ບໍລິສັດ ລາວເວີນ ມະຫາຊົນ ຈັບສະຫຼາກມອບໂຊກໃຫ້ລູກຄ້າ

243

ວັນທີ 25 ທັນວາ 2019 ບໍລິສັດ ລາວເວີນ ມະຫາຊົນ ຈັດພິທີສະເຫຼີມສະຫຼອງຄົບຮອບ 15 ປີ ແລະ ໄດ້ຈັບສະຫຼາກມອບໂຊກໃຫ້ບັນດາລູກຄ້າເພື່ອແທນຄໍາຂອບໃຈ ເຂົ້າຮ່ວມຂອງ ທ່ານ ສີບຸນທໍາ ສີບຸນມີ ຜູ້ອໍານວຍການໃຫຍ່ ບໍລິສັດ ລາວເວີນ ມະຫາຊົນ, ທ່ານ ຄໍາເຟືອງ ດວງບຸດດີ ຮອງຜູ້ອໍານວຍການໃຫຍ່ຝ່າຍການເງິນ – ການບັນຊີ ບໍລິສັດ ລາວເວີນ ມະຫາຊົນ ພ້ອມດ້ວຍບັນດາພະນັກງານ ແລະ ມວນຊົນເຂົ້າຮ່ວມ.

ບໍລິສັດ ລາວເວີນ ມະຫາຊົນ ໄດ້ຮັບການສ້າງຕັ້ງຂຶ້ນໃນປີ 2004 ຕະຫຼອດໄລຍະ 15 ປີ ໄດ້ມີການເຕີບໃຫຍ່ຂະຫຍາຍຕົວຢ່າງບໍ່ຢຸດຢັ້ງ ຈົນກາຍເປັນບໍລິສັດໜຶ່ງທີ່ມີຊື່ສຽງທັງພາຍໃນ ແລະ ຕ່າງປະເທດ ເພື່ອສະແດງເຖິງຄວາມເຄົາລົບນັບຖື, ຄວາມຊື່ສັດ ແລະ ຮູ້ບຸນຄຸນຕໍ່ກັບບັນດານັກທຸລະກິດ, ແມ່ຄ້າຊາວຂາຍ ຕະຫຼອດຮອດປະຊາຊົນທີ່ໃຫ້ຄວາມເຊື່ອໝັ້ນເຂົ້າມາໃຊ້ບໍລິການ ບໍລິສັດ ລາວເວີນ ມະຫາຊົນ ຈຶ່ງຄືນກໍາໄລໃຫ້ລູກຄ້າແທນຄໍາຂອບໃຈລວມມູນຄ່າທັງໝົດກວ່າ 170 ລ້ານກີບ ໂດຍຜູ້ທີ່ໂຊກດີໄດ້ຮັບລາງວັນມີດັ່ງນີ້:

ລາງວັນ 1 ລົດໃຫຍ່ ຊູຊູກິ ມູນຄ່າ 141 ລ້ານກີບ 1 ລາງວັນໄດ້ແກ່: ທ່ານ ອານຸສັກ ຊົມສີຫາປັນຍາ ບ້ານຮ່ອງຄ້າ ເມືອງຈັນທະບູລີ ນະຄອນຫຼວງວຽງຈັນ; ລາງວັນທີ 2 ລົດຈັກໂຄລາວ 2 ລາງວັນ ໄດ້ແກ່: ທ່ານ ພອນຈະເລີນ ພິມມະສອນ ບ້ານໄຮ່ ເມືອງໄຊທານີ ນະຄອນຫຼວງວຽງຈັນ ແລະ ທ່ານ ນາງ ພຸດດາວັນ ຄໍາເພັງໄຊ ບ້ານນາຊອນ ເມືອງປາກງື່ມ ນະຄອນຫຼວງວຽງຈັນ; ລາງວັນທີ 3 ຄໍາໜັກ 1 ບາດ 2 ລາງວັນ ໄດ້ແກ່: ທ່ານ ນາງ ແສງດາວອນ ເລີດຖາວອນ ບ້ານຂົວຫຼວງ ເມືອງຈັນທະບູລີ ນະຄອນຫຼວງວຽງຈັນ ແລະ ທ່ານ ນາງ ວິໄລສັກ ແກ້ວພິລາວົງ ບ້ານດົງນາໂຊກເໜືອ ເມືອງສີໂຄດຕະບອງ ນະຄອນຫຼວງວຽງຈັນ ແລະ ລາງວັນທີ 4 ໂທລະພາບ 49 ນິ້ວ ຈໍານວນ 2 ລາງວັນ ໄດ້ແກ່: ທ່ານ ນາງ ນິລັດດາ ພະຊຸມໄຊ ບ້ານນໍ້າກ້ຽງ ເມືອງນາຊາຍທອງ ນະຄອນຫຼວງວຽງຈັນ ແລະ ທ່ານ ເຂັມປະດິດ ເພັດອານຸສອນ ບ້ານຊໍາເກດ ເມືອງສີໂຄດຕະບອງ ນະຄອນຫຼວງວຽງຈັນ.