ຊັນເປເປີ້ ລົງທຶນ 20 ລ້ານໂດລາ ສຶກສາຄວາມເປັນໄປໄດ້ສ້າງຕົວແບບກະສິກຳ – ອຸດສາຫະກຳ

493

ບໍລິສັດ ຊັນເປເປີ້ໂຮນດິ້ງລາວ ຈຳກັດ ຈົກທຶນ 20 ລ້ານໂດລາສະຫະລັດ ເພື່ອສຶກສາ – ສຳຫຼວດຄວາມເປັນໄປໄດ້ ແລະ ອອກແບບໃນການພັດທະນາໂຄງການກໍ່ສ້າງສວນອຸດສາຫະກຳ, ກະສິກຳ ແບບເປັນມິດຕໍ່ລະບົບນິເວດທີ່ມີປະສິດທິພາບສູງ ຢູ່ 3 ບ້ານ ເມືອງເຊໂປນ.

ພິທີເຊັນບົດບັນທຶກຂໍ້ຕົກລົງໂຄງການດັ່ງກ່າວ ລະຫວ່າງອຳນາດການປົກຄອງແຂວງສະຫວັນນະເຂດ ແລະ ບໍລິສັດ ຊັນເປເປີ້ໂຮນດິ້ງລາວ ຈຳກັດ ໄດ້ຈັດຂຶ້ນທີ່ຫ້ອງວ່າການປົກຄອງແຂວງ ໃນວັນທີ 27 ທັນວາ 2019 ໂດຍການເປັນກຽດເຂົ້າຮ່ວມຂອງ ທ່ານ ສັນຕິພາບ ພົມວິຫານ ເຈົ້າ ແຂວງສະຫວັນນະເຂດ ເຊິ່ງມີຄະນະກຳມະການສົ່ງເສີມ ແລະ ຄຸ້ມຄອງການລົງທຶນຂອງ ແຂວງ, ທ່ານຮອງເຈົ້າເມືອງເຊໂປນ, ທ່ານ ເສິນ ເວີນ ຈຸ້ນ ຜູ້ອຳນວຍການໃຫຍ່ ບໍລິສັດ ຊັນເປເປີ້ໂຮນດິ້ງລາວ ຈຳກັດ ແລະ ພາກສ່ວນກ່ຽວຂ້ອງເຂົ້າຮ່ວມ.

ໃນພິທີກໍໄດ້ມີການຜ່ານຂໍ້ຕົກລົງຂອງປະທານຄະນະກຳມະການສົ່ງເສີມ ແລະ ຄຸ້ມຄອງການລົງທຶນແຂວງສະຫວັນນະເຂດ ວ່າດ້ວຍການອະນຸມັດເຊັນບົດບັນທຶກຂໍ້ຕົກລົງ ( MOA ) ໂຄງການສຶກສາ – ສຳຫຼວດຄວາມເປັນໄປໄດ້ ແລະ ອອກແບບ ( BD ) ໃນການພັດທະນາໂຄງການກໍ່ສ້າງສວນອຸດສາຫະກຳ, ກະສິກຳແບບເປັນມິດຕໍ່ລະບົບນິເວດທີ່ມີປະສິດທິພາບສູງຢູ່ເຂດບ້ານມັນຈີ, ບ້ານແກ້ງຫົວປາ ແລະ ບ້ານແກ້ງກີວ, ເມືອງເຊໂປນ ໂດຍໃນຂໍ້ຕົກລົງແມ່ນເຫັນດີໃຫ້ ບໍລິສັດ ຊັນເປເປີ້ໂຮນດິ້ງລາວ ຈຳກັດ ວາງເງິນຄ້ຳປະກັນການຈັດຕັ້ງປະຕິບັດບົດບັນທຶກຂໍ້ຕົກລົງ ຈຳນວນ 10 ພັນໂດລາສະຫະລັດ.

ບໍລິສັດ ຊັນເປເປີ້ໂຮນດິ້ງລາວ ຈຳກັດ ເຊິ່ງເປັນນັກລົງທຶນຈາກ ສປ ຈີນ ໄດ້ເຂົ້າມາລົງທຶນປູກໄມ້ອຸດສາຫະກຳຂະໜາດໃຫຍ່, ສ້າງຕັ້ງໂຮງງານຜະລິດເຫຍື່ອເຈ້ຍ ແລະ ເຈ້ຍ ແລະ ໂຮງງານໄຟຟ້າພະລັງ ຄວາມຮ້ອນ ນັບແຕ່ປີ 2009 ເປັນຕົ້ນມາ, ມີທີ່ຕັ້ງໂຄງການຢູ່ໃນເຂດເມືອງພີນ ແລະ ເມືອງເຊໂປນ ລວມມູນຄ່າການລົງທຶນທັງໝົດ 292.680.000 ໂດລາສະຫະລັດ. ປັດຈຸບັນທາງບໍລິສັດມີ ຄວາມສົນໃຈລົງທຶນ ເພື່ອພັດທະນາທ້ອງຖິ່ນໃນເຂດໂຄງການຕັ້ງຢູ່ໃຫ້ຈະເລີນຕາມແນວທາງຂອງພັກ ແລະ ລັດຖະບານວາງອອກ ໂດຍເລັ່ງໃສ່ວຽກງານພັດທະນາຊົນນະບົດໃນເຂດເມືອງເຊໂປນ. ໃນນີ້, ໄດ້ເລືອກເອົາເຂດບ້ານແກ້ງຫົວປາ ແລະ ບ້ານມັນຈີ ເປັນເຂດພັດທະນາໂຄງການເປັນຕົວແບບໃນການພັດທະນາຕາມຮູບແບບ 348/ລບ, ວ່າດ້ວຍການສ້າງບ້ານ ໃຫຍ່ໃຫ້ເປັນຕົວເມືອງນ້ອຍໃນຊົນນະບົດ ໃຫ້ໄດ້ 16 ມາດຖານ ຄື:

ເປັນບ້ານຫົວໜ່ວຍຜະລິດສິນຄ້າ, ບໍລິການ, ເປັນບ້ານໃຈກາງທາງດ້ານເສດຖະກິດ, ວັດທະນະທຳ – ສັງຄົມ, ເປັນບ້ານທີ່ມີເສັ້ນທາງຄົມມະນາຄົມ, ມີຕະຫຼາດ, ມີສູນບໍລິການໄປສະນີ, ໜ່ວຍບໍລິການທະນາຄານ, ໂຮງໝໍ, ມີຕາຂ່າຍໄຟຟ້າ, ມີລະບົບຊົນລະປະທານ, ໂຮງງານຄົບຊຸດເຫຼົ່ານີ້ເປັນຕົ້ນ. ສະນັ້ນ, ທາງບໍລິສັດ ຈຶ່ງໄດ້ມອບໃຫ້ສະຖາບັນຄົ້ນຄວ້າ ແລະ ອອກແບບຂອງວິທະຍາໄລກະສິກຳ ແຂວງຊານຕຸງ ພ້ອມດ້ວຍທີມງານມາສຶກສາໂຄງການດັ່ງກ່າວ ມີຊື່ວ່າ: ໂຄງການສວນກະສິກຳແບບເປັນມິດຕໍ່ລະບົບນິເວດທີ່ມີປະສິດທິພາບສູງ ເຂດບ້ານແກ້ງຫົວປາ ແລະ ບ້ານມັນຈີ ເມືອງເຊໂປນ ໃນເນື້ອທີ່ 800 ເຮັກຕາ, ຜ່ານການສຳຫຼວດ ແລະ ສຶກສາເບື້ອງ ຕົ້ນເຫັນວ່າ: ເນື້ອທີ່ດັ່ງກ່າວມີຄວາມສາມາດປັບປຸງ, ນຳໃຊ້ເນື້ອທີ່ໃຫ້ມີປະສິດທິຜົນສູງຂຶ້ນ, ສ້າງເປັນຈຸດຕົວແບບໃນການຜະລິດກະສິກຳ, ອຸດສາຫະກຳ ແລະ ການທ່ອງທ່ຽວຕິດພັນກັບການອະນຸຮັກສິ່ງແວດລ້ອມ, ເປັນບ່ອນທົດລອງ, ສາທິດເຕັກນິກ ແລະ ເຕັກໂນໂລຊີໃໝ່ດ້ານກະສິກຳ ແລະ ປ່າໄມ້, ເພີ່ມລາຍຮັບ ແລະ ປັບປຸງຊີວິດການເປັນຢູ່ຂອງປະຊາຊົນເຂດດັ່ງກ່າວ ເຊິ່ງໂຄງການກໍ່ສ້າງສວນດັ່ງກ່າວ ແບ່ງອອກເປັນ 2 ໄລຍະ ຄື: ໄລຍະທີ 1 ແມ່ນກໍ່ສ້າງສູນບໍລິການໂຄສະນາເຜີຍແຜ່ທາງດ້ານເຕັກນິກວິທະຍາສາດທີ່ທັນສະໄໝ ( ສູນບໍລິການເຕັກນິກ ), ເຂດກະສິກຳທີ່ທັນສະໄໝ ( ນາໄຮ່ໃຫຍ່ ) ລະບົບຊົນລະກະເສດ, ລະບົບເສັ້ນທາງຄົມມະນາຄົມ ແລະ ເຂດປູກພືດອຸດສາຫະກຳ; ສ່ວນໄລຍະທີ 2 ແມ່ນຈັດສັນເຂດຜັງບ້ານ, ເຂດປ່າສະຫງວນ, ເຂດປູກໄມ້ອຸດສາຫະກຳ ແລະ ເຂດທ່ອງທ່ຽວທຳມະຊາດ ລວມມູນຄ່າໂຄງການທັງໝົດ 137 ລ້ານຢວນ ຫຼື ປະມານ 20 ລ້ານໂດລາສະຫະລັດ.