ກະຊວງ ພບ ກວດກາເຂັ້ມງວດບັນດາເຂື່ອນເພື່ອຮັບປະກັນຄວາມປອດໄພ

183

ທ່ານ ຄໍາມະນີ ອິນທິລາດ ລັດຖະມົນຕີກະຊວງພະລັງງານ ແລະ ບໍ່ແຮ່ ໃຫ້ສໍາພາດໃນໂອກາດເຂົ້າຮ່ວມກອງປະຊຸມລັດຖະບານເປີດກວ້າງ ຄັ້ງທີ 2 ໃນວັນທີ 19 – 20 ທັນວາ ວ່າ: ກະຊວງພະລັງງານ ແລະ ບໍ່ແຮ່ ໄດ້ເພີ່ມທະວີຄວາມຮັບຜິດຊອບຂອງຕົນ ໃນການຮັບປະກັນຄວາມປອດໄພຂອງເຂື່ອນໃນທົ່ວປະເທດ ທີ່ໄດ້ກໍາລັງກໍ່ສ້າງ ແລະ ດໍາເນີນການຜະລິດໄຟຟ້າ ລວມທັງໂຄງການທີ່ກໍາລັງຢູ່ໃນຂັ້ນຕອນການສຶກສາຄວາມເປັນໄປໄດ້ຂອງໂຄງການ ກໍຈໍາເປັນຕ້ອງຄໍານຶງເຖິງຄວາມປອດໄພ ດ້ວຍປັດໄຈກົມກຽວກັນລະ ຫວ່າງ ຄວາມປອດໄພ, ຄຸນນະພາບ ແລະ ສິ່ງແວດລ້ອມ ເຊິ່ງຜ່ານມາກະຊວງພະລັງງານ ແລະ ບໍ່ແຮ່ ກໍໄດ້ແຕ່ງຕັ້ງຄະນະສະເພາະກິດຂອງຕົນຂຶ້ນ ເພື່ອດໍາເນີນການກວດສອບ ແລະ ກວດກາບັນຫາເຕັກນິກການກໍ່ສ້າງ ແລະ ເຝົ້າຕິດຕາມການບໍລິຫານຈັດການນໍ້າ ຂອງເຂື່ອນໄຟຟ້າທັງໝົດໃນຂອບເຂດທົ່ວປະເທດ ໂດຍໄດ້ປະສານງານກັບບັນດາອົງການຈັດຕັ້ງສາກົນຕ່າງໆ ເພື່ອຂໍການຊ່ວຍເຫຼືອດ້ານວິຊາການ ແລະ ງົບປະມານ ເພື່ອດໍາເນີນການທົບທວນ ແລະ ກວດກາຄືນຄວາມປອດໄພຂອງເຂື່ອນທັງໝົດທີ່ພວມດໍາເນີນງານ ແລະ ກໍາລັງກໍ່ສ້າງ ເຊິ່ງໄດ້ມີມາດຕະການໃນການຈັດແບ່ງບຸລິມະສິດ ແລະ ເປົ້າໝາຍຂອງການທົບທວນ, ກວດສອບ ແລະ ກວດກາສຸກເສີນຄວາມປອດໄພຂອງເຂື່ອນເຊິ່ງໄດ້ຈັດສັນ ດັ່ງນີ້:

ບຸລິມະສິດທີ 1 ດໍາເນີນການກວດສອບ, ກວດກາ ແລະ ທົບທວນຄືນບັນດາໂຄງການທີ່ກໍາລັງດໍາເນີນການກໍ່ສ້າງ.

ບຸລິມະສິດທີ 2 ດໍາເນີນການກວດສອບ, ກວດກາ ແລະ ທົບທວນຄືນບັນດາໂຄງການທີ່ກໍາລັງດໍາເນີນງານ.

ບຸລິມະສິດທີ 3 ດໍາເນີນການກວດສອບ, ກວດກາ ແລະ ທົບທວນຄືນບັນດາໂຄງການທີ່ກໍາລັງກະກຽມ ແລະ ກໍາລັງສຶກສາຄວາມເປັນໄປໄດ້.

ນອກນັ້ນ, ການປັບປຸງ ແລະ ຄຸ້ມຄອງໂຄງການພັດທະນາພະລັງງານໄຟຟ້າ ໃຫ້ມີຄຸນນະພາບຄວາມປອດໄພໄດ້ມາດຕະຖານສາກົນ ຂະແໜງພວກເຮົາກໍໄດ້ເອົາໃຈໃສ່ຢ່າງຕັ້ງໜ້າ ເຊັ່ນ: ດໍາເນີນການກວດກາໃນໄລຍະສຶກສາຄວາມເປັນໄປໄດ້ຂອງໂຄງການ, ໄລຍະກໍ່ສ້າງໂຄງການ ແລະ ໄລຍະດໍາເນີນງານຂອງໂຄງການ ແລະ ໄດ້ເອົາໃຈໃສ່ພັດທະນາຊັບພະຍາກອນມະນຸດໃນຂະແໜງການ ເພື່ອປະກອບສ່ວນສ້າງຄວາມເຂັ້ມແຂງດ້ານບຸກຄະລາກອນ ທີ່ເປັນເງື່ອນໄຂສໍາຄັນໃນການບຸກທະລຸດ້ານວິຊາການ, ເອົາໃຈໃສ່ຮ່ວມມືກັບສາກົນ ແລະ ຜູ້ພັດທະນາໂຄງການໃນການກວດກາການອອກແບບ, ກວດກາບັນດາເອກະສານໂຄງການ ແລະ ກວດກາພາກສະໜາມຢ່າງເປັນລະບົບຄົບຊຸດ ພ້ອມທັງສະເໜີວິທີທາງແກ້ໄຂບັນຫາໃນກໍລະນີທີ່ພົບເຫັນ ເພື່ອແກ້ໄຂບັນຫາໃຫ້ທັນສະພາບການ, ທ່ານລັດຖະມົນຕີກ່າວ.

ທ່ານກ່າວຕື່ມວ່າ: ນອກນັ້ນກະຊວງພະລັງງານ ແລະ ບໍ່ແຮ່ ໄດ້ສຸມຄວາມພະຍາຍາມໃນການສ້າງ ແລະ ປັບປຸງກົນໄກການຄຸ້ມຄອງດ້ານຄວາມປອດໄພຂອງເຂື່ອນໃຫ້ມີຄວາມໜັກແໜ້ນ ເຊັ່ນ: ສ້າງຕັ້ງອົງການ ຄວາມປອດໄພຂອງເຂື່ອນໃນຕໍ່ໜ້າ ເຊັ່ນ: ສ້າງຕັ້ງຄະນະກໍາມະການເຂື່ອນໃຫຍ່ຂອງລາວ ( LAOCOLD ) ເພື່ອກະກຽມແກ່ການສະໝັກເຂົ້າເປັນສະມາຊິກຂອງອົງການເຂື່ອນ ໃຫຍ່ສາກົນ ( ICOLD ) ກໍເປັນເງື່ອນໄຂໜຶ່ງທີ່ຈະສ້າງຄວາມບຸກທະລຸດ້ານຄວາມເຂັ້ມແຂງ ທາງດ້ານເຕັກນິກວິຊາການຂອງຂະແໜງການພະລັງງານໄຟຟ້າຢູ່ ສປປ ລາວ ຂອງພວກເຮົາໃຫ້ມີຄວາມໜັກແໜ້ນເຂັ້ມແຂງ.

ຄະນະກໍາມະການເຂື່ອນ ໃຫຍ່ຂອງລາວ ( LAO-COLD ) ຈະເປັນບ່ອນເຕົ້າໂຮມບັນດາວິຊາການຂອງລາວ ແລະ ຕ່າງປະເທດ ທີ່ເປັນສະມາຊິກທີ່ເຄື່ອນໄຫວຢູ່ ສປປ ລາວ ຈະເປັນຜູ້ໃຫ້ຄໍາແນະນໍາ ຝຶກອົບຮົມແລກປ່ຽນດ້ານວິຊາການ, ຖ່າຍທອດເຕັກໂນໂລຊີ ແລະ ນະວັດຕະກໍາໃໝ່ທີ່ທັນສະໄໝໃຫ້ແກ່ບັນດາວິສະວະກອນຂອງປະເທດເຮົາ ແລະ ແລກປ່ຽນທາງດ້ານວິຊາການຕ່າງໆກັບອົງການເຂື່ອນໃຫຍ່ສາກົນ ( ICOLD ) ທີ່ມີສະມາຊິກເປັນນັກວິສະວະກອນຈາກຫຼາຍປະເທດ ເພື່ອສ້າງມາດຕະຖານດ້ານຄວາມປອດໄພ ໃຫ້ຕິດພັນກັບຄວາມຍືນຍົງໃນການພັດທະນາຂະແໜງການພະລັງງານໄຟຟ້າຢູ່ ສປປ ລາວ.