ປີ 2020 ຄູຕ້ອງພັດທະນາຕົນເອງໃນຫຼາຍດ້ານ

266

ເພື່ອຕອບສະໜອງຄວາມຮຽກຮ້ອງຕ້ອງການລະບົບການສຶກສາໃຫ້ມີຄຸນນະພາບ ແລະ ຮັບປະກັນມາດຕະຖານການສຶກສາຂອງນັກຮຽນ ໃຫ້ສາມາດສ້າງນັກຮຽນ – ນັກສຶກສາທີ່ມີຄວາມຮູ້, ຄວາມສາມາດ, ມີທັກສະ ແລະ ຄວາມຮູ້ທາງດ້ານວິທະຍາສາດໃນຍຸກໃໝ່ຫຼາຍຂຶ້ນ, ປີ 2020 ຄູ – ອາຈານ ຈຳເປັນຕ້ອງຍົກລະດັບຄວາມຮູ້ – ຄວາມສາມາດທາງດ້ານວິຊາການຂອງຕົນໃນການສິດສອນ ແລະ ຖ່າຍທອດອົງ ຄວາມຮູ້ແກ່ນັກຮຽນຫຼາຍຂຶ້ນ.

ພາບປະກອບຂ່າວ

ອີງຕາມບົດລາຍງານການຈັດຕັ້ງປະຕິບັດແຜນພັດທະນາຂະແໜງການສຶກສາທິການ ແລະ ກີລາ ປະຈຳສົກ 2018 – 2019 ແລະ ທິດທາງແຜນການ ສົກ 2019 – 2020 ໃຫ້ຮູ້ວ່າ: ສົກປີ 2018 – 2019 ຂະແໜງສຶກສາທິການ ແລະ ກີລາ ໄດ້ເອົາໃຈໃສ່ໃນການປັບປຸງ ແລະ ຍົກສູງຄຸນນະພາບຂອງຄູ – ອາຈານ ໂດຍສະເພາະແມ່ນໄດ້ປັບປຸງຫຼັກສູດ, ສະໜອງອຸປະກອນຮັບໃຊ້ການຮຽນ – ການສອນ ແລະ ປັບປຸງພື້ນຖານໂຄງລ່າງ; ໄດ້ຝຶກອົບຮົມເສີມສ້າງ ຄວາມສາມາດຂອງຄູໃນຫຼາຍດ້ານເປັນຕົ້ນ ທັກສະການສອນພາສາລາວ, ວິທະຍາສາດ ແລະ ຄະນິດສາດ ເພື່ອ ເສີມສ້າງຄວາມສາມາດຂອງຄູໃນການນຳໃຊ້ຫ້ອງຟັງສຽງ, ໄອຊີທີ ແລະ ພາສາອັງກິດ; ສ້າງຄວາມເຂັ້ມແຂງໃນການຮຽນ – ການສອນວິຊາວິທະຍາສາດ ແລະ ຄະນິດສາດ ແກ່ຄູປະຖົມ; ພັດທະນາຄູ່ມືວິທີການສອນທີ່ຄຳນຶງເຖິງຄວາມສະເໝີພາບ ຍິງ – ຊາຍ; ສ້າງ ຄວາມສາມາດຂອງຄູໃນການນຳໃຊ້ຫ້ອງທົດລອງ ພ້ອມທັງສ້າງທັກສະວິໄຈສຸຂະພາບຂອງໄວໜຸ່ມແກ່ຄູອະນຸບານ, ປະຖົມ ແລະ ອື່ນໆ.

ພາບປະກອບຂ່າວ

ແຕ່ເຖິງຢ່າງໃດກໍຕາມ, ເຫັນວ່ານັກຮຽນທີ່ໄດ້ທຶນແບ່ງປັນຂອງແຕ່ລະແຂວງເຂົ້າຮຽນຄູຍັງບໍ່ໄດ້ຕາມເງື່ອນໄຂ ແລະ ມາດຕະຖານການຄັດເລືອກໂດຍສະເພາະແມ່ນ ຄວາມຮູ້ພື້ນຖານຍັງຕໍ່າ, ການພັດທະນາດ້ານໄອຊີທີ ແລະ ພາສາຕ່າງປະເທດຂອງຄູ – ອາຈານຈຳນວນໜຶ່ງຍັງຈຳກັດ, ຄວາມສາມາດໃນການຊຸກຍູ້ສົ່ງເສີມຄູ – ອາຈານຍົກລະດັບວຸດທິດ້ານວິຊາສະເພາະຍັງມີຂີດຈຳກັດ, ຄວາມສາມາດຂອງຄູໃນວິທະຍາໄລຕໍ່ການບໍລິການດ້ານວິຊາການແກ່ຊຸມຊົນຍັງມີຂີດຈຳກັດ ແລະ ການຝຶກຫັດວິຊາຊີບຄູ ຍັງບໍ່ເປັນເອກະພາບໃນການຈັດຕັ້ງປະຕິບັດ.

ພາບປະກອບຂ່າວ

ສະນັ້ນ, ເພື່ອໃຫ້ການສິດສອນຂອງຄູ – ອາຈານມີຄຸນນະພາບ ແລະ ໃຫ້ມີຄວາມສອດຄ່ອງກົມກຽວກັບສະພາບຕົວຈິງຫຼາຍຂຶ້ນ ແລະ ໄດ້ມາດຕະຖານການສອນ, ໃຫ້ຄູປະຈໍາການມີຄຸນນະພາບ ແລະ ມີປະສິດທິພາບສູງຂຶ້ນ ຮັບປະກັນການສະໜອງຄູໃຫ້ບັນລຸຕາມຄວາມຕ້ອງການ ໂດຍສະເພາະແມ່ນຄູໃນເຂດຫ່າງໄກສອກຫຼີກ.

ພາບປະກອບຂ່າວ

ໃນປີ 2020 ຄູ – ອາຈານ ຈະຕ້ອງເອົາໃຈໃສ່ໃນການພັດທະນາ ແລະ ຝຶກຝົນຫຼໍ່ຫຼອມຕົນເອງໃນຫຼາຍດ້ານ ເຊັ່ນ: ຍົກສູງຄວາມສາມາດຂອງຕົນເອງໃນການສິດສອນ, ຄູປະຖົມຕ້ອງຍົກລະດັບຕົນເອງໃນລະດັບອະນຸປະລິນຍາ; ຄູມັດທະຍົມຕ້ອງຍົກສູງ ຄວາມຮູ້ ໂດຍລະບົບຕໍ່ເນື່ອງປະລິນຍາຕີ ໃນ 5 ສາຂາວິຊາ ຄື: ຄະນິດສາດ, ພາສາລາວ, ຊີວະສາດ, ເຄມີສາດ ແລະ ພາສາອັງກິດ; ເພີ່ມທະວີການແລກປ່ຽນບົດຮຽນເຊິ່ງກັນ ແລະ ກັນກັບບັນດາຄູ – ອາຈານທັງພາຍໃນ ແລະ ພາຍນອກຫຼາຍຂຶ້ນ; ຄູສອນສາມັນທີ່ບໍ່ຖືກວຸດທິ ບໍ່ຖືກວິຊາສະເພາະ ຕ້ອງໄດ້ຍົກລະດັບໃຫ້ເໝາະສົມຫຼາຍຂຶ້ນ; ຄູອະນຸບານ – ປະຖົມ ຕ້ອງພັດທະນາວິທີເຮັດວຽກຂອງໂຮງຮຽນຫຼາຍຂຶ້ນ; ຄູປະຈຳການຕ້ອງບໍາລຸງ ແລະ ພັດທະນາວິຊາຊີບແບບຕໍ່ເນື່ອງ; ຄູ – ອາຈານຕ້ອງຍົກລະດັບຄວາມຮູ້ – ຄວາມສາມາດທາງດ້ານການນໍາໃຊ້ໄອຊີທີ ແລະ ພາສາອັງກິດ ເຂົ້າໃນການຮຽນ – ການສອນ ແລະ ຄູນິເທດຊັ້ນປະຖົມສຶກສາ ຕ້ອງເອົາໃຈໃສ່ເຂົ້າຮ່ວມຝຶກອົບຮົມຫຼາຍຂຶ້ນ ເພື່ອຍົກລະດັບຕົນເອງ.