ຫວຽດນາມມຸ່ງໜ້າເຈາະຕະຫຼາດອາຟຣິກາທີ່ມີທ່າແຮງສູງ

62

ລັດຖະບານຫວຽດນາມເດີນໜ້າເຈາະຕະຫຼາດອາຟຣິກາຫຼັງການທະວິພາຄີລະຫວ່າງຫວຽດນາມກັບເຂດເສດຖະກິດອາຟຣິກາຂະຫຍາຍຕົວຢ່າງຫຼວງຫຼາຍໃນໄລຍະ10ປີທີ່ຜ່ານມາ.

ຫວຽດນາມກັບທະວີບອາຟຣິກາເບິ່ງຄືວ່າຫ່າງໄກກັນດ້ວຍໄລຍະທາງ,ແຕ່ການຄ້າທະວິພາຄີລະຫວ່າງຫວຽດນາມກັບເຂດເສດຖະກິດອາຟຣິກາເຕີບໃຫຍ່ຂະຫຍາຍຕົວຫຼາຍໃນໄລຍະໜຶ່ງທົດສະວັດທີ່່ຜ່ານມາ,ນອກຈາກນີ້ຍັງມີໂອກາດຍັງພັດທະນາໄດ້ອີກ;ລັດຖະບານຫວຽດນາມຈຶ່ງເລັ່ງເຫັນໂອກາດອັນດີນີ້ຈຶ່ງມັກຈັດກອງປະຊຸມລະດົມສະໝອງທະລຸທະລວງຕະຫຼາດນີ້ໃຫ້ໄດ້ຢ່າງປອດໄພຢ່າງບໍ່ມີຄວາມສ່ຽງ.

ໃນໄລຍະທີ່ຜ່ານມາ,ລັດຖະມົນຕີຊ່ວຍວ່າການກະຊວງການຕ່າງປະເທດຫວຽດນາມກ່າວໃນກອງປະຊຸມວ່າດ້ວຍການຄ້າລະຫວ່າງຫວຽດນາມກັບເຂດເສດຖະກິດອາຟຣິກາໃນປີ2017ວ່າການຄ້າຂອງສອງຝ່າຍເພີ່ມຂຶ້ນເຖິງ250%ມາຢູ່ທີ່6,6ຕື້ໂດລາຈາກ2,52ຕື້ໂດລາໃນປີ2010.

ໃນປີ2017ອາຟຣິກາເປັນປາຍທາງສຸດຍອດນິຍົມຂອງບໍລິສັດຫວຽດນາມທີ່ເຮັດທຸລະກິດໂທລະຄົມມະນາຄົມ,ກະສິກໍາ ແລະການສຶກສາເຊັ່ນຫວຽດນາມເທວ,ບໍລິສັດທີ່ກອງທັບໃຫ້ການສະໜັບສະໜູນ.

ຂະນະທີ່ຄວາມສໍາພັນລະຫວ່າງສອງຝ່າຍບໍ່ວ່າຈະເປັນດ້ານການເມືອງ,ສັງຄົມ ແລະ ການທູດກໍກ້າວໜ້າໄປດ້ວຍດີໂດຍຂໍ້ມູນຄວາມຈິງເຫຼົ່ານີ້ພິສູດໃຫ້ເຫັນແລ້ວວ່າໂອກາດສ້າງຄວາມຮ່ວມມືທະວິພາຄີລະຫວ່າງຫວຽດນາມກັບບັນດາປະເທດໃນອາຟຣິກາມີມະຫາສານ.

ທັງນີ້,ອາຟຣິກາເປັນຕະຫຼາດໃຫຍ່ທີ່ມີປະຊາກອນ1,2ຕື້ຄົນ,ທະວີບນີ້ໂດດເດັ່ນໃນດ້ານຂອງການມີກໍາລັງແຮງງານໄວໜຸ່ມ,ການເຊື່ອມຕໍ່ກັບຊຸມຊົນເມືອງລະຫວ່າງປະເທດດີ ແລະ ກໍາລັງຈະເລີນຮຸ່ງເຮືອງຂຶ້ນໃນຖານະສູນກາງໃໝ່ຂອງໂລກຈຶ່ງເປັນເລື່ອງສໍາຄັນທີ່ຫົວໜ່ວຍທຸລະກິດຫວຽດນາມ ແລະ ອາຟຣິກາຈະໄດ້ຮັບຮູ້ຂໍ້ມູນຂ່າວ-ສານ ແລ ະໂອກາດຈາກລັດຖະບານ.ນອກຈາກນີ້ຈະຕ້ອງມີການປັບປຸງລະບົບການຄົມມະນາຄົມເພື່ອຕອບສະໜອງຄວາມຮຽກຮ້ອງຕ້ອງການຂອງທຸກພາກສ່ວນໃນສັງຄົມ.

ຜູ້ຊ່ຽວຊານເຊື່ອວ່າ:ຫາກບໍລິສັດຫວຽດນາມຈະໄປເຮັດທຸລະກິດຫຼືຄ້າຂາຍໃນຕະຫຼາດອາຟຣິກາກໍຍັງມີຄວາມສ່ຽງຢູ່ເຊັ່ນເມື່ອບໍລິສັດຫວຽດນາມຈະໄປເຮັດທຸລະກິດຢູ່ບ່ອນນີ້ກໍມັກກັງວົນເລື່ອງການຈ່າຍເງິນ ແລະ ການສໍ້ໂກງຈົນສູນເສຍຄວາມໜ້າເຊື່ອຖື.

ສະນັ້ນ,ຜູ້ຊ່ຽວຊາວຈຶ່ງແນະນໍາໃຫ້ກັບບໍລິສັດຂອງທັງສອງຝ່າຍຫາແຮງສະໜັບສະໜູນຈາກທາງການຂອງປະເທດແຕ່ລະປະເທດທີ່ກ່ຽວຂ້ອງເພື່ອແກ້ໄຂບັນຫາ ແລະ ຂ້ໍພິພາດການຄ້າລະຫວ່າງກັນ.ນອກຈາກນີ້,ການຕິດຕໍ່ທຸລະກິດຄວນຈະດໍາເນີນງານຜ່ານໜ່ວຍງາຍຂອງລັດຖະບານເພື່ອຊ່ວຍຈັດຫາວຽກໃຫ້ບໍລິສັດຫວຽດນາມ ແລ ະອາຟຣິກາໄດ້ແລກປ່ຽນແນວຄວາມຄິດເຫັນ.

ທ່ານ ຝັ່ນ ທິ ຖັນ ຜູ້ອໍານວຍການສູນການເງິນການຄ້າທະນາຄານຮ່ວມຮຸ້ນເພື່ອການລົງທຶນ ແລ ະການພັດທະນາຂອງຫວຽດນາມຫຼືບີໄອດີວີກ່າວວ່າ:ບັນຫາທີ່ກ່າວມາຖືວ່າໜ້າຮັບຟັງເນື່ອງຈາກຂະບວນການຊໍາລະເງິນສໍາຄັນຫຼາຍໃນການຄ້າໂລກ,ແຕ່ທະນາຄານອາຟຣິກາສ່ວນໃຫຍ່ຍັງບໍ່ໄດ້ມາດຕະຖານສາກົນ;ກາຍເປັນອຸປະສັກຂອງການຄ້າຂາຍເນື່ອງຈາກບໍລິສັດຫວຽດນາມພົບວ່າການຊໍາລະເງິນຜ່ານທະນາຄານທ້ອງຖິ່ນເຮັດໄດ້ຍາກ.

ຜູ້ອໍານວຍການສູນດັ່ງກ່າວເຕືອນບໍລິສັດຫວຽດນາມທັງຫຼາຍຢ່າງພະຍາຍາມຊໍາລະເງິນລ່ວງໜ້າໃຫ້ກັບນັກທຸລະກິດຫຼືພໍ່ຄ້າແມ່ຊາວອາຟຣິກາຫຼືຍອມໃຫ້ຜູ້ຊື້ຈ່າຍເງິນພາຍຫຼັງເດັດຂາດ.