ລາຄາຄໍາປັບຂຶ້ນ 1,5 ແສນກີບ

211

ທິດທາງຂອງລາຄາຄໍາປີນີ້ ອາດຈະຈອດຢູ່ທີ່ 6.899.000 ກີບຕໍ່ບາດ ໂດຍຫຼ້າສຸດ ປະກາດຂາຍໃນລາຄາ 6.899.000 ກີບຕໍ່ບາດ ( 28 ທັນວາ 2019 ) ຖ້າທຽບໃສ່ຮອບອາທິດ ເຫັນວ່າປັບຂຶ້ນ 150.000 ກີບຕໍ່ບາດ ແລະ 200.000 ກີບ ຖ້າທຽບໃສ່ໄລຍະ 1 ເດືອນ.

ລາຄາຄໍາເປີດຕະຫຼາດບໍ່ປ່ຽນແປງ ຖ້າທຽບໃສ່ຕົ້ນອາທິດຜ່ານມາຄືໃນວັນທີ 28, 29 ແລະ 30 ທັນວາ ຂາຍຢູ່ໃນລະດັບ 6.899.000 ກີບຕໍ່ບາດ ຖ້າທຽບໃສ່ຕົ້ນອາທິດຜ່ານມາ ຂາຍໃນລະດັບ 6.749.000 ກີບຕໍ່ບາດ ໃນວັນທີ 16 ທັນວາ 2019 ເຫັນວ່າປັບຂຶ້ນ 150.000 ກີບ ແລະ 200.000 ກີບ ຖ້າທຽບໃສ່ໄລຍະ 1 ເດືອນ ກໍຄືລາຄາຂາຍວັນທີ 26 ພະຈິກ 2019 ຂາຍໃນລະດັບ 6.699.000 ກີບຕໍ່ບາດ ຖ້າຫາກວ່າລາຄາບໍ່ມີການປັບຂຶ້ນຕື່ມກໍອາດຈະສົ່ງຜົນໃຫ້ລາຄາຄໍາປີ 2019 ຈຶ້ງຢູ່ທີ່ 6.899.000 ກີບຕໍ່ບາດ ເປັນເລກງາມ ໃນປີ 2019.

ສ່ວນລາຄາຄໍາຕະຫຼາດໂລກ ປະກາດໃນວັນຈັນສຸດທ້າຍຂອງປີ 2019 ເຄື່ອນໄຫວໃນລະດັບ 1.515 ໂດລາຕໍ່ອອນ ເຫັນວ່າເພີ່ມຂຶ້ນ 41 ໂດລາຕໍ່ອອນ ຖ້າທຽບໃສ່ລາຄາ ວັນທີ 16 ທັນວາ 2019 ທີ່ຂາຍໃນລະດັບ 1.474 ໂດລາຕໍ່ອອນ ເນື່ອງຈາກໄດ້ຮັບແຮງໜູນຈາກການອ່ອນຄ່າຂອງສະກຸນເງິນໂດລາ ລວມເຖິງແຮງຊື້ຄໍາໃນຖານະຊັບສິນປອດໄພ.