ລາວ – ຫວຽດນາມກຽມຍົກລະດັບ 2 ດ່ານເປັນດ່ານສາກົນ ໃນປີ 2020

164

ລາວ – ຫວຽດນາມ ກຽມການເປີດດ່ານ ແລະ ຍົກລະດັບດ່ານດາກຕະອ໊ອກ – ນາມຢາງ ຂຶ້ນເປັນດ່ານສາກົນໃນໄຕມາດທີ I ແລະ ດ່ານທ້ອງຖິ່ນປ່າຫ່າງ – ລອງເຊີບ ຂຶ້ນເປັນດ່ານສາກົນ ໃນປີ 2020.

ກອງປະຊຸມສາມັນປະຈຳປີ ຄັ້ງທີ 29 ລະຫວ່າງຄະນະຜູ້ແທນຊາຍແດນ ລາວ – ຫວຽດນາມ ໄດ້ຈັດຂຶ້ນໃນວັນທີ 26 ທັນວາ 2019 ທີ່ນະຄອນຫຼວງຮາໂນ້ຍ ສສ ຫວຽດນາມເຊິ່ງຄະນະຜູ້ແທນຊາຍແດນຝ່າຍລາວນຳໂດຍ ສະຫາຍ ສະເຫຼີມໄຊ ກົມມະສິດ ກຳມະການສູນກາງພັກ, ລັດຖະມົນຕີກະຊວງການຕ່າງປະເທດ, ຫົວໜ້າຄະນະຜູ້ແທນຊາຍແດນ ລາວ – ຫວຽດນາມ ແລະ ຝ່າຍຫວຽດນາມ ນຳໂດຍ ສະຫາຍ ເລ ຮວ່າຍ ຈຸງ ກຳມະການສູນກາງພັກ, ຮອງລັດຖະມົນຕີກະຊວງການຕ່າງປະເທດ, ຫົວໜ້າຄະນະຜູ້ແທນຊາຍແດນ ຫວຽດນາມ – ລາວ; ມີບັນດາຮອງເຈົ້າແຂວງຂອງຄູ່ແຂວງ ທີ່ມີຊາຍແດນຕິດຈອດກັນ ແລະ ຜູ້ຕາງໜ້າຂະແໜງການທີ່ກ່ຽວຂ້ອງອ້ອມຂ້າງສູນກາງ ແລະ ທ້ອງຖິ່ນຂອງສອງປະເທດເຂົ້າຮ່ວມ.

ກອງປະຊຸມຄັ້ງນີ້ ໄດ້ທົບທວນຄືນການຈັດຕັ້ງປະຕິບັດສັນຍາ, ອະນຸສັນຍາວ່າດ້ວຍລະບຽບການຊາຍແດນ ແລະ ດ່ານຊາຍແດນປະເທດ ລາວ – ຫວຽດນາມ ທີ່ໄດ້ລົງນາມຮ່ວມກັນ ໃນປີ 2016 ແລະ ປະຕິບັດຕາມບົດບັນທຶກກອງປະຊຸມຄະນະຜູ້ແທນຊາຍແດນ ລາວ – ຫວຽດນາມ ຄັ້ງທີ 28 ໃນໜຶ່ງປີຜ່ານມາ; ທັງສອງຝ່າຍໄດ້ສັງເກດຕີລາຄາຄືນດ້ານຕັ້ງໜ້າ ແລະ ດ້ານຫຍໍ້ທໍ້ຕ່າງໆ ກ່ຽວກັບການຮ່ວມມືວຽກງານການຄຸ້ມຄອງຊາຍແດນໃນ 1 ປີຜ່ານມາ ແລະ ວາງແຜນການຮ່ວມມືໃນຕໍ່ໜ້າ, ສະຫຼຸບການຈັດຕັ້ງປະຕິບັດຂໍ້ຕົກລົງ ວ່າດ້ວຍການແກ້ໄຂບັນຫາຜູ້ຍົກຍ້າຍຕັ້ງພູມລຳເນົາຕາມລຳພັງໃຈ ແລະ ສ້າງຄອບຄົວບໍ່ຖືກລະບຽບຢູ່ຕາມບໍລິເວນຊາຍແດນ ລາວ – ຫວຽດນາມ.

ສອງຝ່າຍໄດ້ຕີລາຄາສູງຕໍ່ການປະຕິບັດໜ້າທີ່ຂອງອົງການຊາຍແດນ ແລະ ເຈົ້າໜ້າທີ່ຊາຍແດນ ນັບແຕ່ຂັ້ນສູນກາງລົງຮອດທ້ອງຖິ່ນທີ່ປະກອບສ່ວນເຂົ້າໃນວຽກງານຄຸ້ມຄອງຄວາມເປັນລະບຽບຮຽບຮ້ອຍຢູ່ຕາມບໍລິເວນຊາຍແດນລະຫວ່າງສອງປະເທດ ແລະ ເຫັນດີເພີ່ມທະວີການສຶກສາອົບຮົມເຜີຍແຜ່ໃຫ້ປະຊາຊົນເຂົ້າໃຈກ່ຽວກັບລະບຽບການຊາຍແດນ ເຊິ່ງໄດ້ເປັນການປະກອບສ່ວນຢ່າງຕັ້ງໜ້າເຂົ້າໃນການເພີ່ມທະວີສາຍພົວພັນມິດຕະພາບອັນຍິ່ງໃຫຍ່ທີ່ເປັນມູນເຊື້ອ, ຄວາມສາມັກຄີພິເສດ ແລະ ການຮ່ວມມືຮອບດ້ານ ລາວ – ຫວຽດນາມ. ທັງນີ້, ເພື່ອສ້າງຊາຍແດນຂອງສອງປະເທດໃຫ້ກາຍເປັນຊາຍແດນແຫ່ງສັນຕິພາບ, ມິດຕະພາບ ແລະ ການຮ່ວມມືພັດທະນາແບບຍືນຍົງຕະຫຼອດການ.

ພ້ອມກັນນັ້ນ, ສອງຝ່າຍຍັງໄດ້ເປັນເອກະພາບກັນວາງທິດທາງແຜນການຈັດຕັ້ງປະຕິບັດວຽກງານໃນຕໍ່ໜ້າ ກ່ຽວກັບວຽກງານການຄຸ້ມຄອງຊາຍແດນລະຫວ່າງສອງປະເທດ ໂດຍຈະສຸມໃສ່ວຽກງານໂຄສະນາເຜີຍແຜ່ລະບຽບການຄຸ້ມຄອງຊາຍແດນ, ການປົກປັກຮັກສາຊາຍແດນ ແລະ ຫຼັກໝາຍຊາຍແດນປະເທດໃຫ້ປະຊາຊົນຢູ່ຕາມບໍລິເວນຊາຍແດນເຂົ້າໃຈແຈ້ງກ່ຽວກັບເຂດອຳນາດອະທິປະໄຕ ແລະ ຜືນແຜ່ນດິນອັນຄົບຖ້ວນຂອງຊາດ.

ສອງຝ່າຍຈະເພີ່ມທະວີບັນດາມາດຕະການຊຸກຍູ້ໃຫ້ເສດຖະກິດ, ການຄ້າ, ວັດທະນະທຳ, ການທ່ອງທ່ຽວຢູ່ຕາມບໍລິເວນຊາຍແດນໃຫ້ມີການຂະຫຍາຍຕົວ; ຂຶ້ນແຜນຍຸດທະສາດການຄຸ້ມຄອງພັດທະນາດ່ານ ແຕ່ນີ້ຮອດປີ 2030 ແລະ ວິໄສທັດຮອດປີ 2050; ກະກຽມການເປີດດ່ານ ແລະ ຍົກລະດັບດ່ານດາກຕະອ໊ອກ ( ແຂວງເຊກອງ ) – ນາມຢາງ ( ແຂວງ ກວາງນາມ ) ຂຶ້ນເປັນດ່ານສາກົນໃນໄຕມາດທີ I ປີ 2020 ແລະ ດ່ານທ້ອງຖິ່ນປ່າຫ່າງ ( ແຂວງຫົວພັນ ) – ລອງເຊີບ ( ແຂວງແທງ ຮວາ ) ຂຶ້ນເປັນດ່ານສາກົນ ໃນປີ 2020; ກະກຽມຈັດກອງປະຊຸມສະຫຼຸບການຈັດຕັ້ງປະຕິບັດການເຮັດທົດລອງຮູບແບບການກວດກາ “ ປະຕູດຽວຄັ້ງດຽວ ” ຢູ່ຄູ່ດ່ານສາກົນແດນສະຫວັນ ( ແຂວງສະຫວັນນະເຂດ ) – ລາວບາວ ເຊິ່ງສອງຝ່າຍໄດ້ເປັນເອກະພາບກັນນຳເອົາເນື້ອໃນຈິດໃຈບົດບັນທຶກກອງປະຊຸມ ຄັ້ງທີ 29 ຂອງຄະນະຜູ້ແທນຊາຍແດນ ລາວ – ຫວຽດນາມ ນຳໄປຈັດຕັ້ງຜັນຂະຫຍາຍໃຫ້ໄດ້ຮັບປະສິດທິພາບສູງ.