ບໍລິສັດ ເອເນໂກ້ ໄດນາມິກ ມະຫາຊົນ ກຽມອອກຈໍາໜ່່າຍຫຸ້ນໄອພີໂອ

344

ບໍລິສັດ ເອເນໂກ້ ໄດນາມິກ ມະຫາຊົນ ເປັນຜູ້ນໍາເຂົ້າ ແລະ ຈັດຈໍາໜ່າຍນໍ້າມັນເຊື້ອໄຟ ໄດ້ຍື່ນຄໍາຮ້ອງຕໍ່ ສຄຄຊ ແລະ ຕລຊລ ເມື່ອເດືອນກໍລະກົດ 2019 ຜ່ານມາ ເພື່ອກຽມຄວາມພ້ອມໃນການສະເໜີຂາຍຫຸ້ນໃຫ້ແກ່ມວນຊົນຄັ້ງທຳອິດ ຫຼື ( IPO ). ຫຼ້າສຸດ, ໄດ້ມີການຖະແຫຼງຢ່າງເປັນທາງການໃນວັນທີ 25 ທັນວາຜ່ານມາ ເຊິ່ງຈະເປີດໃຫ້ຈອງໃນໄວໆນີ້ ຈຳນວນກວ່າ 38 ລ້ານຫຸ້ນໃນລາຄາ 1.000 ຕໍ່ຫຸ້ນ.

ທ່ານ ສົມຫວັງ ຄຸຣຸລັດ ຜູ້ອໍານວຍການໃຫຍ່ ບໍລິສັດ ເອເນໂກ້ ໄດນາມິກ ມະຫາຊົນ ກ່າວວ່າ: ບໍລິສັດສ້າງຕັ້ງຂຶ້ນໃນວັນທີ 14 ກໍລະກົດ 2015 ມີສໍານັກງານໃຫຍ່ຢູ່ເມືອງປາກງື່ມ ນະຄອນຫຼວງວຽງຈັນ ແລະ ມີສາຂາຢູ່ຈໍາປາສັກ, ສະຫວັນນະເຂດ ແລະ ອັດຕະປື ດ້ວຍທຶນຈົດທະບຽນ 155 ຕື້ກີບ ເຮັດທຸລະກິດກ່ຽວກັບນໍາເຂົ້າ ແລະ ຈັດຈໍາໜ່າຍນໍ້າມັນເຊື້ອໄຟ, ສະຖານີບໍລິການປໍ້ານໍ້າມັນ ແລະ ປໍ້າຕົວແທນ, ທຸລະກິດໃຫ້ເຊົ່າສາງນໍ້າມັນ. ປັດຈຸບັນສາມາດບັນຈຸ 5 ລ້ານ 1 ແສນລິດ ແລະ ກຳລັງຂະຫຍາຍສາງນໍ້າມັນຢູ່ນະຄອນຫຼວງວຽງຈັນ ສາມາດບັນຈຸ 2 ລ້ານ 80 ພັນລິດ, ພາຍຫຼັງສຳເລັດຈະສາມາດບັນຈຸແມ່ນ 7.180.000 ລິດ.

ໃນປີ 2018 ບໍລິສັດພວກເຮົາມີສ່ວນແບ່ງການຕະຫຼາດຢູ່ໃນອັນດັບ 5 ຖ້າທຽບບໍລິສັດທີ່ໄດ້ຮັບອະນຸຍາດດໍາເນີນທຸລະກິດນໍາເຂົ້ານໍ້າມັນເຊື້ອໄຟ ຈຳນວນ 11 ບໍລິສັດ ເຊິ່ງການສະເໜີອອກຈໍາໜ່າຍຫຸ້ນໄອພີໂອ ໃນຄັ້ງນີ້ມີທັງໝົດ 38.750.000 ຫຸ້ນ ມູນຄ່າກໍານົດຫຸ້ນລະ 1 ພັນກີບ ແລະ ມີນະໂຍບາຍປັນຜົນບໍ່ຕໍ່າກວ່າ 50% ຂອງກຳໄລສຸດທິຫຼັງຫັກເຂົ້າຄັງສໍາຮອງ. ສໍາລັບເງິນທີ່ໄດ້ຈາກການລະດົມທຶນແມ່ນຈະໃຊ້ເປັນທຶນໝູນວຽນ ແລະ ຂະຫຍາຍທຸລະກິດໂຮງງານກັ່ນນໍ້າມັນກາຊວນ “ ທ່ານ ສົມຫວັງ ກ່າວ ”.

ຂະນະທີ່, ທ່ານ ອານຸກອນ ສຸທຳມະວົງ ຮັກສາການຜູ້ອໍານວຍການໃຫຍ່ ບໍລິສັດຫຼັກຊັບລ້ານຊ້າງ ມະຫາຊົນ, ໃນຖານະເປັນທີ່ປຶກສາທາງດ້ານການເງິນ ແລະ ຜູ້ຄໍ້າປະກັນການອອກຈໍາໜ່າຍຫຸ້ນ ໄດ້ຊີ້ແຈງວ່າ: ເມື່ອເດືອນຕຸລາ 2018 ບໍລິສັດພວກເຮົາໄດ້ຮັບການມອບໝາຍໃຫ້ເປັນທີ່ປຶກສາດ້ານການເງິນ ເພື່ອກະກຽມຄວາມພ້ອມຮອບດ້ານໃນການລະດົມທຶນ ດ້ວຍການອອກຈໍາໜ່າຍຫຸ້ນສາມັນເພີ່ມທຶນໃຫ້ແກ່ມວນຊົນຄັ້ງທໍາອິດ ( IPO ) ແລະ ຈົດທະບຽນເພື່ອແລກປ່ຽນຊື້ – ຂາຍຢູ່ຕະຫຼາດຫຼັກຊັບລາວ, ມາເຖິງວັນທີ 5 ກໍລະກົດ 2019 ພວກເຮົາກໍໄດ້ມີການຍື່ນເອກະສານຟາຍລິ້ງ ( Filing ) ຕໍ່ສໍານັກງານ ຄຄຊ ແລະ ຍື່ນເອກະສານທົບທວນຄວາມເປັນໄປໄດ້ໃນການຈົດທະບຽນນໍາ ຕລຊລ.

ປັດຈຸບັນບໍລິສັດຍັງຢູ່ໃນຂັ້ນຕອນການພິຈາລະນາຈາກ ຄຄຊ ກ່ຽວກັບຈໍານວນຫຸ້ນ, ລາຄາຫຸ້ນ ແລະ ບັນຫາອື່ນໆທີ່ຕິດພັນ ຫຼັງຈາກທີ່ໄດ້ຍື່ນເອກະສານ Filing ສຳເລັດແລ້ວ. ສໍາລັບການຄໍ້າປະກັນການອອກຈໍາໜ່າຍຫຸ້ນ ແລະ ເປີດໃຫ້ການຈອງຊື້ຫຸ້ນນັ້ນ ບໍລິສັດຫຼັກຊັບລ້ານຊ້າງ ຈະໄດ້ຮ່ວມກັບ ບໍລິສັດຫຼັກຊັບ ລາວ – ຈີນ ຈໍາກັດ ແລະ ບໍລິສັດ BCEL-KT ເຊິ່ງພວກເຮົາຈະແຈ້ງການໃຫ້ບັນດາທ່ານຮັບຊາບ ພາຍຫຼັງທີ່ ສຄຄຊ ອະນຸຍາດຕາມຂໍ້ມູນທີ່ໄດ້ກ່າວມາຂ້າງເທິງ.

ໂອກາດນີ້, ທ່ານ ສົມຈິດ ອິນທະມິດ ຮອງລັດຖະມົນຕີກະຊວງອຸດສາຫະກໍາ ແລະ ການຄ້າ ກໍໄດ້ມີຄໍາເຫັນເພີ່ມຕື່ມວ່າ: ການທີ່ ບໍລິສັດ ເອເນໂກ້ ໄດນາມິກ ມະຫາຊົນ ມີແຜນລະດົມທຶນ ແລະ ນໍາໃຊ້ເຕັກໂນໂລຊີ ຈາກປະເທດຍີ່ປຸ່ນ ມາຜະລິດນໍ້າມັນໃນຄັ້ງນີ້ເຫັນວ່າມັນເປັນການເປີດສັກກະຫຼາດໃໝ່ຂອງວົງການທຸລະກິດນໍ້າມັນຢູ່ ສປປ ລາວ ເນື່ອງຈາກໄລຍະທີ່ຜ່ານມາຍັງບໍ່ທັນມີບໍລິສັດໃດນໍາໃຊ້ເຕັກໂນໂລຊີແບບນີ້ມາກ່ອນ, ຂ້າພະເຈົ້າຫວັງຢ່າງຍິ່ງວ່າທຸກທ່ານທີ່ເຂົ້າຮ່ວມງານໃນຄັ້ງນີ້ຈະເປັນຜູ້ຊ່ວຍຊຸກຍູ້ໃຫ້ບໍລິສັດຂອງລາວເຮົາໃຫ້ມີວິວັດທະນາການທີ່ດີ ແລະ ຂະຫຍາຍຕົວຂຶ້ນເທື່ອລະກ້າວ ເພື່ອຍົກລະດັບການດຳເນີນທຸລະກິດຂອງບໍລິສັດໃຫ້ມີກໍາໄລເພີ່ມຂຶ້ນເທື່ອລະກ້າວ ແລະ ສາມາດຈ່າຍເງິນປັນຜົນໃຫ້ກັບຜູ້ລົງທຶນ.

ພາຍໃນງານດັ່ງກ່າວຍັງມີການລົງນາມເຊັນສັນຍາຊື້ – ຂາຍເຄື່ອງຈັກຜະລິດນໍ້າມັນກາຊວນ ລະຫວ່າງ ບໍລິສັດ ເອເນໂກ້ ໄດນາມິກ ມະຫາຊົນ ກັບ ບໍລິສັດ ເອເນໂກ້ ອິນເວສເມັນ ພີທີອີ ຈໍາກັດ ຈາກປະເທດຍີ່ປຸ່ນ ຕື່ມອີກ.

ພິທີດັ່ງກ່າວຈັດຂຶ້ນໃນວັນທີ 25 ທັນວາ 2019 ຜ່ານມາ ທີ່ໂຮງແຮມລາວພລາຊາ ນະຄອນຫຼວງວຽງຈັນ ໃຫ້ກຽດເຂົ້າຮ່ວມຂອງ ທ່ານ ສົມຈິດ ອິນທະມິດ ລັດຖະມົນຕີກະຊວງອຸດສາຫະກຳ ແລະ ການຄ້າ, ທ່ານ ວຽງຄຳ ວັນສີລາລົມ ຮອງຫົວໜ້າສໍານັກງານຄະນະກໍາ ມະການຄຸ້ມຄອງຫຼັກຊັບ ( ສຄຄຊ ), ມີບັນດາທ່ານຜູ້ຕາງໜ້າຈາກຕະຫຼາດຫຼັກຊັບລາວ ແລະ ຂາຫຸ້ນເຂົ້າຮ່ວມ.