ສານປະຊາຊົນສູງສຸດຫາລືວຽກງານ 3 ສ້າງ ຕິດພັນການຕັດສິນຄະດີ

242

ສານປະຊາຊົນສູງສຸດ (ສປສສ) ໄດ້ຈັດກອງປະຊຸມສະຫຼຸບວຽກງານ 3 ສ້າງ ຕິດພັນກັບການຕັດສິນຄະດີ 3 ຂັ້ນ ຂອງສານປະຊາຊົນນະຄອນຫຼວງວຽງຈັນ ຂຶ້ນໃນວັນທີ 31 ທັນວາ 2019 ທີ່ ຫໍປະຊຸມແຫ່ງຊາດ, ນະຄອນຫຼວງວຽງຈັນ ໂດຍການເປັນປະທານຂອງ ທ່ານ ຄຳພາ ແສງດາຣາ ປະທານສານປະຊາຊົນສູງສຸດ, ທ່ານ ສີຫຸນ ສິດທິລືໄຊ ຮອງເຈົ້າຄອງນະຄອນຫຼວງວຽງຈັນ ພ້ອມດ້ວຍບັນດາປະທານສານ ພ້ອມດ້ວຍຜູ້ຕາງໜ້າຈາກສ່ວນກ່ຽວຂ້ອງເຂົ້າຮ່ວມ.

ທ່ານ ຄຳພາ ແສງດາຣາ ກ່າວວ່າ: ກອງປະຊຸມຄັ້ງນີ້ ຈະເນັ້ນ 4 ບັນຫາຫຼັກເຊັ່ນ: 1) ພ້ອມກັນສະຫຼຸບສັງເກດຕີລາຄາຄືນວຽກງານ 3 ສ້າງໃນໄລຍະຜ່ານມາ ຊອກດ້ານດີ, ດ້ານອ່ອນ, ຖອດຖອນບົດຮຽນທີ່ດີເພື່ອສົ່ງເສີມ ແລະ ແກ້ໄຂຂໍ້ຄົງຄ້າງໃນການເຮັດວຽກຜ່ານມາ, ພ້ອມວາງທິດທາງແຜນການຕໍ່ໜ້າ ເພື່ອຫັນວຽກງານ 3 ສ້າງຕິດພັນກັບການຕັດສິນຄະດີ 3 ຂັ້ນເຂົ້າສູ່ລວງເລິກ ແລະ ດໍາເນີນຄະດີຢ່າງກວ້າງຂວາງ; 2) ຮັບຟັງການປະກອບຄຳເຫັນຂອງ ສານປະຊາຊົນນະຄອນຫຼວງວຽງຈັນ (ສປນວ) ແລະ ຄໍາເຫັນຂອງສານປະຊາຊົນ 4 ເຂດ. 3) ປະກາດຄະນະຮັບຜິດຊອບວຽກງານ 3 ສ້າງຂອງສານປະຊາຊົນພາກກາງ, ສປນວ ແລະ ສານປະຊາຊົນ 4 ເຂດ; ແລະ 4) ຮັບຟັງການໂອ້ລົມຂອງຮອງປະທານສະພາແຫ່ງຊາດ.

ໂອກາດນີ້, ທ່ານກ່າວຕື່ມວ່າ: ການລົງເຮັດວຽກ 3 ສ້າງ ແມ່ນການກໍ່ສ້າງຮາກຖານການເມືອງ ແມ່ນວຽກງານໜຶ່ງທີ່ມີຄວາມສຳຄັນ, ຈຳເປັນພາວະວິໄສ, ແມ່ນວຽກງານຍຸດທະສາດທັງໃນສະເພາະໜ້າ ແລະ ຍາວນານ, ທັງເປັນວິທີປະຕິວັດຂອງພັກ ແມ່ນໜ້າທີ່ຄວາມຮັບຜິດຊອບຂອງຄະນະພັກ ຂອງຄະນະນຳສານປະຊາຊົນທຸກຂັ້ນ ຕ້ອງເຮັດເປັນປະຈຳ, ປົກກະຕິ ແລະ ຕໍ່ເນື່ອງ.

ດັ່ງນັ້ນ, ສານປະຊາຊົນ ຈຶ່ງຖືວຽກງານ 3 ສ້າງ ເປັນວຽກງານກໍ່ສ້າງຄົນ,ກໍ່ສ້າງຜູ້ພິພາກສາ ພະນັກງານຂອງສານ. ເຊິ່ງຮາກຖານ 3 ສ້າງທີ່ສຸມໃສ່ໃນປັດຈຸບັນນີ້ ແມ່ນສານຂັ້ນຕົ້ນ, ສານຂັ້ນອຸທອນ ແລະ ສານຂັ້ນລົບລ້າງຢູ່ສານເຂດ ສານນະຄອນຫຼວງ, ສານພາກ. ເຊິ່ງສານປະຊາຊົນເຂດ ແມ່ນມີໜ້າທີ່ຕັດສິນຄະດີເປັນຂັ້ນຕົ້ນ, ເຊິ່ງຂັ້ນທຳອິດແມ່ນຫົວໜ່ວຍ ພື້ນຖານຕໍ່າສຸດຂອງສານປະຊາຊົນ ໂດຍຕິດພັນກັບບັນຫາ, ຂໍ້ຂັດແຍ່ງທີ່ເກີດຂຶ້ນ, ຕິດພັນກັບປະຊາຊົນ (ຄູ່ຄວາມໂດຍກົງ) ໝາຍວ່າຕິດພັນກັບບ້ານ, ກັບກຸ່ມບ້ານໂດຍກົງ. ຖ້າສານຂັ້ນຕົ້ນບ່ອນດັ່ງກ່າວເຮັດໄດ້ດີ, ຖືກຕ້ອງ, ເປັນທຳ, ມີຂໍ້ມູນຫຼັກຖານ, ພະນັກງານ ມີຄຸນທາດການເມືອງ, ຄຸນສົມບັດສິນທຳປະຕິວັດ, ໜັກແໜ້ນ, ມີຈັນຍາບັນ, ຈັນຍາທຳ ກໍ່ຈະເປັນເງື່ອນໄຂອັນດີໃຫ້ແກ່ ການເຄື່ອນໄຫວວຽກງານຂອງສານດີຂຶ້ນ.