ວິທີເຮັດໄຂ່ເຄັມໃຫ້ແຊບ, ຫອມມັນແບບງ່າຍໆ

29 Dec 2019

ຄລິກແຊຣ໌ 0 Facebook WhatsApp

ມື້ນີ້, ຈະມາແນະນຳວິທີເຮັດໄຂ່ເຄັມແບບງ່າຍໆ ໄວ້ຮັບປະທານເອງບໍ່ຕ້ອງເສຍເງິນຊື້. ຖ້າໜຸ່ມສາວ ຫຼື ແມ່ບ້ານແມ່ເຮືອນ ສົນໃຈກໍ່ສາມາດລອງນຳໄປເຮັດຕາມໄດ້.


ວັດຖຸດິບ ທີ່ຕ້ອງກຽມ: ໄຂ່ເປັດ 10 ໜ່ວຍ, ເກືອ 1 ຖ້ວຍ, ນໍ້າສະອາດ 1 ລິດ ແລະ ໂຖແກ້ວ (ພາຊະນະສຳລັບໃສ່ໄຂ່)


ວິທີການເຮັດ: ເລີ່ມຕົ້ນຈາກການລ້າງເປືອກໄຂ່ໃຫ້ສະອາດ ແລ້ວນຳເອົາຜ້າ ມາແຊັດໃຫ້ແຫ້ງ ຈາກນັ້ນ. ນຳໄປໃສ່ໃນໂຖແກ້ວ (ພາຊະນະສຳລັບໃສ່ໄຂ່ ທີ່ຈະດອງ) ຈາກນັ້ນ, ຕົ້ມນໍ້າທີ່ສະອາດກຽມໄວ້ແລ້ວໃສ່ເກືອລົງໄປ ລໍຖ້າໃຫ້ຟົດ. ຫຼັງຈາກນັ້ນ, ປົງລົງໄວ້ໃຫ້ເຢັນ.


ສຳລັບວິທີການເຮັດໃຫ້ໄຂ່ແດງເຄັມເປັນນໍ້າມັນອອກມານັ້ນ ພາຍຫຼັງປະນໍ້າເກືອທີ່ເຮົາຕົ້ມໄວ້ໃຫ້ເຢັນດີແລ້ວ ໃຫ້ໃສ່ເຫຼົ້າຂາວລົງໄປໃນນໍ້າເກືອເລັກນ້ອຍ ຄົນໃຫ້ສ່ວນປະສົມເຂົ້າກັນ ແລ້ວຖອກໃສ່ໂຖແກ້ວ ຫຼື ພາຊະນະສຳລັບເຮົາໃສ່ໄຂ່ ຜ່ານໄປປະມານ 2-3 ອາທິດ ເຮົາກໍ່ຈະໄດ້ໄຂ່ເຄັມສຳັບເຮັດໄຂ່ດາວ, ປະໄວ້ 2 ອາທິດ. ສໍາລັບເຮັດໄຂ່ຕົ້ມ ປະໄວ້ປະມານ 3 ອາທິດ.

ທີ່ມາ:kapook.com

ຕິດຕາມພວກເຮົາຜ່ານຊ່ອງທາງຕ່າງໆ

ຂ່າວທີ່ກ່ຽວຂ້ອງ