ເມືອງທ່າແຕງ ຕ້ອງການທຶນ 200ຕື້ກ່ວາກີບ ເພື່ອພັດທະນາເສດຖະກິດ-ສັງຄົມ

30 Dec 2019

ຄລິກແຊຣ໌ 0 Facebook WhatsApp

ໄລຍະ 5 ປີ (2020 – 2024) ເມືອງທ່າແຕງ ແຂວງເຊກອງມີຄວາມຕ້ອງການທຶນ 200 ຕື້ກ່ວາກີບເພື່ອສືບຕໍ່ພັດທະນາເສດຖະກິດ-ສັງຄົມ ໂດຍຈະເຮັດໃຫ້ເມືອງບັນລຸເງື່ອນໄຂການຫຼຸດພົ້ນອອກຈາກສະຖານະພາບຄວາມດ້ອຍພັດທະນາ ແລະ ບັນລຸເປົ້າໝາຍການພັດທະນາແບບຍືນຍົງ.

ທ່ານ ແສງລາຕີ ຫຼອມຍະເດດ ຄະນະປະຈຳພັກເມືອງ ຫົວໜ້າຄະນະຈັດຕັ້ງເມືອງທ່າແຕງກ່າວຕໍ່ກອງປະຊຸມໃຫ່ຍຄັ້ງທີ 6 ຂອງຜູ້ແທນອົງຄະນະພັກເມືອງທ່າແຕງທີ່ໄຂຂຶ້ນໃນລະຫ່ວາງວັນທີ 26-27 ທັນວາ 2019ນີ້ວ່າ: ເພື່ອສືບຕໍ່ຜັນຂະຫຍາຍມະຕິກອງປະຊຸມໃຫ່ຍຄັ້ງ 10 ຂອງພັກ,ວິໃສທັດ ແລະ ຍຸດທະສາດການພັດທະນາເສດຖະກິດ-ສັງຄົມໄລຍະ 10 ປີຂອງລັດຖະບານທັງເປັນແຜນສ້າງບາດລ້ຽວໃໝ່ໃນການຫັນໂຄງສ້າງເສດຖະກິດແບບທຳມະຊາດ ແລະ ເຄິ່ງທຳມະຊາດໄປສູ່ໂຄງສ້າງເສດຖະກິດທີ່ທັນສະໄໝ,ມີຄຸນນະພາບ,ສົມດຸນ ແລະ ຍືນຍົງ ເພື່ອເປັນພື້ນຖານອັນໜັກແໜ້ນໃຫ້ແກ່ເສດຖະກິດຂອງເມືອງເດີນໄປຕາມທິດເຕີບໂຕສີຂຽວ ແລະ ຍືນຍົງ ໂດຍສຸມໃສ່ພັດທະນາເສດຖະກິດ-ສັງຄົມ ຕາມທ່າແຮງບົ່ມຊ້ອນຢ່າງເຕັມສ່ວນ.

ໂດຍອີງໃສ່ 4 ແຫຼ່ງທຶນເປັນເສົາຄໍ້າໃນແຕ່ລະປີເປັນຕົ້ນ: ທຶນງົບປະມານລັດສະເລ່ຍ 6 ຕື້ກ່ວາກີບ (6,50 ຕື້ກີບ/ປີ ),ທຶນຊ່ວຍເຫຼືອລ້າ ແລະ ກູ້ຢືມ 1 ຕື້ກ່ວາກີບ ( 1,95 ຕື້ກີບ/ປີ ), ທຶນເອກະຊົນພາຍໃນ ແລະ ຕ່າງປະເທດ 11 ຕື້ກ່ວາກີບ ແລະ ທຶນສິນເຊື່ອທະນາຄານສະເລ່ຍ 21 ຕື້ກີບ, ໂດຍຫັນປ່ຽນຮູບແບບການພັດທະນາເສດຖະກິດໄປສູ່ລວງເລິກໃຫ້ມີຄຸນນະພາບ,ປະສິດທິພາບ ແລະ ປະສິດທິຜົນຂອງການຜະລິດ,ການລົງທຶນ,ການນຳໃຊ້ຊັບພະຍາກອນຢ່າງສົມເຫດສົມຜົນ,ສົ່ງເສີມການປະດິດສ້າງໃໝ່ ແລະ ນໍາໃຊ້ຜົນສໍາເລັດດ້ານວິທະຍາສາດ-ເຕັກໂນໂລຊີໃໝ່ທີ່ທັນສະໄໝ ທັງເປັນມິດກັບສິ່ງແວດລ້ອມ ແລະ ສັງຄົມ.

ຫົວໜ້າຄະນະຈັດຕັ້ງເມືອງກ່າວວ່າ: ສຳລັບການຈັດຕັ້ງປະຕິບັດແຜນພັດທະນາເສດຖະກິດ-ສັງຄົມໄລຍະ 5 ປີ (2015-2019)ຜ່ານມາໂຄງປະກອບເສດຖະກິດໄດ້ຄ່ອຍໆຫັນປ່ຽນຈາກຂະແໜງກະສິກຳ ແລະ ປ່າໄມ້ ໄປສູ່ຂະແໜງອຸດສະຫະກຳ ແລະ ບໍລິການເທື່ອລະກ້າວໂດຍສະເພາະຂະແໜງກະສິກຳ ແລະ ປ່າໄມ້ຈາກ 40,65 ສ່ວນຮ້ອຍ ມາເປັນ 36,16 ສ່ວນຮ້ອຍໃນປີ 2019,ຂະແໜງອຸດສາຫະກຳຈາກ 28,06 ສ່ວນຮ້ອຍ ມາເປັນ 31,84 ສ່ວນຮ້ອຍ ແລະ ຂະແໜງບໍລິການໄດ້ເພີ່ມຂຶ້ນຈາກ 31,29 ສ່ວນຮ້ອຍ ມາເປັນ 32 ສ່ວນຮ້ອຍ.

ຂໍ້ມູນຈາກ: ຂ່າວເມືອງທ່າແຕງ

ຕິດຕາມພວກເຮົາຜ່ານຊ່ອງທາງຕ່າງໆ

ຂ່າວທີ່ກ່ຽວຂ້ອງ