ພາຍຸໝາກເຫັບຖະຫຼົ່ມເມືອງສິງເຊົ້າມືດຂອງມື້ນີ້

121

 

ໄພທຳມະຊາດມາໂດຍບັງເອີນສ້າງຄວາມເສຍຫາຍຫຼວງຫຼາຍໃຫ້ເມືອງສີງຂອງຫຼວງນ້ຳທາໃນຕອນເຊົ້າມືດຂອງມື້ນີ້ປະມານ 5 ໂມງປາຍ ໂດຍທີ່ຢູ່ອາໄສ ແລະຜົນລະປູກຂອງປະຊາຊົນບາງສ່ວນຖືກພາຍຸຕີລຽບເປັນໜ້າກອງ ໜ້າເຫັນໃຈສຸດໆ

ຕາມຂໍ້ມູນເບື້ອງຕົ້ນຈາກປະຊາຊົນ ພາຍຫຼັງເຫດການເກີດຂຶ້ນໄດ້ເຮັດໃຫ້ອາຄານບ້ານເຮືອນເສຍຫາຍຫຼາຍຫລັງ ໂດຍສະເພາະແມ່ນຫຼັງຄາຖືກລົມພັດປີວ ແລະຖືກໝາກເຫັບກະທົບໃສ່ຈົນແຕກສະລັກຫັກພັງ, ນອກຈາກນີ້ ໄຮ່ນາຮົ້ວສວນ ກໍ່ໄດ້ຮັບຄວາມເສຍຫາຍຈຳນວນຫຼາຍເປັນຕົ້ນສວນກ້ວຍ, ສວນອ້ອຍ ເຊິ່ງຕອນນີ້ຍັງບໍ່ທັນຮູ້ຕົວເລກທີ່ຊັດເຈນ.

ເຫດການຄັ້ງນີ້ປະຊາຊົນທີ່ເຫັນເຫດການລ້ວນກ່າວເປັນສຽງດຽວກັນວ່າບໍ່ເຄີຍເຫັນໃນປະຫວັດສາດ ຫຼື ຈະເປັນຄັ້ງໜຶ່ງທີ່ຮຸນແຮງສຸດໃນຮອບຫຼາຍປີແຖມຍັງເກີດຂຶ້ນນອກລະດູການອີກ.

ຜົນເສຍຫາຍຄັ້ງນີ້ຍັງບໍ່ທັນມີລາຍງານຈາກພາກສ່ວນກ່ຽວຂ້ອງເທື່ອ

ມີຄວາມຄືບໜ້າແນວໃດແອັດມິນຈະທະຍອຍເອົາມາຝາກແຟນຂ່າວທຸກທ່ານ

.

.