ເຊີນທ່ຽວຊົມງານວາງສະແດງຜະລິດຕະພັນຂອງບັນດາເຜົ່າທີ່ສວນພຶກສາ

257

ສູນກາງແນວລາວສ້າງຊາດຮ່ວມກັບສວນພຶກສາ ແນວລາວສ້າງຊາດນະຄອນຫລວງວຽງຈັນ ແລະ ແນວລາວສ້າງຊາດເມືອງນາຊາຍທອງ ຈັດງານສະແດງສິລະປະການສະແດງ ແລະ ຜະລິດຕະ ພັນຂອງບັນດາຊົນເຜົ່າຄັ້ງທີ 1 ຂຶ້ນທີ່ສວນພຶກສາ ເມືອງນາຊາຍທອງ ໃນວັນທີ 27-29 ທັນວາ 2019.

*

ຈຸດປະສົງການຈັດງານຄັ້ງນີ້ເພື່ອເປັນການສົ່ງເສີມຮີດຮອງປະເພນີວັດທະນາທຳອັນດີງາມຂອງຊົນເຜົ່າຕ່າງໆ ເປັນການສົ່ງເສີມການທ່ອງທ່ຽວ ຕະຫຼອດໄລຍະ 3 ວັນ ຈະມີການຈັດໃຫ້ມີຫຼາຍກິດຈະກຳເປັນຊົມສະແດງສິລະປະນເຜົ່າ ທ່ຽວຊົມງານວາງສະແດງສິນຄ້າຊົນເຜົ່າ ງານເດີນແບບ ແລະ ທ່ຽວຊົມສງນພຶກສາ ດັ່ງນັ້ນເຊີນຊວນທຸກຄົນໄປທ່ຽວຊົມງານດັ່ງກ່າວ.

*

ພາຍໃນງານຈະມີການສະແດງສິນລະປະຂອງບັນດາຊົນເຜົ່າບໍ່ວ່າຈະເປັນການຂັບລໍາ, ຮ້ອງເພງ, ຟ້ອນ, ທ່ຽວຊົມການວາງສະແດງຜະລິດຕະພັນ ແລະ ຊີມອາຫານຊົນເຜົ່າ. ນອກຈາກນິ້, ຍັງມີເຄື່ອງນຸ່ງຫົ່ມ, ເຄື່ອງປູກຂອງຝັງ, ເຄື່ອງຫັດຖະກໍາຈັກສານ ແລະ ອື່ນໆ.

ງານດັ່ງກ່າວ, ແມ່ນເລີ່ມແຕ່ວັນທີ 27 ຫາ 29 ທັນວາ 2019 (ເປັນເວລາ 3 ວັນ) ທີ່ສວນພຶກສາ.