ສຸກັນ ເຈົ້າຂອງຫຼຽນຄໍາຊີເກມ 2019 ຕາງໜ້າສະຫະພັນຄິກບ໊ອກຊິ້ງລາວ ຮັບອັດສີດ 150 ກວ່າລ້ານກີບ

191

ສຸກັນ ໄຕປັນຍາວົງ ເຈົ້າຂອງຫຼຽນຄໍາ ໃນງານມະຫະກໍາກີລາ ຊີເກມ ຄັ້ງທີ 30 ທີ່ປະເທດຟິລິບປິນ ຕາງໜ້າສະຫະພັນກີລາຄິກບ໊ອກຊິ້ງແຫ່ງຊາດລາວ ຂຶ້ນຮັບເງິນອັດສີດຈາກຫຼາຍພາກສ່ວນ 150 ກວ່າລ້ານກີບ ເມື່ອວັນທີ 26 ທັນວາ 2019 ທີ່ຫ້ອງປະຊຸມ ຄະນະກໍາມະທິການໂອແລມປິກແຫ່ງຊາດລາວ.

ພິທີດັ່ງກ່າວໃຫ້ກຽດເຂົ້າຮ່ວມໂດຍ ທ່ານ ບົວລານ ສິລິປັນຍາ ຮອງລັດຖະມົນຕີກະຊວງສຶກສາທິການ ແລະ ກີລາ ແລະ ທ່ານ ສົມພູ ພົງສາ ຜູ້ຊ່ວຍລັດຖະມົນຕີກະຊວງສຶກສາທິການ ແລະ ກີລາ ມີຕາງໜ້າຈາກສະຫະພັນຄິກບ໊ອກຊິ້ງແຫ່ງຊາດລາວ ແລະ ຜູ້ສະໜັບສະໜູນ ພ້ອມດ້ວຍນັກກີລາສື່ມວນຊົນເຂົ້າຮ່ວມຢ່າງພ້ອມພຽງ.

ສໍາລັບ ພາກສ່ວນທີ່ໃຫ້ການຊົມເຊີຍຄັ້ງນີ້ລວມທັງໝົດ 156.800.000 ກີບປະກອບມີ:

1.ບໍລິສັດ ຈະເລີນ ເຊກອງ ພະລັງງານ ຈໍາກັດ ມອບໃຫ້ຈໍານວນ 62 ລ້ານກີບ

2.ບໍລິສັດ Adidas ມອບໃຫ້ 20 ລ້ານກີບ

3.ບໍລິສັດ ລາວເດີມ ກຣຸບ ມອບໃຫ້ 16 ລ້ານກີບ

4.ບໍລິສັດ Vongsavanh Logistics ມອບໃຫ້ 13 ລ້ານກີບ

5.ທະນາຄານ ເອັສທີ ມອບໃຫ້ 11 ລ້ານກີບ

6.Chanthavinh Resort & Spa ມອບໃຫ້ 10 ລ້ານກີບ

7.ບໍລິສັດ ຊີສະຕາ ມອບໃຫ້ 8.800.000 ກີບ

8.ຮ້ານອາຫານ ອາຊໍ້ຫູສະຫຼາມ ມອບໃຫ້ 8 ລ້ານກີບ

9.ບໍລິສັດ 3SD ພັດທະນາ ຈໍາກັດ ມອບໃຫ້ 5 ລ້ານກີບ

10.ທ່ານ ເຂັມຊາດ ພິລາພັນເດຊ ປະທານສະຫະພັນຢູໂດແຫ່ງຊາດລາວ ມອບໃຫ້ 3 ລ້ານກີບ

ສໍາລັບ ສຸກັນ ເປັນນັກກີລາລາວ ຄົນດຽວທີ່ຄວ້າຫຼຽນຄໍາໃຫ້ກັບ ທັບນັກກີລາລາວ ໃນຊີເກມ 2019 ຈາກກີລາຄິກບ໊ອກຊິ້ງ ເຮັດໃຫ້ຍອດລວມ ທັບນັກກີລາລາວ ຍາດມາໄດ້ 1 ຫຼຽນຄໍາ, 5 ຫຼຽນເງິນ ແລະ 29 ຫຼຽນທອງ.