ອຸດົມໄຊ ກຳນົດ 7 ຍຸດທະສາດໃນການພັດທະນາບຸກຄະລາກອນ

252

ພະແນກສຶກສາທິການ ແລະ ກີລາແຂວງອຸດົມໄຊ ໄດ້ຈັດກອງປະຊຸມຜ່ານແຜນພັດທະນາບຸກຄະລາກອນ ປີ 2021 – 2025 ຂຶ້ນທ້າຍອາທິດຜ່ານມາ ໂດຍການເປັນປະທານຂອງ ທ່ານ ພວງວິໄລ ອິນທະວົງ ຮັກສາການຫົວໜ້າພະແນກສຶກສາທິການ ແລະ ກີລາແຂວງ, ມີ ທ່ານ ໂອວາດ ຈັນທະວົງ ຄະນະປະຈຳພັກແຂວງ, ປະທານອົງການແນວລາວສ້າງຊາດແຂວງ, ຕາງໜ້າກະຊວງສຶກສາທິການ ແລະ ກີລາ, ບັນດາພະແນກການ, ອົງການຈັດຕັ້ງມະຫາຊົນ, ສອງກອງບັນຊາການ ປກຊ – ປກສ ເຂົ້າຮ່ວມ.

ການດໍາເນີນກອງປະຊຸມໃນຄັ້ງນີ້ິກໍເພື່ອປຶກສາຫາລື ແລະ ພ້ອມກັນກໍານົດເນື້ອໃນທິດທາງແຜນການພັດທະນາບຸກຄະລາກອນ ແຕ່ປີ 2021 – 2025 ຂອງແຂວງອຸດົມໄຊ ໃຫ້ມີຄວາມລະອຽດ, ຊັດເຈນ, ສົມບູນ ແລະ ສາມາດນຳໄປຈັດຕັ້ງປະຕິບັດຕົວຈິງຢູ່ໃນແຕ່ລະຂົງເຂດໄດ້ຢ່າງມີປະສິດທິພາບ ທັງແນໃສ່ເຮັດໃຫ້ຄວາມຕ້ອງການ ແລະ ການສະໜອງບຸກຄະລາກອນມີ ຄວາມສອດຄ່ອງ ແລະ ກົມກຽວກັນ, ສ້າງຂີດຄວາມສາມາດໃຫ້ແກ່ບຸກຄະລາກອນທຸກລະດັບ, ທຸກສາຍໃນທົ່ວແຂວງມີຄວາມເຂັ້ມແຂງ, ສາມາດຕອບສະໜອງກັບຄວາມຕ້ອງການຂອງຕະຫຼາດແຮງງານ.

ເຊິ່ງໃນທິດທາງແຜນພັດທະນາບຸກຄະລາກອນດັ່ງກ່າວນັ້ນໄດ້ກຳນົດເອົາ 7 ຍຸດທະສາດຫຼັກໃນການພັດທະນາບຸກຄະລາກອນ ແລະ 3 ຍຸດທະສາດຍ່ອຍ ຄື: ຂົງເຂດການເມືອງ, ຂົງເຂດເສດຖະກິດ, ວັດທະນະທຳ – ສັງຄົມ, ສົ່ງເສີມສຸຂະພາບ ແລະ ພະລະນາໄມສົມບູນໃຫ້ທົ່ວປວງຊົນ, ພັດທະນາກຳລັງແຮງງານ ແລະ ເພີ່ມພະລິດຕະພາບແຮງງານ ເພື່ອຕອບສະໜອງຄວາມຕ້ອງການຂອງຕະຫຼາດແຮງງານໃນແຕ່ລະໄລຍະ,ອະນຸຮັກ ແລະ ສົ່ງເສີມຄຸນຄ່າດ້ານວັດທະນະທຳອັນດີງາມຂອງຊາດ ແລະ ຍຸດທະສາດອື່ນໆທີ່ຕິດພັນກັບການພັດທະນາຊັບພະຍາກອນມະນຸດ.

ສ່ວນ 3 ຍຸດທະສາດຍ່ອຍ ປະກອບມີ: ປົກປ້ອງປະຊາກອນຈາກຄວາມສ່ຽງຂອງການປ່ຽນແປງທາງດິນຟ້າອາກາດ, ໄພພິບັດຈາກທຳມະຊາດ ແລະ ມະນຸດສ້າງຂຶ້ນ, ສົ່ງເສີມຄວາມສະເໝີພາບລະຫວ່າງຍິງ – ຊາຍ ດ້ວຍການເພີິ່ມບົດບາດແມ່ຍິງໃນວຽກງານນຳພາ – ຄຸ້ມຄອງ ແລະ ການມີສ່ວນຮ່ວມໃນການພັດທະນາເສດຖະກິດ – ສັງຄົມ ແລະ ສົ່ງເສີມການຮ່ວມມືການພັດທະນາຊັບພກະຍາກອນມະນຸດກັບພາກພື້ນ ແລະ ສາກົນ.

ນອກຈາກການກໍານົດເອົາບັນດາຍຸດທະສາດແລ້ວ ຍັງໄດ້ກໍານົດເອົາວິໄສທັດ ແຕ່ນີ້ຮອດປີ 2030 ແລະ ບັນດາເປົ້າໝາຍລວມຂອງແຜນຍຸດທະສາດການພັດທະນາບຸກຄະລາກອນແຂວງອຸດົມໄຊ ແຕ່ປີ 2021 – 2025 ຕື່ມອີກ.