ຂ່າວດີ! ປີໜ້າ ສສ ຫວຽດນາມ ຈະອະນຸຍາດນໍາເຂົ້ານໍ້າຕານໂດຍບໍ່ຈໍາກັດຈໍານວນ ຈາກປະເທດສະມາຊິກອາຊຽນ

168

ນັບວ່າເປັນສັນຍານທີ່ດີດ້ານຕະຫຼາດຮອງຮັບໃຫ້ແກ່ຜູ້ປະກອບການ ຫຼື ຜູ້ຜະລິດນໍ້າຕານເພື່ອສົ່ງອອກຂອງລາວເຮົາ ແລະ ບັນດາປະເທດສະມາຊິກອາຊຽນ, ເນື່ອງຈາກ ປີ 2020 ນີ້ ສສ ຫວຽດນາມ ຈະຍົກເລີກການຄຸ້ມຄອງການນໍາເຂົ້ານໍ້າຕານ ຈາກບັນດາປະເທດສະມາຊິກອາຊຽນ ໂດຍການຍົກເລີກໂຄຕ້າການນໍາເຂົ້າ ໃຫ້ສາມາດນໍາເຂົ້ານໍ້າຕານເຂົ້າໄປ ສສ ຫວຽດນາມ ໄດ້ໂດຍບໍ່ຈໍາກັດຈໍານວນ

ພາບປະກອບຂ່າວ

ນໍ້າຕານ ເປັນສິນຄ້າຊະນິດໜຶ່ງ ທີ່ ລັດຖະບານ ສສ ຫວຽດນາມ ຄຸ້ມຄອງໃນການນໍາເຂົ້າ ເພື່ອປົກປ້ອງຜູ້ຜະລິດພາຍໃນ ແລະ ທັງເປັນການສ້າງຄວາມສົມດຸນລະຫວ່າງການສະໜອງ ແລະ ຄວາມຕ້ອງການບໍລິໂພກ ໂດຍການຈໍາກັດໂຄຕ້າການນໍາເຂົ້າ ເຮັດໃຫ້ບັນດາປະເທດອາຊຽນ ທີ່ຜະລິດນໍ້າຕານ ພົບຄວາມຫຍຸ້ງຍາກສົມຄວນໃນການສົ່ງອອກສິນຄ້າປະເພດນີ້ ເຂົ້າໄປຕະຫຼາດ ສສ ຫວຽດນາມ ໃນຫຼາຍປີຜ່ານມາ.

ພາບປະກອບຂ່າວ

ເພື່ອຈັດຕັ້ງປະຕິບັດຕາມພັນທະຕໍ່ກັບກຸ່ມອາຊຽນ ຂອງລັດຖະບານ ສສ ຫວຽດນາມ ແລະ ຂໍ້ຕົກລົງ ສະບັບເລກທີ130 / NQ-CP, ລົງວັນທີ 17 ຕຸລາ 2018. ກະຊວງ ອຸດສາຫະກໍາ ແລະ ການຄ້າໄດ້ອອກຂໍ້ຕົກລົງສະບັບເລກທີ23/2019/TT.BCT ເພື່ອຍົກເລີກການອອກໂຄຄ້າ ນໍາເຂົ້ານໍ້າຕານ (ລະຫັດອັດຕາພາສີ 1701) ເລີ່ມແຕ່ວັນທີ 1 ມັງກອນ 2020 ເປັນຕົ້ນໄປ ສໍາລັບຜະລິດຕະພັນນໍ້າຕານ ທີ່ມີແຫຼ່ງກໍາເນີດສິນຄ້າຈາກບັນດາປະເທດສະມາຊິກອາຊຽນ.

ພາບປະກອບຂ່າວ

ພາຍຫຼັງແຈ້ງການສະບັບດັ່ງກ່າວມີຜົນບັງຄັບໃຊ້ ການນໍາເຂົ້າຜະລິດຕະພັນນໍ້າຕານ ທີ່ມີແຫຼ່ງກໍາເນີດສິນຄ້າຈາກບັນດາປະເທດສະມາຊີິກອາຊຽນ ແມ່ນຈະຖືກຍົກເລີກໂຄຕ້ານໍາເຂົ້າ ໝາຍຕຄວາມວ່າ ບໍ່ຈໍາກັດຈໍານວນຜະລິດຕະພັນໃນການນໍາເຂົ້ານໍ້າຕານເຂົ້າປະເທດຕົນ. ສໍາລັບອັດຕາພາສີໃນການນໍາເຂົ້ານໍ້າຕານ ຈາກ ສປປ ລາວ ທີ່ນໍາໃຊ້ ຟອມ S ແມ່ນ 2,5% ຟອມ D ແມ່ນ 5%.
ຂໍ້ມູນຈາກ: ຂໍ້ມູນຂ່າວສານທາງດ້ານການຄ້າຂອງ ສປປ ລາວ