ຮອງນາຍົກເນັ້ນ ການຂະຫຍາຍສະຖານີນາເຕີຍຕ້ອງຮອງຮັບການພັດທະນາທີ່ຈະມີຂຶ້ນໃນອະນາຄົດ

220

ວັນທີ 25 ທັນວາ 2019 ທ່ານ ບຸນທອງ ຈິດມະນີ ຮອງນາຍົກລັດຖະມົນຕີ, ປະທານຄະນະກວດກາສູນກາງພັກ, ປະທານອົງການກວດກາລັດຖະບານ ແລະ ຫົວໜ້າອົງການຕ້ານການສໍ້ລາດບັງຫຼວງຂັ້ນສູນກາງ, ຫົວໜ້າຄະນະຊີ້ນໍາໂຄງການກໍ່ສ້າງທາງລົດໄຟ ລາວ – ຈີນ ພ້ອມຄະນະ ໄດ້ໄປຢ້ຽມຢາມ ແລະ ຊຸກຍູ້ວຽກງານການກະກຽມກອງປະຊຸມໃຫຍ່ 3 ຂັ້ນຂອງພັກ ແລະ ຊຸກຍູ້ການກໍ່ສ້າງທາງລົດໄຟ ໂຄງການກໍ່ສ້າງທາງລົດໄຟ ລາວ – ຈີນ ຢູ່ແຂວງຫຼວງນໍ້າທາ ໂດຍເນັ້ນໜັກການຂະຫຍາຍສະຖານີນາເຕີຍ ໃຫ້ສາມາດຮອງຮັບການພັດທະນາ ແລະ ຄວາມຮຽກຮ້ອງຕ້ອງການໃນການເຊື່ອມໂຍງກັບປະເທດໃກ້ຄຽງກໍຄືພາກພື້ນ ແລະ ສາກົນໃນອະນາຄົດ.

ໂອກາດດັ່ງກ່າວ ທ່ານ ບຸນຍີ່ ແກ້ວຄູນເມືອງ ຮອງເຈົ້າແຂວງຫຼວງນໍ້າທາ ໄດ້ລາຍງານວ່າ: ເສດຖະກິດແຂວງຫຼວງນ້ຳທາໄດ້ຂະຫຍາຍຕົວຢ່າງຕໍ່ເນື່ອງຢູ່ໃນລະດັບ 8,99% ຕໍ່ປີ, ສະເລ່ຍລາຍຮັບຕໍ່ຫົວຄົນໄດ້ 1.796 ໂດລາສະຫະລັດ, ໄດ້ຊຸກຍູ້ສົ່ງເສີມກະສິກໍາສະອາດ, ການປູກຝັງ – ລ້ຽງສັດເພື່ອສະໜອງໃຫ້ແກ່ຕະຫຼາດພາຍໃນ ແລະ ຈໍານວນໜຶ່ງກໍສົ່ງອອກໄປຕ່າງປະເທດ, ການຄຸ້ມຄອງລາຍຮັບ – ປະຕິບັດລາຍຈ່າຍກໍໄປຕາມລະບຽບການ ແລະ ກົດໝາຍ, ການຂຸດຄົ້ນລາຍຮັບເຂົ້າງົບປະມານກໍເຮັດໄດ້ດີ ໂດຍສະເພາະ 2 – 3 ປີຜ່ານມາ ແມ່ນປະຕິບັດໄດ້ລື່ນຄາດໝາຍ, ປີ 2018 ປະຕິບັດໄດ້ 118% ຂອງແຜນການປີ, 9 ເດືອນຕົ້ນປີ 2019 ນີ້ການເກັບລາຍຮັບເຂົ້າງົບປະມານພູດສູນກາງປະຕິບັດໄດ້ 56,84% ພູດທ້ອງຖິ່ນປະຕິບັດໄດ້ 82,25%.

ທ່ານ ທອງແດງ ສິດທິສົນ ຫົວໜ້າຄະນະກໍາມະການໄກ່ເກ່ຍ, ເບີກຈ່າຍຄ່າຊົດເຊີຍຜົນກະທົບຈາກໂຄງການກໍ່ສ້າງທາງລົດໄຟ ລາວ – ຈີນ ໄລຍະຜ່ານແຂວງຫຼວງນໍ້າທາ ລາຍງານໃຫ້ຮູ້ວ່າ: ທາງລົດໄຟ ລາວ – ຈີນ ມີຄວາມຍາວທັງໝົດ 409 ກິໂລແມັດ. ໃນນີ້, ຜ່ານແຂວງຫຼວງນໍ້າທາ 16,9 ກິໂລແມັດ ປະກອບມີ 2 ສະຖານີ ຄື: ສະຖານີບໍ່ເຕ່ນ ແລະ ສະຖານີນາເຕີຍ, ກໍ່ສ້າງອຸມົງ 3 ແຫ່ງ ຄື: ອຸມົງມິດຕະພາບ ລາວ – ຈີນ, ອຸມົງບໍ່ເຕ່ນ ແລະ ອຸມົງຕີນຕົກ ມີ ຄວາມຍາວທັງໝົດ 10.051,5 ແມັດ, ເຈາະໄດ້ 9.362,1 ແມັດ ເທົ່າກັບ 93,1%. ມາເຖິງປັດຈຸບັນ ບໍລິສັດ ກໍ່ສ້າງທາງລົດໄຟ ເລກ 5 ແລະ ບໍລິສັດ ກໍ່ສ້າງທາງລົດໄຟເລກ 2 ( ຜູ້ຮັບເໝົາກໍ່ສ້າງຈາກ ສປ ຈີນ ທີ່ກໍ່ສ້າງສັນຍາໄລຍະທີ 1 ) ໄດ້ສໍາເລັດການເຈາະອຸມົງແລ້ວ 2 ແຫ່ງ ຄື: ອຸມົງບໍ່ເຕ່ນ ແລະ ອຸມົງຫີນຕົກ.

ສ່ວນວຽກງານໄກ່ເກ່ຍແກ້ໄຂຜົນກະທົບຄະນະກຳມະການໄກ່ເກ່ຍຂັ້ນແຂວງ, ເມືອງ ກໍໄດ້ເອົາໃຈໃສ່ ແລະ ມີຜົນຢ່າງຕໍ່ເນື່ອງ, ມາຮອດທ້າຍເດືອນກັນຍາ ປີ 2019 ກໍສາມາດມອບພື້ນທີ່ໃຫ້ໂຄງການໄດ້ດໍາເນີນການກໍ່ສ້າງ 100% ຂອງແລວທາງລົດໄຟທີ່ມີຄວາມຍາວທັງໝົດ 16,9 ກິໂລແມັດ ທີ່ເສັ້ນທາງລົດ ໄຟ ລາວ – ຈີນ ຜ່ານແຂວງຫຼວງນໍ້າທາ. ສໍາລັບຄວາມຄືບໜ້າໃນການກໍ່ສ້າງທາງລົດໄຟ ລາວ – ຈີນ ໄລຍະຜ່ານແຂວງຫຼວງນໍ້າທາ ມາເຖິງປັດຈຸບັນສໍາເລັດແລ້ວ 89% ເຊິ່ງໃນນັ້ນຍັງບໍ່ທັນລວມວຽກຕິດຕັ້ງລາງລົດໄຟຟ້າ ແລະ ລະບົບໄຟຟ້າເພື່ອສະໜອງໃຫ້ລົດໄຟ.

ທ່ານ ບຸນທອງ ຈິດມະນີ ກໍໄດ້ໃຫ້ກຽດໂອ້ລົມ ແລະ ມີທິດຊີ້ນຳຕໍ່ຄະນະພັກ – ຄະນະນໍາຂອງແຂວງ ແລະໄດ້ເນັ້ນໃຫ້ອົງການແຕ່ລະຂັ້ນພ້ອມກັນສືບຕໍ່ນຳພາຊີ້ນຳການພັດທະນາຕາມຂອບເຂດຄວາມຮັບຜິດຊອບຂອງຕົນ ໃຫ້ມີຄວາມກ້າວໜ້າຢ່າງເປັນຮູບປະທຳ.

ສ່ວນການກໍ່ສ້າງທາງລົດໄຟ ລາວ – ຈີນ ທ່ານໄດ້ເນັ້ນໜັກໃຫ້ຄະນະຮັບຜິດຊອບເອົາໃຈໃສ່ສໍາຫຼວດຄືນການອອກແບບກໍ່ສ້າງ ແລະ ການຂະຫຍາຍສະຖານີນາເຕີຍ ໃຫ້ມີຄວາມເໝາະສົມ, ສາມາດຮອງຮັບການພັດທະນາທີ່ຈະມີຂຶ້ນໃນອະນາຄົດ ແລະ ສາມາດຮອງຮັບກັບ ຄວາມຮຽກຮ້ອງຕ້ອງການ ໃນການເຊື່ອມໂຍງກັບປະເທດໃກ້ຄຽງກໍຄືພາກພື້ນ ແລະ ສາກົນໃນອະນາຄົດ.