ຄວນຮູ້! ອັນຕະລາຍຈາກກ່ອງໂຟມໃສ່ອາຫານ

160

ຫຼາຍຄົນກໍ່ອາດຈະເຄີຍກິນອາຫານແບບໃສ່ກ່ອງໂຟມກັນແນ່ນອນແມ່ນບໍ່ ເພາະສະດວກສະບາຍ, ວ່ອງໄວ, ກິນຢູ່ສະຖານທີ່ໃດກໍ່ໄດ້, ປະຢັດເວລາ ແລະ ທີ່ສຳຄັນແມ່ນກິນແລ້ວກໍ່ບໍ່ຕ້ອງລ້າງອີກ. ເຊິ່ງຮູ້ ຫຼື ບໍ່ ຄວາມສະດວກສະບາຍກັບກ່ອງໂຟມນັ້ນມັນໄດ້ແຝງໄປດ້ວຍໄພຮ້າຍທີ່ອາດເປັນຜົນກະທົບຕໍ່ສຸຂະພາບໄດ້.


ແພດຜູ້ຊ່ຽວຊານດ້ານບັນຈຸພັນຂອງ ບໍລິສັດບັນຈຸພັນເພື່ອສິ່ງແວດລ້ອມ ໄດ້ໃຫ້ຄວາມຮູ້ວ່າ: ກ່ອງໂຟມທີ່ໃຊ້ຕາມທ້ອງຕະຫຼາດທົ່ວໄປມັກຈະເປັນສີດຳໆເປັນຈຸດໆ ຍ້ອນສິ່ງເສດເຫຼືອຈາກກະບວນການກັ່ນນ້ຳມັນປິໂຕລຽມເພື່ອປະກອບກັບສານສໄຕລີນ (Styrene) ໂດຍມີໂຄງສ້າງໂມເລກຸນຄ້າຍຮໍໂມນເອດໂຕເຈນ (Estrogen) ໃນເພດຍິງ.

ເຊິ່ງອາຫານຕາມສັ່ງທີ່ບັນຈຸກ່ອງໂຟມຈຶ່ງເປັນແຫຼ່ງສະສົມສານສໄຕລີນທີ່ເປັນສານໂດຍອອກລິດເຮັດໃຫ້ສະໝອງມຶນງົງ, ສະໝອງເສື່ອມງ່າຍ, ຫງຸດຫງິດງ່າຍ, ມີຜົນເຮັດໃຫ້ປະຈຳເດືອນມາບໍ່ປົກກະຕິ ແລະ ເປັນສານກໍ່ມະເຮັງອີກ 3 ຊະນິດ. ສ່ວນຜູ້ຊາຍແມ່ນຈະມີໂອກາດສ່ຽງເປັນພະຍາດມະເຮັງຕ່ອມລູກໝາກ ຂະນະທີ່ຜູ້ຍິງແມ່ນມີໂອກາດເປັນມະເຮັງເຕົ້ານົມ ແລະ ທັງສອງເພດບໍ່ວ່າຍິງ ຫຼື ຊາຍກໍ່ລ້ວນແລ້ວແຕ່ມີໂອກາດສູງຕໍ່ການເປັນມະເຮັງຕັບເຖິງວ່າຈະບໍ່ໄດ້ດື່ມນ້ຳເມົາເປັນປະຈຳກໍ່ຕາມ.

ສຳລັບສານ ສໄຕລີນ ຖືວ່າເປັນສານອັນຕະລາຍທີ່ປະເທດສະຫະລັດອາເມຣິກາຫາກໍ່ໄດ້ປະກາດຂຶ້ນບັນຊີວ່າເປັນສານກໍ່ມະເຮັງ ແລະ ຖ້າແມ່ຍິງຖືພາກິນອາຫານບັນຈຸກ່ອງໂຟມລູກທີ່ເກີດມາກໍ່ຈະມີໂອກາດສະໝອງເສື່ອມ ຫຼື ອະໄວຍະວະບາງສ່ວນພິການ. ສ່ວນຄົນທົ່ວໄປຖ້າກິນອາຫານກ່ອງໂຟມທຸກມື້ ຫຼື ມື້ລະກ່ອງຕິດຕໍ່ກັນເປັນເວລາ 10 ປີ ກໍ່ຈະມີໂອກາດສ່ຽງເປັນມະເຮັງສູງກວ່າຄົນປົກກະຕິເຖິງ 6 ເທົ່າ.

ໂດຍຜູ້ບໍລິໂພກສາມາດທີ່ຈະມີໂອກາດໄດ້ຮັບ ສານສໄຕລີນ ໃນກ່ອງໂຟມໄດ້ງ່າຍເຖິງ 4 ປັດໄຈຫຼັກຄື:

ອຸນຫະພູມທີ່ຮ້ອນຂຶ້ນ ຫຼື ເຢັນລົງ ແມ່ນເຮັດໃຫ້ສໄຕລີນຊຶມເຂົ້າສູ່ອາຫານໄດ້ສູງສຸດ, ຖ້າປຸງແຕ່ງອາຫານໂດຍມີນ້ຳມັນ, ນ້ຳສົ້ມສາຍຊູ, ແອນກໍຮອລ໌ ຢູ່ໃນສ່ວນປະກອບມັນຈະສາມາດດູດເອົາສານສໄຕລີນຈາກກ່ອງໂຟມໄດ້ຫຼາຍກວ່າປົກກະຕິອີກ, ຖ້າຊື້ອາຫານໃສ່ກ່ອງແລ້ວປະໄວ້ດົນໆ ໂດຍບໍ່ທັນກິນອາຫານຈະດູດສານສໄຕລີນເຂົ້າໄປນຳ, ຖ້ານຳອາຫານທີ່ບັນຈຸໂຟມເຂົ້າເຕົາອົບໄມໂຄເວຟສານສໄຕລີນຈະໄຫຼອອກມາໃນປະລິມານຫຼາຍເຊັ່ນກັນ.