ບັນດາພະແນກການ 18 ພະແນກອ້ອມຂ້າງແຂວງ ແລະ ບັນດາຫ້ອງການເມືອງ 4 ຕົວເມືອງເຂົ້າຮ່ວມ.