ຜູ້ປະສົບໄພເມືອງສະໜາມໄຊ ສຳເລັດຫຼັກສູດວິຊາຊີບລະດັບ C1

145

ຕອບສະໜອງໃຫ້ແກ່ການພັດທະນາສີມືແຮງງານດ້ານວິຊາຊີບ ໄດ້ຮັບການແກ້ໄຂດ້ານຊີວິດການເປັນຢູ່ເຂົ້າສູ່ລະບົບການຄຸ້ມຄອງຂອງແຜນພັດທະນາເສດຖະກິດ – ສັງຄົມຂັ້ນທ້ອງຖິ່ນ ກໍຄືຜູ້ປະສົບໄພເມືອງສະໜາມໄຊ ໃນແຕ່ລະໄລຍະໃຫ້ດີຂຶ້ນ.

ວັນທີ 26 ທັນວາ 2019 ໂຮງຮຽນເຕັກນິກວິຊາຊີບແບບປະສົມແຂວງອັດຕະປື ໄດ້ຈັດພິທີມອບ – ຮັບໃບຢັ້ງຢືນ ແລະ ປິດການຮຽນ – ການສອນວິຊາຊີບຊັ້ນຕົ້ນລະດັບ C1 ໃຫ້ແກ່ລູກຫຼານຜູ້ຖືກຜົນກະທົບຈາກເຫດການຄູກັນນ້ຳຂອງໂຄງການເຂື່ອນເຊປຽນ – ເຊນ້ຳນ້ອຍແຕກທີ່ເມືອງສະໜາມໄຊ ພາຍຫຼັງໄດ້ມີການດຳເນີນຫຼັກສູດການຮຽນ – ການສອນ ສຶກສາວິຊາຊີບໄລຍະສັ້ນເປັນເວລາ 3 ເດືອນ ( 25 ກັນຍາ ຫາ 25 ທັນວາ 2019 ) ແລະ ມີນ້ອງນັກສຶກສາທັງໝົດຈາກ 6 ບ້ານ ທີ່ຖືກຜົນກະທົບທັງໝົດຈຳນວນ 44 ຄົນ ໂດຍໄດ້ຮັບທຶນສະໜັບສະໜູນຂອງ ບໍລິສັດ PNPC-SK.

ທ່ານ ຖາວອນ ສຸກດາວົງ ຜູ້ອຳນວຍການໂຮງຮຽນວິຊາຊີບແບບປະສົມແຂວງອັດຕະປື ໃຫ້ຮູ້ວ່າ: ນັກສຶກສາຈຳນວນ 44 ຄົນ ຍິງ 23 ຄົນ ທີ່ສຳເລັດໃນສາຂາວິຊາຊີບຊັ້ນຕົ້ນ ໂດຍໃຊ້ເວລາຮຽນໄລຍະ 3 ເດືອນ ຮຸ່ນທຳອິດນີ້ຮັບຮອງໄດ້ວ່າຈະສາມາດເຮັດໄດ້ທຸກຢ່າງຕາມຫຼັກສູດທີ່ໄດ້ຮຽນມາ. ດັ່ງນັ້ນ, ຂໍຮຽກຮ້ອງມາຍັງພາກສ່ວນກ່ຽວຂ້ອງຈົ່ງສະໜັບສະໜູນດ້ານອຸປະກອນເຕັກນິກການນຳໃຊ້ເຂົ້າໃນຊີວິດຕົວຈິງ ເພື່ອເຮັດໃຫ້ຊັບພະຍາກອນມະນຸດທີ່ໄດ້ສ້າງອອກໄປລວມໃນສອງສາຂາວິຊາ ເຊັ່ນ: ສາຂາວິຊາຕັດຫຍິບເສື້ອຜ້າ ແລະ ສາຂາຊ່າງສ້ອມແປງລົດໄດ້ມີອາຊີບເພື່ອພັດທະນາຕົນເອງໃນລະດັບທີ່ຖາວອນ ແລະ ຍືນຍົງໃນອະນາຄົດ.

ທ່ານ ໄຊຍະລາດ ຊຸມຜົນພັກດີ ຮອງຫົວໜ້າຫ້ອງວ່າການປົກຄອງແຂວງ ໄດ້ຕາງໜ້າໃຫ້ອຳນາດການປົກຄອງແຂວງອັດຕະປື ກ່າວວ່າ: ໃນຕະຫຼອດໄລຍະທີ່ຜ່ານມາໄດ້ພ້ອມກັນຈັດຕັ້ງປະຕິບັດດ້ານການສ້າງສາຂາອາຊີບໃຫ້ແກ່ລູກຫຼານ ແລະ ພໍ່ແມ່ປະຊາຊົນຜູ້ປະສົບໄພຢູ່ເມືອງສະໜາມໄຊ ເຊິ່ງມີຢູ່ສອງຈຸດ ເຊັ່ນ: ພັດທະນາວິຊາຊີບທີ່ສູນສີມືແຮງງານ ພະແນກແຮງງານ ແລະ ສະຫວັດດີການ – ສັງຄົມ ແລະ ສູນວິຊາຊີບແບບປະສົມແຂວງອັດຕະປື ໂດຍມີພາກສ່ວນທັງບໍລິສັດຜູ້ພັດທະນາໂຄງການ PNPC-SK ແລະ ໂຄງການ KOICA ສ.ເກົາຫຼີ ໄດ້ສືບຕໍ່ສ້າງຄວາມເຂັ້ມແຂງ ແລະ ໃຫ້ການສົ່ງເສີມຢ່າງຕໍ່ເນື່ອງເປັນກ້າວໆມາ.