ອາຫານທີ່ອຸດົມດ້ວຍໄຂມັນ ແຕ່ຊ່ວຍຄວບຄຸມນ້ຳໜັກ ແລະ ດີຕໍ່ສຸຂະພາບ

168

ຫຼາຍຄົນຕ່າງເຊື່ອມາຕະຫຼອດວ່າໄຂມັນເປັນສັດຕູຂອງການຫຼຸດນ້ຳໜັກ ແຕ່ ຄວາມເປັນຈິງແລ້ວໄຂມັນແມ່ນມີຫຼາຍຊະນິດ ແລະ ບາງຊະນິດກໍດີກັບສຸຂະພາບແຖມຍັງຊ່ວຍຫຼຸດນ້ຳໜັກໄດ້ອີກດ້ວຍ. ດັ່ງນັ້ນ, ມື້ນີ້ເຮົາຈຶ່ງນຳເອົາອາຫານທີ່ອຸດົມໄປດ້ວຍໄຂມັນແຕ່ເປັນຜົນດີຕໍ່ສຸຂະພາບ ແລະ ຊ່ວຍໃຫ້ຮູບຮ່າງດີຂຶ້ນພ້ອມ.

1 ໄຂ່.

2 ປາທີ່ມີກົດໄຂມັນສູງ.

3 ນ້ຳມັນໝາກພ້າວ.

4 ໝາກຖົ່ວເປືອກແຂງ.

5 ເນີຍຖົ່ວ.

6 ອະໂວກາໂດ.

7 ນ້ຳມັນໝາກກອກ.

8 ດ໊າກຊ໋ອກໂກແລັດ.

9 ເນີຍແອລມອນ.

ສຳລັບໃຜທີ່ຍັງຫຼີກລຽງການກິນອາຫານທີ່ມີໄຂມັນ ກໍປ່ຽນໃຈມາລອງກິນອາຫານເຫຼົ່ານີ້ເສີມນຳຈະດີກວ່າ ເພາະການຫຼຸດນ້ຳໜັກທີ່ໄດ້ປະສິດທິພາບສິ່ງທີ່ສຳຄັນທີ່ສຸດຄືການຮັບສານອາຫານທຸກຊະນິດຢ່າງພຽງພໍ, ຖ້າຂາດສິ່ງໃດສິ່ງໜຶ່ງໄປອາດຈະສົ່ງຜົນເສຍຕໍ່ສຸຂະພາບໄດ້ ເພາະການທີ່ມີຮູບຮ່າງດີແບບສົມໃຈແຕ່ສຸຂະພາບທີ່ໄດ້ມາກັບສຸດໂຊມ ແລະ ເສື່ອມສະພາບລົງຖືວ່າບໍ່ກຸ້ມຄ່າກັນແນ່ນອນ.

ຮຽບຮຽງໂດຍ: ນຸ້ມນິ້ມ;ຂໍ້ມູນຈາກ: today.line.me