ຍົກລະດັບເຕັກນິກແກ໊ສຊີວະພາບ ໃຫ້ພະນັກງານ – ລັດຖະກອນ

276

ພະນັກງານ – ລັດຖະກອນລາວ ໄດ້ຮັບການຍົກລະດັບດ້ານເຕັກນິກແກ໊ສຊີວະພາບ ໂດຍຊຸດອົບຮົມດັ່ງກ່າວໄດ້ລົງກໍ່ສ້າງ ແລະ ຕິດຕັ້ງບໍ່ອາຍແກ໊ສຊີວະພາບ ເພື່ອຮຽນຮູ້ໃນພາກປະຕິບັດຕົວຈິງທີ່ບ້ານດ່ານຊ້າງ ເມືອງໄຊທານີ ນະຄອນຫຼວງວຽງຈັນ ເພື່ອສາທິດໃນການໃຊ້ຫຸງຕົ້ມໃນຄົວເຮືອນ.

ພິທີປິດຊຸດອົບຮົມດັ່ງກ່າວໄດ້ຈັດຂຶ້ນໃນວັນທີ 25 ທັນວານີ້ ທີ່ສູນຝຶກອົບຮົມແນວລາວສ້າງຊາດ ໂດຍມີ ທ່ານ ແຄນທອງ ສີສຸວົງ ຮອງປະທານຄະນະກໍາມະການຮ່ວມມື ລາວ – ຈີນ ແລະ ສຳມະນາກອນຈາກກະຊວງວິທະຍາສາດ ແລະ ເຕັກໂນໂລຊີ ກະຊວງກະສິກໍາ ແລະ ປ່າໄມ້, ກະຊວງພະລັງງານ – ບໍ່ແຮ່, ກະຊວງຊັບພະຍາກອນທໍາມະຊາດ ແລະ ສິ່ງແວດລ້ອມ ເຂົ້າຮ່ວມ.

ຊຸດຝຶກອົບຮົມຄັ້ງນີ້ໄດ້ຮັບການສະໜັບສະໜູນຈາກ ກະຊວງການຄ້າແຫ່ງ ສປ ຈີນ, ສະຖາບັນວິທະຍາສາດແກ໊ສຊີວະພາບ ກະຊວງກະສິກໍາ ແລະ ຊົນນະບົດແຫ່ງ ສປ ຈີນ ຮ່ວມກັບຄະນະກໍາມະການຮ່ວມມື ລາວ – ຈີນ, ກະຊວງແຜນການ ແລະ ການລົງທຶນ ໂດຍມີຊ່ຽວຊານ, ຄູ – ອາຈານຈາກ ສປ ຈີນ ມາໃຫ້ຄວາມຮູ້.

ທ່ານ ເຣີ້ນ ສຽວບິນ ຫົວໜ້າສູນຝຶກອົບຮົມສະຖາບັນວິທະຍາສາດແກ໊ສຊີວະພາບ ກະຊວງກະສິກໍາ ແລະ ຊົນນະບົດ ແຫ່ງ ສປ ຈີນ ໄດ້ກ່າວວ່າ: ການອົບຮົມຄັ້ງນີ້ເປັນປີທີ 3 ທີ່ຈັດຂຶ້ນຢູ່ ສປປ ລາວ, ຕະຫຼອດໄລຍະ 56 ວັນ ຂອງການຝຶກອົບຮົມທີ່ຜ່ານມານັ້ນ ນອກຈາກໄດ້ຮຽນທິດສະດີແລ້ວຍັງໄດ້ລົງເລິກພາກປະຕິບັດຕົວຈິງຕື່ມອີກ. ສະນັ້ນ, ເຫັນໄດ້ວ່າສໍາມະນາກອນມີຄວາມຕັ້ງໃຈເປັນຢ່າງສູງໃນການຮຽນ ແລະ ການລົງພາກປະຕິບັດຕົວຈິງໄດ້ດີພໍສົມຄວນ.

ທ່ານ ລີເນີງປິນ ຜູ້ຕາງໜ້າສໍານັກງານທີ່ປຶກສາດ້ານເສດຖະກິດ – ການຄ້າ ສະຖານທູດ ສປ ຈີນ ປະຈໍາ ສປປ ລາວ ໄດ້ກ່າວວ່າ: ການພັດທະນາຊັບພະຍາກອນມະນຸດ ເປັນໜຶ່ງໃນບັນດາການຮ່ວມມືທີ່ສໍາຄັນລະຫວ່າງສອງປະເທດ, ໃນປີທີ່ຜ່ານມາຝ່າຍຈີນ ໄດ້ສະໜອງການຝຶກອົບຮົມໃຫ້ຝ່າຍລາວ ໄດ້ມີການເພີ່ມຂຶ້ນຢ່າງຕໍ່ເນື່ອງ ປີ 2019 ຝ່າຍຈີນ ໄດ້ຈັດຝຶກອົບຮົມໃຫ້ພະນັກງານ – ລັດຖະກອນລາວ 1.600 ກວ່າທ່ານ.