ເປີດສູດ! ເຮັດໃຫ້ໝາກເຜັດອອກໝາກດົກພ້ອມກໍາຈັດເພ້ຍ ໃຊ້ເງິນບໍ່ຮອດ 10ພັນກີບ

276

ສະບາຍດີແຟນເພຈ ຂ່າວເສດຖະກິດການຄ້າ, ມື້ນີ້ແອັດມິນມີເຄັດລັບດີໆ ກ່ຽວກັບການດູແລ ບໍາລຸງຮັກສາຕົ້ນໝາກເຜັດໃຫ້ອອກໝາກດົກໜາ ພ້ອມກໍາຈັດສັດຕູພືດໄດ້ມາຝາກ ໂດຍການນໍາໃຊ້ນົມຈືດເປັນສ່ວນປະສົມຫຼັກ ເຊິ່ງສູດນີ້ໃຊ້ງົບປະມານບໍ່ເຖິງ 10 ພັນກີບ(ຊື້ນົມຈືດ) ແລະ ທີ່ສໍາຄັນ ແອັດກໍ່ໄດ້ຮຽບຮຽງເອົາວິທີການເຮັດສູດເດັດນີ້ມາໃຫ້ທ່ານຜູ້ອ່ານໄດ້ນໍາໄປທົດລອງເຮັດ ພ້ອມທົດລອງໃຊ້ນໍາກັນ.

ສ່ວນປະກອບທີ່ຕ້ອງກະກຽມ: ຫົວຜັກທຍມ 1ຖ້ວຍນ້ອຍ, ນົມຈືດ 1ກ່ອງ, ນໍ້າລ້າ 1 ຂວດ, ຈອກ 1ໜ່ວຍ, ຈວຍ 1ອັນ ແລະ ແນວຕອງ 1ອັນ.

ຕັກໃສ່ຈອກ

ວິທີເຮັດ: ຕໍາຫົວຜັກທຽມທີ່ກຽມໄວ້ໃຫ້ລະອຽດ ລະຫວ່າງຕໍາຕັກນໍ້າລ້າໃສ່ 3ບ່ວງແກງ, ຫຼັງຈາກນັ້ນເທຜັກທຍມທີ່ຕໍາແລ້ວໃສ່ໃນຈອກທີ່ກຽມໄວ້ ແລ້ວເທນົມຈືດລົງໄປ ຄົນໃຫ້ເຂົ້າກັນ ແລ້ວປະໄວ້ປະມານ 3ຊົ່ວໂມງ.

ຕອງເອົານໍ້າ

ຫົດໃສ່ໃບໝາເຜັດ

ວິທີໃຊ້: ຫຼັງຈາກຄົບ 3ຊົ່ວໂມງໃຫ້ນໍາມາຕອງເອົານໍ້າໝັກດັ່ງກ່າວໃສ່ຂວດທີ່ກຽມໄວ້ ແລ້ວນໍາໄປຫົດໃບໝາກເຜັດ ພິເສດສາມາດນໍາໄປໃຊ້ກັບໃບໝາກເຂືອ ຫຼື ໝາກນາວກໍ່ໄດ້ ໂດຍຫົດສະເພາະຊ່ວງແລງເທົ່ານັ້ນ ເຮັດແບບນີ້ 2ຄັ້ງຕໍ່ເດືອນ, ມັນຈະຊ່ວຍໃນການບໍາລຸງໄລ່ເພ້ຍ, ໄລ່ແມງໄມ້ ເຮັດໃຫ້ໜ່ວຍໝາກເຜັດອອກຫຼາຍດົກໜາ ແລະ ໄດ້ໜ່ວຍງາມນໍາອີກ