ທ່ານ ຄໍາສອນ ພົງສະຫັວດດີ ຂຶ້ນເປັນຮັກສາການຫົວໜ້າສາທາແຂວງຫຼວງພະບາງ ຜູ້ໃໝ່

181

ພະແນກສາທາລະນະສຸກແຂວງ ຫຼວງພະບາງ ໄດ້ມີພິທີມອບ-ຮັບຫົວໜ້າພະແນກສາທາລະນະສຸກແຂວງ ລະຫວ່າງ ທ່ານ ທ່ານ ອຳພອນ ພະລາມມີໄຊ ຜູ້ເກົ່າ ແລະ ທ່ານ ຄໍາສອນ ພົງສະຫັວດດີຜູ້ໃໝ່, ເນື່ອງຈາກຜູ້ເກົ່າໝົດອາຍຸກະສຽນເຂົ້າບຳນານແລ້ວ.

ໃນພິທີ ໄດ້ຜ່ານຂໍ້ຕົກລົງຂອງຄະນະເລຂາທິການສູນກາງພັກ ແລະ ຜ່ານຂໍ້ຕົກລົງຂອງທ່ານເຈົ້າແຂວງຫຼວງພະບາງ ວ່າດ້ວຍການອະນຸມັດໃຫ້ ທ່ານ ອຳພອນ ພະລາມມີໄຊ ຫົວໜ້າພະແນກສາທາລະນະສຸກແຂວງຫຼວງພະບາງ ອອກພັກການ-ຮັບອຸດໜຸນບຳນານ. ຈາກນັ້ນ, ໄດ້ຜ່ານຂໍ້ຕົກລົງຂອງທ່ານເຈົ້າແຂວງ ຫຼວງພະບາງ ວ່າດ້ວຍການແຕ່ງຕັ້ງ ທ່ານ ຄໍາສອນ ພົງສະຫັວດດີ ຈາກອຳນວຍການໂຮງໝໍແຂວງຫຼວງພະບາງ ຂຶ້ນເປັນຮັກສາການຫົວໜ້າພະແນກສາທາລະນະສຸກແຂວງຫຼວງພະບາງ. ຈາກນັ້ນ ໄດ້ມີການລົງນາມເຊັນບົດບັນທຶກມອບ-ຮັບ ໜ້າທີ່ ໂດຍມີຜູ່ເຂົ້າຮ່ວມເປັນຂີພິຍານ.

ພິທີມອບ-ຮັບ ໄດ້ຈັດຂຶ້ນໃນວັນທີ 25 ທັນວາ 2019 ຜ່ານມາ, ໂດຍເປັນປະທານຂອງ ທ່ານ ສາຍສະ ໝອນ ຄົມທະວົງ, ປະທານສະພາປະຊາຊົນແຂວງ, ມີຕາງໜ້າກະຊວງສາທາລະສະສຸກ, ພະແນກການຂອງແຂວງ, ຊ່ຽວຊານ, ຫົວໜ້າຫ້ອງການສາທາລະນະສຸກ-ໂຮງໝໍເມືອງ, ນະຄອນ, ພ້ອມດ້ວຍຫົວໜ້າຂະແໜງການ ພ້ອມດ້ວຍພາກສ່ວນກ່ຽວຂ້ອງເຂົ້າຮ່ວມ.

ທີ່ມາ: ຂ່າວສານຫຼວງພະບາງ