ນະຄອນຫຼວງ! ກຽມສ້າງນິຕິກຳ ຫ້າມພົນລະເມືອງຈູດຂີ້ເຫຍື່ອຢູ່ເທດສະບານ ແລະ ຊານເມືອງ

391

ຫ້ອງວ່າການນະຄອນຫຼວງວຽງຈັນ ກຽມອອກຮ່າງຄໍາສັ່ງຂອງເຈົ້າຄອງກໍາແພງນະຄອນຫຼວງວຽງຈັນ ຫ້າມພົນລະເມືອງຊາວນະຄອນຫຼວງວຽງຈັນ ຈູດຂີ້ເຫຍື້ອ ຈູດໄຮ່ ຈູດນາ ແລະ ຈູດປ່າຊະຊາຍ ຢູ່ເຂດເທດສະບານ ແລະ ຊານເມືອງນະຄອນຫຼວງວຽງຈັນ.

ໂດຍອີງຕາມແຈ້ງການສະບັບເລກທີ 0450/ຫວນວ ລົງວັນທີ 16 ທັນວາ 2019 ໄດ້ລະບຸວ່າ: ຫ້ອງການນະຄອນຫຼວງວຽງຈັນ ຂໍຖືເປັນກຽດແຈ້ງການຕົກລົງ ແລະ ຊີ້ນຳຂອງກອງປະຊຸມ ມາຍັງທ່ານຊາບດັ່ງນີ້: ພື້ນຖານເຫັນດີໃຫ້ອອກນິຕິກໍາຂອງເຈົ້າຄອງນະຄອນຫຼວງວຽງຈັນ ວ່າດ້ວຍການຫ້າມພົນລະເມືອງຊາວ ນະຄອນຫຼວງວຽງຈັນ ຈຸດຂີ່ເຫຍື່ອ, ຈຸດໄຮ່,ຈູດນາ ແລະ ຈຸດປ່າຊະຊາຍ ຢູ່ເຂດເທດສະບານ ແລະ ຊານເມືອງ ນະຄອນຫຼວງວຽງຈັນ ເພາະໄລຍະຜ່ານມາ ກໍ່ມີແຈ້ງການຂອງພະແນກຊັບພະຍາກອນທຳມະຊາດ ແລະ ສິ່ງແວດລ້ອມ ນະຄອນຫຼວງວຽງຈັນ ສະບັບເລກທີ 1294/ພຊສ.ນວ ລົງວັນທີ 13 ກຸມພາ 2019 ກ່ຽວກັບການເພີ່ມທະວີຄວາມເອົາໃຈໃສ່ ໃນການປົກປັກຮັກສາ ແລະ ປ້ອງກັນສິ່ງແວດລ້ອມ ແຕ່ຍັງຂາດປັດໄຈ ທີ່ຍັງບໍ່ສາມາດຈັດຕັງປະຕິບັດໄດ້ ຈຶາງໃຫ້ຄົ້ນຄວ້າອອກເປັນຮ່າງນິຕິກຳ ເພື່ອຮັບໃຊ້ຍາວນານໃຫ້ເປັນຂໍ້ຕົກລົງ ແລະ ຮັບໃຊ້ສະເພາະໄລຍະລະດູແລ້ງນີ້ ໃຫ້ເປັນຮ່າງຄຳສັ່ງດັ່ງນີ້:

ສຳລັບຮ່າງຂໍ້ຕົກລົງ ເພື່ອເປັນນິຕິກຳຮັບໃຊ້ຍາວນານ ມຶບໃຫ້ພະແນກຊັບພະຍາກອນທຳມະຊາດ ແລະ ສິ່ງແວດລ້ອມນະຄອນຫຼວງວຽງຈັນເປັນເຈົ້າການຄົ້ນຄວ້າໂດຍສົມທົບກັບກະຊວງຊັບພະຍາກອນທຳມະຊາດ ແລະ ສິ່ງແວດລ້ອມ. ນອກນັ້ນ, ຈຶ່ງສະເໜີຕໍ່ສະພາປະຊາຊົນ ນະຄອນຫຼວງວຽງຈັນ ຮັບຮອງເອົາ ໂດຍໃຫ້ປະຕິບັດຕາມແບບຟອມການສ້າງນິຕິກຳ. (ລາຍລະອຽດແມ່ນຕາມແຈ້ງການດັ່ງລຸ່ມນີ້)

ມອບໃຫ້ທ່ານຮອງເຈົ້າຄອງນະຄອນຫຼວງວຽງຈັນ ຜູ້ຊີ້ນຳ, ກຳກັບ. ພາຍຫຼັງສຳເລັດແລ້ວ ໃຫ້ເຮັດຈົດໝາຍວຽນ ຂໍຄຳເຫັນນຳຄະນະປະຈຳສະພາປະຊາຊົນ ນະຄອນຫຼງວຽງຈັນ ແລະ ທ້າຍເດືອນທັນວາ 2019 ໃຫ້ໄດ້ເຊັນປະກາດຮັບໃຊ້ ຕົ້ນເດືອນ ມັງກອນ 2020 ໃຫ້ໄດ້ຈັດຕັ້ງປະຕິບັດ.