ເມືອງປາກລາຍ ເປີດກອງປະຊຸມໃຫຍ່ຜູ້ແທນອົງຄະນະພັກ ຄັ້ງທີ VIII

192

ກອງປະຊຸມໃຫຍ່ຄັ້ງທີ VIII ຂອງອົງຄະນະພັກເມືອງປາກລາຍ ແຂວງ ໄຊຍະບູລີ ໄດ້ເປີດຂຶ້ນຢ່າງເປັນທາງການໃນຕອນເຊົ້າວັນທີ 29 ທັນວາ 2019 ທີ່ຫ້ອງປະຊຸມໃຫຍ່ຂອງເມືອງດັ່ງກ່າວ, ໂດຍການເປັນປະທານຂອງ ສະຫາຍ ສົມຈິດ ຈັນທະວົງ ກໍາມະການພັກແຂວງ, ເລຂາຄະນະບໍລິຫານງານພັກເມືອງ, ເຈົ້າເມືອງ ປາກລາຍ.

ເຂົ້າຮ່ວມເປັນກຽດມີ ສະຫາຍ ພົງສະຫວັນ ສິດທະວົງ ກໍາມະການສູນກາງພັກ, ເລຂາຄະນະບໍລິຫານງານພັກແຂວງ, ເຈົ້າແຂວງ ໄຊຍະບູລີ; ມີປະທານສະພາປະຊາຊົນແຂວງ, ມີຄະນະປະຈຳພັກແຂວງ, ກຳມະການພັກແຂວງ, ຄະນະປະຈຳພັກເມືອງ, ກຳມະການພັກເມືອງ, ມີພະນັກງານອາວຸໂສບຳນານ, ນັກທຸລະກິດ, ຜູ້ປະກອບການ, ແຂກຮັບເຊີນຈາກເມືອງ ຊະນະຄາມ, ເມືອງ ແມດ ແຂວງ ວຽງຈັນ ແລະ ເມືອງອ້ອມຂ້າງເຂົ້າຮ່ວມ 200 ກວ່າຄົນ. ໃນນັ້ນຜູ້ແທນສົມບູນທີ່ມາຈາກຄະນະພັກຮາກຖານ ແລະ ໜ່ວຍພັກທົ່ວເມືອງ 165 ສະຫາຍ, ຍິງ 19 ສະຫາຍ, ທີ່ເປັນຕົວແທນໃຫ້ແກ່ສະມາຊິກພັກທັງໝົດ 2.447 ສະຫາຍ.

ກອງປະຊຸມຄັ້ງນີ້ບັນດາຜູ້ແທນແມ່ນຈະໄດ້ພ້ອມກັນທົບທວນຕີລາຄືນຜົນງານ ແລະ ໄຊຊະນະທີ່ຍາດມາໄດ້, ຈຸດອ່ອນຂໍ້ຄົງຄ້າງ ແລະ ສະຫຼຸບຖອດຖອນບົດຮຽນໃນການຈັດຕັ້ງປະຕິບັດແນວທາງນະໂຍບາຍຂອງພັກ ແລະ ມະຕິຜູ້ແທນອົງຄະນະພັກຄັ້ງທີ VII  ແລະ ພ້ອມກັນກຳນົດທິດທາງຄາດໝາຍຍຸດທະສາດແຕ່ລະດ້ານໃນການປົກປັກຮັກສາ ແລະ ພັດທະນາເມືອງປາກລາຍແຕ່ນີ້ຮອດປີ 2024, ຈາກນັ້ນກອງປະຊຸມຈະໄດ້ພ້ອມກັນຄົ້ນຄວ້າ ແລະ ຮັບຮອງເອົາບັນດາເອກະສານສຳຄັນທີ່ເປັນຍຸດທະສາດຂອງຄະນະບໍລິຫານງານພັກຄັ້ງທີ VIII, ເລືອກຕັ້ງເອົາຄະນະບໍລິຫານງານພັກເມືອງຊຸດທີ VIII ແລະ ຕົວແທນໃຫ້ແກ່ອົງຄະນະພັກເມືອງ ໄປຮ່ວມກອງປະຊຸມໃຫຍ່ຄັ້ງທີ່ VII ຂອງອົງຄະນະພັກແຂວງ.

ໂອກາດດັ່ງກ່າວ ສະຫາຍ ສົມຈິດ ຈັນທະວົງ ກໍ່ໄດ້ກ່າວເປີດກອງປະຊຸມຢ່າງເປັນທາງການ, ພ້ອມທັງຜ່ານບົດລາຍງານການເມືອງທັງສອງພາກ, ເຊິ່ງສະຫາຍໄດ້ຍົກໃຫ້ເຫັນຜົນງານຈາກການຊີ້ນໍາໆພາຂອງອົງຄະນະພັກ ເມືອງ ປາກລາຍ ໃນໄລຍະ 5 ປີຜ່ານມາ , ໂດຍລວມແມ່ນສາມາດຮັກສາ ສະຖຽນລະພາບທາງດ້ານການເມືອງ, ມີຄວາມສະຫງົບ ແລະ ມີຄວາມເປັນລະບຽບຮຽບຮ້ອຍດ້ານສັງຄົມໂດຍພື້ນຖານ, ເສດຖະກິດ, ວັດທະນະທຳ-ສັງຄົມໄດ້ຮັບການພັດທະນາຢ່າງຕໍ່ເນື່ອງ, ການຜະລິດ ແລະ ຊີວິດການເປັນຢູ່ຂອງປະຊາຊົນບັນດາເຜົ່າໄດ້ຮັບການຊຸກຍູ້ສົ່ງເສີມນັບມື້ດີຂຶ້ນ, ການຂະຫຍາຍຕົວເສດຖະກິດຢູ່ໃນລະດັບ 9,5%, ລວມຍອດຜະລິດຕະພັນພາຍໃນບັນລຸ 1.695 ຕື້ກວ່າກີບ, ສະເລ່ຍຕໍ່ຫົວຄົນໜຶ່ງໄດ້ 22,68 ລ້ານກີບ ເທົ່າກັບ 2.766 ໂດລາຕໍ່ຄົນຕໍ່ປີ, ທຽບໃສ່ຄາດໝາຍປະຕິບັດໄດ້ 93,29% ທຽບໃສ່ປີ 2014 ເພີ້ມຂຶ້ນ 894 ໂດລາ.

ໂຄງປະກອບເສດຖະກິດໄດ້ມີການຫັນປ່ຽນ ຕາມທິດໜໍ່ແໜງອຸດສາຫະກໍາ ແລະ ທັນສະໄໝ, ການຜະລິດກະສິກຳ, ການບໍລິການໄດ້ຂະຫຍາຍຕົວເພີ້ມຂຶ້ນ, ການພັດທະນາຊົນນະບົດ ແລະ ລຶບລ້າງຄວາມທຸກຍາກໄດ້ບັນລຸຄາດໝາຍ, ສາມາດລືບລ້າງຄອບຄົວທຸກຍາກໄດ້ 100%, ການພັດທະນາຕົວເມືອງ, ຊົນນະບົດໄດ້ມີຫຼາຍປັດໃຈໃໝ່ເກີດຂຶ້ນ, ຊີວິດການເປັນຢູ່ທາງດ້ານວັດຖຸ ແລະ ຈິດໃຈໄດ້ມີການປ່ຽນແປງດ້ວຍບາດກ້າວໃໝ່ ແລະ ວຽກງານວັດທະນະທໍາ-ສັງຄົມກໍ່ໄດ້ຮັບການພັດທະນາ ແລະ ຍົກລະດັບດີຂຶ້ນເປັນກ້າວໆ.

ຈາກນັ້ນ ສະຫາຍ ບຸນຫຼາຍ ວົງດາລາ, ຄະນະປະຈໍາພັກເມືອງ, ຮອງເຈົ້າເມືອງ ໄດ້ຜ່ານຮ່າງແຜນພັດທະນາເສດຖະກິດ-ສັງຄົມ, ກອງປະຊຸມຍັງຈະໄດ້ຮັບຟັງການໂອ້ລົມຂອງ ສະຫາຍ ເລຂາພັກແຂວງ ແລະ ຈະໄດ້ດຳເນີນໄປເປັນເວລາ 2 ວັນຈິ່ງຈະສຳເລັດ.

ນັກຂ່າວ: ຫ້ອງວ່າການແຂວງ ໄຊຍະບູລີ, ຂ່າວ-ພາບໂດຍ: ອຸ່ນເຮືອນ ໂພທິລັກ