ປີນີ້ກົມສົ່ງເສີມການຄ້າຈັດຝຶກອົບຮົມການພັດທະນາສິນຄ້າບໍ່ຕໍ່າກວ່າ 5 – 6 ຄັ້ງ

150

ເພື່ອຍົກລະດັບການພັດທະນາສິນຄ້າຂອງຜູ້ປະກອບການລາວ ກົມສົ່ງເສີມການຄ້າ ກະຊວງອຸດສາຫະກຳ ແລະ ການຄ້າ ( ອຄ ) ຮ່ວມກັບພາກສ່ວນກ່ຽວຂ້ອງໄດ້ຈັດຝຶກອົບຮົມການພັດທະນາສິນຄ້າບໍ່ຕໍ່າກວ່າ 5 – 6 ຄັ້ງ ເຊິ່ງໄດ້ເຮັດໃຫ້ຍອດຂາຍສິນຄ້າເຂົາເຈົ້າໄດ້ເພີ່ມຂຶ້ນ.

ທ່ານ ໄຊສົມເພັດ ນໍຣະສິງຫ໌ຫົວໜ້າກົມສົ່ງເສີມການຄ້າ ໃຫ້ສໍາພາດວ່າ: ການຍົກລະດັບການພັດທະນາຂອງຜູ້ປະກອບການປີ 2019 ພວກເຮົາໄດ້ມີການຈັດຝຶກອົບຮົມບໍ່ຕ່ຳກວ່າ 5 – 6 ຄັ້ງ ເຊິ່ງໄດ້ຈັດຢູ່ຕ່າງແຂວງ ແລະ ນະຄອນຫຼວງວຽງຈັນ ໂດຍໄດ້ເຊີນເອົາຜູ້ຊ່ຽວຊານອອກແບບສິນຄ້າຈາກພາຍໃນ ແລະ ຕ່າງປະເທດ ໄປອອກແບບສິນຄ້າໃຫ້ຜູ້ປະກອບການໄດ້ເບິ່ງ ເຊັ່ນ: ເຫຼົ້າກົງສະເດັນ ບໍ່ແກ້ວ ປ່ຽນຮູບແນວໃດ, ຊີ້ນແຫ້ງຈາກຫຸ້ມຫໍ່ໃສ່ຖົງຢາງປົກກະຕິປ່ຽນຮູບແບບໃດ ອັດສູນຍາກາດແບບໃດ ໂດຍເລີ່ມຈັບເປັນໂຄງການ ເຊັ່ນ: ໂຄງການປາຫ້ວຍໝໍ ຈະປັບປຸງແນວໃດເພື່ອໃຫ້ຄົນກາຍໄປ – ມາຊື້ເປັນຂອງຝາກ ໂດຍພວກເຮົາພະຍາຍາມສ້າງສິນຄ້າເຫຼົ່ານີ້ໃຫ້ມີຄຸນນະພາບພ້ອມ.

ທັງນີ້, ດ້ານການຊຸກຍູ້ສົ່ງເສີມຈະເນັ້ນສິນຄ້າໜຶ່ງເມືອງໜຶ່ງຜະລິດຕະພັນ ຫຼື ໂອດ໊ອບ ຫຼາຍກວ່າເປັນການຊອກຕະຫຼາດໃຫ້ຜູ້ຜະລິດສິນຄ້າໂອດ໊ອບ ເຊັ່ນ: ໂອດ໊ອບທີ່ໄດ້ອະນຸມັດໃນປີ 2019 ມີປະມານ 10 ກວ່າຫົວໜ່ວຍໃນທົ່ວປະເທດ ໂດຍພວກເຮົາຈະສຸມໃສ່  ແຂວງທີ່ມີສິນໂອດ໊ອບໜ້ອຍຈະສົ່ງວິຊາການລົງໄປຊຸກຍູ້ໄປເບິ່ງ ຍົກຕົວຢ່າງ: ຢູ່ແຂວງໄຊສົມບູນ ຈຸດເດັ່ນສິນຄ້າຂອງແຂວງຄືມີໝາກກ້ຽງ, ໝາກນັດ ພວກເຮົາໄປສ້າງໂອດ໊ອບໃຫ້ເຂົາເຈົ້າແບບໃດ ເຊັ່ນ: ເຮັດແນວໃດບ້ານນີ້ຈະກາຍເປັນໝູ່ບ້ານໂອດ໊ອບປູກໝາກກ້ຽງ, ໝູ່ບ້ານໂອດ໊ອບປູກໝາກນັດ.

ຈາກນັ້ນ, ແລ້ວພວກເຮົາຈະຊອກຜູ້ລົງທຶນເອົາໝາກນັດໄປເຮັດກວນແນວໃດ ຈະເອົາເຂົ້າຕະຫຼາດແນວໃດ ເຊິ່ງການຊ່ວຍທາງກົມຂອງພວກເຮົາຈະເປັນກໍລະນີແບບນີ້ ເຊິ່ງຈະສ້າງໃຫ້ມີສິນຄ້າ, ສ້າງໃຫ້ມີໂອດ໊ອບເກີດຂຶ້ນແບບນີ້ ຖ້າຫາກໄປເບິ່ງແຂວງອັດຕະປື ວ່າມີຫຍັງເດັ່ນພວກເຮົາກໍຈະໄປສ້າງໂອດ໊ອບ ແລະ ອະນຸມັດໃຫ້ເຂົາເຈົ້າ ເຊັ່ນ: ລວດລາຍຜ້າຕ່ຳຂອງອັດຕະປືມີແລ້ວ ແລະ ເຮັດແນວໃດຈຶ່ງຈະສາມາດໄດ້ໂອດ໊ອບ ແລະ ສ້າງເປັນການປຸງແຕ່ງແບບເຄື່ອງໂອດ໊ອບ, ຍີ່ຫໍ້ໂອດ໊ອບ ໃຫ້ເປັນຍີ່ຫໍ້ທີ່ລູກຄ້າມັກ ເຊິ່ງເປັນສິ່ງທີ່ພວກເຮົາພະຍາຍາມອອກແບບລັກສະນະນີ້ ແລະ ເຮົາມີນະໂຍບາຍແບບໃດ ກໍຄືໃນກະຊວງ ອຄ ກໍຈະມີການເຂົ້າຫາແຫຼ່ງທຶນຢູ່ກົມສົ່ງເສີມ SME ໂດຍໃຫ້ຄຳແນະນຳວ່າເຮັດແນວໃດຈະສະໝັກເອົາງົບໂຄງການນີ້ໄດ້ ແລະ ສ້າງໃຫ້ຜູ້ປະກອບການມີໂອກາດມາສົ່ງເສີມສິນຄ້າຕົນຜ່ານງານວາງສະແດງ ໂດຍກົມສົ່ງເສີມການຄ້າເຮົາກໍພະຍາຍາມຊຸກຍູ້ດຶງໃຫ້ຜູ້ປະກອບການເຂົ້າມາຮ່ວມ.

 

ນອກນີ້, ທ່ານຫົວໜ້າກົມສົ່ງເສີມການຄ້າ ຍັງໃຫ້ຮູ້ຕື່ມອີກວ່າ: ການຈັດຝຶກອົບຮົມຜ່ານມາທາງກົມໄດ້ຮ່ວມກັບສູນອາຊຽນ – ຍີ່ປຸ່ນ, ສູນອາຊຽນ – ສ.ເກົາຫຼີ ແລະ ບັນດາຜູ້ປະກອບການສົ່ງອອກ, ຜູ້ປະກອບການທີ່ໄປວາງສະແດງສິນຄ້າຕ່າງໆ ເຊັ່ນ: ຜ່ານການຝຶກອົບຮົມຈະເຫັນການປ່ຽນແປງໃໝ່ ເຊັ່ນ: ການຫຸ້ມຫໍ່ທີ່ສວຍງາມ ເປັນຕົ້ນຊີ້ນສະຫວັນ, ເຫຼົ້າກົງສະເດັນ, ກວນໝາກໄມ້ ຈະເຫັນວ່າເລື່ອງຄວາມສົນໃຈຂອງຄົນຊື້ໄປເປັນຂອງຝາກແບບຊິ້ນດຽວກໍມີ ເຊັ່ນຊາ 36 ເຊິ່ງມີການຫຸ້ມຫໍ່ທີ່ສວຍງາມກໍມີການສັ່ງຊື້, ມີການສົ່ງອອກໄດ້.

 

ຂ່າວ: ສັນຕິ; ຮູບ: ສອນໄຊ