ເຂື່ອນນໍ້າອູໄລຍະ II ເປີດເດີນເຄື່ອງໜ່ວຍທໍາອິດ​, ຄາດປີໜ້າໄດ້ຜະລິດເຕັມຮູບແບບ

230

ເຂຶ່ອນໄຟຟ້ານ້ຳອູຖືເປັນໂຄງການແຫ່ງຄວາມຫວັງໜຶ່ງຂອງປະເທດເຮົາ ເພາະມີເຖິງ 7 ເຂື່ອນ ເມື່ອເປີດເດີນເຄື່ອງຢ່າງເຕັມຮູບແບບຈະສາມາດຜະລິດກະແສໄຟຟ້າໄດ້ທັງໝົດ 1.272.000 KW ເທົ່າກັບ 12% ຂອງຍອດຜະລິດໄຟຟ້າລວມຂອງລາວ.

ຕາມຂ່າວCRI: ວັນທີ 26 ທັນວາ 2019 ທີ່ແຂວງຫຼວງພະບາງ, ກຸ່ມບໍລິສັດ​ພະ​ລັງ​ງານ​ໄຟ​ຟ້າ​ຈີນ ໄດ້ຈັດພິທີສະເຫຼີມສະຫຼອງ​ຜົນສໍາເລັດການຜະລິດພະ​ລັງ​ງານໄຟຟ້າຈາກເຄື່ອງຈັກ​ເຄື່ອງທໍາອິດ ຂອງໂຄງການເຂື່ອນໄຟຟ້ານໍ້າອູໄລຍະ II. ໃຫ້ກຽດເຂົ້າຮ່ວມໂດຍທ່ານ ຄໍາມະນີ ອິນທິລາດ ລັດຖະມົນຕີກະຊວງພະລັງງານ ແລະບໍ່ແຮ່, ທ່ານ ຈ່ຽງຈ່າຍ​ຕຸ່ງ ເອກອັກຄະລັດຖະທູດ ສປ ຈີນປະຈໍາ ສປປ ລາວ, ທ່ານ ຫຼີ​ຢ້ຽນໝິງ ຮອງ​ຜູ້ອໍານວຍ ການກຸ່ມບໍລິສັດ​ພະ​ລັງ​ງານ​ໄຟ​ຟ້າ​ຈີນແລະມີບັນດາລັດຖະມົນຕີ, ຜູ້​ຕາງ​ໜ້າພາກສ່ວນຮັບຜິດຊອບ ທີ່ກ່ຽວຂ້ອງຂອງສອງປະເທດລາວ-ຈີນເຂົ້າຮ່ວມ.

ທ່ານ ຄໍາມະນີ ອິນທິລາດກ່າວວ່າ: ໂຄງການເຂື່ອນໄຟຟ້ານໍ້າອູແມ່ນໂຄງການພັດທະນາອຸດສາຫະກໍາພະລັງງານໄຟຟ້າທີ່ມີຄວາມສໍາຄັນ, ມີລັກສະນະຍຸດທະສາດ ຂອງ ສປປ ລາວ ແລະໄດ້ຖືກກໍານົດຢູ່ໃນແຜນຍຸດທະສາດການພັດທະນາອຸດສາຫະກໍາພະລັງງານຮອດປີ 2020 ແລະຮອດປີ 2025, ນອກນັ້ນ ຍັງແມ່ນໂຄງການທີ່ເປັນມິດກັບສິ່ງແວດລ້ອມ ແລະເມື່ອສ້າງສໍາເລັດທຸກໂຄງການ ກໍ່ຈະເປັນການຜະລິດ ພະລັງງານໄຟຟ້າທີ່ມີປະລິມານສູງ, ໄດ້ມາດຕະຖານ ແລະແມ່ນການຜະລິດ​ພະ​ລັງ​ງານໄຟຟ້າທີ່ມີຄວາມຍືນຍົງ.

ທ່ານ ຈ່ຽງຈ້າຍຕຸ່ງ ໄດ້ສະແດງຄວາມຂອບໃຈມາຍັງລັດຖະບານ ກໍຄືປະຊາຊົນລາວທີ່ ໄດ້ໃຫ້ການສະໜັບສະໜູນ ແລະຊ່ວຍເຫຼືອໃນການສ້າງໂຄງການດັ່ງກ່າວ, ທ່ານກ່າວວ່າ: ການຜະລິດ​ພະ​ລັງ​ງານໄຟຟ້າໃນຄັ້ງນີ້ເປັນຜົນສຳເລັດແຫ່ງການຈັດຕັ້ງປະຕິບັດຂໍ້ຕົກລົງທີ່ສຳຄັນ ລະຫວ່າງການນຳສູງສຸດຂອງສອງປະເທດຈີນ-ລາວ ກໍຄືການສົ່ງເສີມການສ້າງຄູ່ ຮ່ວມຊາຕາກຳຈີນ-ລາວນຳກັນອີກດ້ວຍ. ຫວັງວ່າ ວິສາຫະກິດຈີນຢູ່ລາວ​ຈະ​ຖື​ເອົາຜົນສຳເລັດໃນຄັ້ງນີ້ ເປັນຈຸດເລີ່ມຕົ້ນໃໝ່ ແລະສືບຕໍ່ເສີມຂະຫຍາຍບົດບາດຢ່າງຕັ້ງໜ້າ ກວ່າເກົ່າ.

ຕາມຂໍ້ມູນຍັງໃຫ້ຮູ້ວ່າ ເຂື່ອນໄຟຟ້ານ້ຳອູເປັນການລົງທຶນກໍ່ສ້າງໂດຍບໍລິສັດພະລັງ​ງານ​ໄຟ​ຟ້າ​ຈີນ​ຈຳ​ກັດ ເຊິ່ງມີກໍາລັງຕິດຕັ້ງໄຟຟ້າທັງໝົດ 1.272.000 KW, ​ມີ​ມູນ​ຄ່າ​ການລົງທຶນປະມານ 2,8 ຕື້ໂດລາສະຫະລັດ ໂດຍໄດ້ພັດທະນາການກໍ່ສ້າງເຂື່ອນໄຟຟ້າ 7 ເຂື່ອນແບ່ງອອກເປັນ 2 ໄລຍະ, ໄລຍະທີ I ລວມມີ ເຂື່ອນໄຟຟ້ານ້ຳອູ 2, 5 ແລະ6, ທີ່ເຫຼືອເປັນໄລຍະທີ II. ຄາດວ່າຮອດປີ 2020 ຈະ​ສາ​ມາດ​ເປີດ​ນຳ​ໃຊ້​ໄດ້​ອີກ 4 ເຂື່ອນຂອງ ​ໂຄງ​ການໄລຍະທີ II.

ພາຍຫຼັງເຂື່ອນໄຟຟ້ານ້ຳອູທັງ 7 ເຂື່ອນສ້າງສຳເລັດ ແລ້ວ ຈະສາມາດຜະລິດພະລັງງານໄຟຟ້າ​ໄດ້ 12% ຂອງ​ພະ​ລັງ​ງານ​ໄຟ​ຟ້າ​ທົ່ວປະເທດລາວ ຜົນສໍາເລັດ ເຫຼົ່ານີ້ບໍ່ພຽງແຕ່ຈະສາມາດຫຼຸດຜ່ອນສະພາບຂາດແຄນໄຟຟ້າຢູ່ພາກເໜືອຂອງລາວເທົ່ານັ້ນ ແຕ່ຍັງຈະສາມາດຍົກລະດັບການສ້າງຕະໜ່າງໄຟຟ້າ ກໍຄືການສົ່ງເສີມການສົ່ງ​ອອກໄຟຟ້າສູ່ຕ່າງປະເທດອີກດ້ວຍ.

ຂ່າວຈາກ : CRI