ສູດມົນຂ້າມປີດີແນວໃດ ຕັດສິນໃຈຕອນນີ້ຍັງທັນ

213

ເຜີແປັບດຽວກໍໝົດປີ 2019 ແລ້ວ ຫຼາຍໆຄົນຄົງກຽມໂຕ ກຽມຈິດກຽມໃຈ ໄປສະຫຼອງ, ໄປນັບຖອຍຫຼັງ ຕາມສະຖານທີ່ຕ່າງໆຈັດງານ ຫຼື ຢູ່ບ້ານຂອງຕົນເອງ ແຕ່ສໍາລັບສາຍບຸນທັງຫຼາຍແລ້ວ ພໍຮອດມື້ວັນທີ 31 ທັນວາ ຂອງທຸກໆປີກໍມີການກຽມກາຍໃຈໄປນັ່ງສູດມົນຂ້າມປີຢູ່ແລ້ວ
ເຊິ່ງຕາມຄວາມເຊື່ອງ ແລະ ສັດທາແລ້ວການສູດມົນຂ້າມປີແມ່ນຈະເຮັດໃຫ້ເຮົາປັດເປົ່າສິ່ງທີ່ບໍ່ດີໃຫ້ໝົດໄປກັບປີເກົ່າ ກຽມຕ້ອນຮັບສິ່ງດີໆເຂົ້າມາ ເພື່ອເປັນສິລິມຸງຄຸນໃຫ້ກັບຕົນເອງ ແລະ ຄອບຄົວພ້ອມ

ການສູດມົນ ແມ່ນການໄຫວ້ພະ, ການຮຽນ ການສອນ ມີ 3 ປະເພດໃຫຍ່ໆ ຄື
1 ເປັນຄໍາສອນຈາກພະໄຕປິດົກ, ເປັນຄະຕິເຕືອນໃຈ ເຊັ່ນ: ມັງຄະລະສູດ (ອະເສວະນາ ຈະ ພາລານັງ…) ມີໃຈຄວາມວ່າ ການບໍ່ຄົບຫາສະມາຄົມຄົນພານ ການຄົບຫາສະມາຄົມສະເພາະບັນດິດ, ການບູຊາບຸກຄົນທີ່ຄວນບູຊາ ເປັນມຸງຄຸນອັນສູງສູດ ເປັນຕົ້ນ, ໂອວາທະປາຕິໂມກຂ໌ ມີໃຈຄວາມເວົ້າເຖິງແກ່ນຄຳສອນ 3 ຫຼັກໃຫຍ່ ຄື ການບໍ່ທຳບາບທັ້ງປວງ ການບຳເພັງກຸສົນໃຫ້ເຖິງພ້ອມ ແລະ ການທຳຈິດໃຈໃຫ້ຜ່ອງໃສ ເປັນຕົ້ນ.

2 ການນັ່ງສະມາທິຕ້ອງກຽມຈິດໄວ້ກ່ອນ ຖ້າມາແລ້ວນັ່ງສະມາທິແບບປຸບປັບ ຈິດມັນຍັງວຸ້ນວາຍຢູ່ ສະນັ້ນ ຈຶ່ງຕ້ອງນ້ອມຈິດໃຫ້ມາສູ່ຄວາມສະຫງົບລະດັບໜຶ່ງກ່ອນດ້ວຍການສູດມົນ ຂະນະທີ່ສູດມົນຈິດຈົດຈໍ່ ເລື່ອງສະມາທິບໍ່ແມ່ນເລັກນ້ອຍ ຖືວ່າເປັນເລື່ອງໃຫຍ່ ເພາະນີ້ເປັນການເຂົ້າມາເຖິງລະດັບກາງແລ້ວ ຄື ສີນ ສະມາທິ ປັນຍາ.

3 ເພື່ອເປັນການສ້າງຄວາມສາມັກຄີໃນໝູ່ຄະນະ ທາງຝ່າຍພະສົງ ທັງເວັນອາດບໍ່ໄດ້ເຫັນໜ້າກັນ ເພາະຕ່າງຄົນຕ້ອງຮຽນໜັງສື ປະຕິບັດທຳ ຫຼື ທຳງານເຜີຍແຜ່ ກໍເລີຍຖືໂອກາດນີ້ມາລວມກັນພົບປະປຶກສາຫາລື ຫຼື ເຈົ້າອະທິການວັດ ມີຫຍັງມາແຈ້ງເພື່ອຊາບ ກໍ່ປະກາດກັນໃຫ້ຮູ້ບ່ອນນັ້ນເລີຍ.

ທາງຝ່າຍຍາດໂຍມ ກໍ່ຈະໄດ້ຟັງທັມຈາກຄູບາອາຈານເປັນຂໍ້ຄິດໃນການດຳເນີນຊີວິດ ຖືເປັນການມາພັກຜ່ອນຈິດໃຈ ຈາກບ້ານເມືອງທີ່ສັບສົນວຸ້ນວາຍ.

ສໍາລັບສາຍບຸນທັງຫຼາຍທີ່ມັກສູດມົນໂດຍສະເພາະ ສູດມົນຂ້າມປີ ກໍເພື່ອເປັນການສະເໜີ ທາງເລືອກ ວ່າຍັງມີຄວາມສຸກທີ່ບໍ່ຈຳເປັນຕ້ອງຊື້ມາດ້ວຍເງິນ, ບໍ່ຈໍາເປັນຕ້ອງຈັບຈ່າຍຊ່ວງປີໃໝ່, ບໍ່ຕ້ອງດື່ມສິ່ງມຶນເມົາ ຫຼື ມີງານລ້ຽງກໍສຸກກາຍສະບາຍໃຈ ກໍ່ມ່ວນໄດ້ຄືກັນ

ແລະ ຍັງມີຄວາມເຊື່ອວ່າຈະໄດ້ຮັບອິດທິພົນພະລັງແຫ່ງຄວາມດີ ທີ່ເກີດຈາກຄົນໝູ່ຄູ່ທີ່ມາຈາກຫຼາຍແຫ່ງມາລວມໂຕກັນສ້າງທິດທາງຊີວິດດ້ວຍສະຕິປັນຍາ ໃຫ້ລືມເລື່ອງເກົ່າ ລະເລີກການກະທຳເກົ່າທີ່ບໍ່ສ້າງສັນ ຄິດໃໝ່ທຳໃໝ່ ການສ້າງຄຸນງາມຄວາມດີລວມໝູ່ ຈຶ່ງມີພະລັງແລະ ເກີດຂຶ້ນໄດ້ ມາລະຄວາມຊົ່ວທຳຄວາມດີ ຊ່ວງປີໃໝ່, ມາສະແດງຄວາມຮັກຄວາມໃສ່ໃຈຢ່າງຖືກທາງ, ມາຮ່ວມສ້າງສັມມາທິດຖິ ແລະທຳສະຕິໃຫ້ເຂົ້ມແຂງ.

Cr: ພຣະມະຫາສິງຫາ ໄຂ່ອຳພອນ (ມະຫາຂາວ)