ການຜິດນັດໃຊ້ໜີ້ພັນທະບັດສູງເປັນປະຫວັດສາດໃນຈີນ

126

ລັດຖະບານຈີນເລັ່ງພັດທະນາການຜິດນັດຊໍາລະໜີ້ພັນທະບັດທີ່ສູງເປັນປະຫວັດສາດໃນປີນີ້ໃນສະພາບທີ່ເສດຖະກິດຂະຫຍາຍຕົວຊ້າ.

ໜ່ວຍງານຄວບຄຸມດ້ານກົດລະບຽບການເງິນຂອງຈີນຮຽກຮ້ອງໃຫ້ມີການຈັດການຢ່າງໂປ່ງໃສ ແລະ ເປັນທໍາຫຼາຍຂຶ້ນກັບການຜິດນັດຊໍາລະໜີ້ເພື່ອຟື້ນຟູຄວາມເຊື່ອໝັ້ນໃນຕະຫຼາດພັນທະບັດຂອງຈີນເຊິ່ງໃຫຍ່ທີ່ສຸດເປັນອັນດັບ2ຂອງໂລກຫຼັງຈາກທີ່ການຜິດນັດຊໍາລະໜີ້ຈຸລະດັບສູງສຸດເປັນປະຫວັດສາດໃນປີນີ້.

ຖະແຫຼງການໃນເວັບໄຊຂອງທະນາຄານກາງຈີນໃຫ້ຮູ້ວ່າ:ເຈົ້າໜ້າທີ່ລະດັບສູງຈາກທະນາຄານກາງ,ໜ່ວຍການຮັບຜິດຊອບກົດລະບຽບດ້ານຫຼັກຊັບ,ສານ ແລະ ໜ່ວຍງານອື່ນໆຂອງຈີນໄດ້ປຶກສາກັນໃນກອງປະຊຸມຢູ່ນະຄອນຫຼວງ ປັກກິງເມື່ອບໍ່ດົນມານີ້ກ່ຽວກັບການແກ້ໄຂບັນຫາຂໍ້ຂັດແຍ່ງທີ່ສານເປັນຜູ້ຕັດສິນເຊິ່ງເປັນຂໍ້ຂັດແຍ່ງທີ່ກ່ຽກັບການຜິດນັດຊໍາລະໜີ້.

ທັງນີ້,ການປັບປຸງກົນໄກຮັບມືການຜິດນັດຊໍາລະໜີ້ພັນທະບັດເປັນສິ່ງທີ່ຈໍາເປັນໃນການປ້ອງກັນ ແລະ ແກ້ໄຂຄວາມສ່ຽງດ້ານການເງິນ ແລະ ຕ້ອງດໍາເນີນການໂດຍອິງກັບຕະຫຼາດ ແລະ ເຄົາລົບຕໍ່ກົດໝາຍ.