ສ້າງສູນຂໍ້ມູນຂ່າວສານແຜ່ນດິນໄຫວ ຊ່ວຍເຕືອນໄພເຫດການລ່ວງໜ້າ

115

ເນື່ອງຈາກໄລຍະຜ່ານມາ ສປປ ລາວ ບໍ່ທັນມີສູນຂໍ້ມູນຂ່າວສານແຈ້ງເຕືອນໄພ ກ່ຽວກັບແຜ່ນດິນໄຫວເທື່ອ. ສະນັ້ນ, ໃນເວລາເກີດມີເຫດການຈຶ່ງບໍ່ສາມາດແຈ້ງການໃຫ້ປະຊາຊົນຮັບຮູ້ໄດ້ລ່ວງໜ້າ ຍ້ອນແນວນັ້ນ, ຈຶ່ງສົ່ງຜົນໃຫ້ມີຜົນກະທົບຕໍ່ປັດໄຈການດຳລົງຊີວິດຂອງພໍ່ແມ່ປະຊາຊົນ.  ຍ້ອນເຫັນໄດ້ຄວາມສຳຄັນ ແລະ ຄວາມຈຳເປັນດັ່ງກ່າວ ລັດຖະບານຈີນ ຈຶ່ງໃຫ້ການຊ່ວຍເຫຼືອສ້າງສູນຂໍ້ມູນ-ຂ່າວສານແຜ່ນດິນໄຫວແຫ່ງຊາດໃຫ້ແກ່ ສປປ ລາວ ເພື່ອຊ່ວຍວິເຄາະຂໍ້ມູນ, ການລາຍງານ, ການແຈ້ງຂໍ້ມູນ-ຂ່າວສານແຜ່ນດິນໄຫວຂະໜາດ 3 ຣິກເຕີ ຂຶ້ນເມືອໄດ້ຢ່າງວ່ອງໄວ, ທັນການ ແລະ ຫຼຸດຜ່ອນຄວາມເສຍຫາຍ.

ພິທີມອບ-ຮັບ ສູນຂໍ້ມູນຂ່າວສານແຜ່ນດິນໄຫວແຫ່ງຊາດລາວ ເຊິ່ງເປັນໂຄງການ ຊ່ວຍເຫຼືອຈາກລັດຖະບານ ສປ ຈີນ ໄດ້ຈັດຂຶ້ນໃນວັນທີ 20 ທັນວາ 2019 ທີ່ນະຄອນຫຼວງວຽງຈັນ ໂດຍການເຂົ້າຮ່ວມຂອງທ່ານ ໄຊນະຄອນ ອິນທະວົງ ຮອງລັດຖະມົນຕີ ກະຊວງຊັບພະຍາກອນ ທຳມະຊາດ ແລະ ສິ່ງແວດລ້ອມ, ທ່ານ ຫວາງ ຊີຫຸ່ຍ ທີ່ປຶກສາເສດຖະກິດ-ການຄ້າ ສະຖານທູດ ສປ ຈີນ ປະຈຳ ສປປ ລາວ ພ້ອມດ້ວຍພາກສ່ວນທີ່ກ່ຽວຂ້ອງຂອງສອງຝ່າຍເຂົ້າຮ່ວມ.

ສູນຂໍ້ມູນຂ່າວສານແຜ່ນດິນໄຫວແຫ່ງຊາດລາວຕັ້ງຢູ່ກົມອຸຕຸນິຍົມ ແລະ ອຸທົກກະສາດ ເປັນອາຄານ 2 ຊັ້ນ ລວມຫ້ອງການເຮັດວຽກ 12 ຫ້ອງ ເປັນຕົ້ນແມ່ນຫ້ອງເຄື່ອງຕິດຕາມແຜ່ນດິນໄຫວ, ຫ້ອງເຄື່ອງຮັບ-ສົ່ງຂໍ້ມູນ, ຫ້ອງຕິດຕາມລະບົບວິເຄາະຈຸດເກີດແຜ່ນດິນໄຫວ ແລະ ອື່ນໆ ຄາດວ່າຈະເລີ່ມໃຊ້ງານໃນປີ 2020.

ທ່ານ ຂັນມະນີ ຂຸນພົນ ຫົວໜ້າກົມອຸຕຸນິຍົມ ແລະອຸທົກກະສາດ ກະຊວງຊັບພະຍາກອນ ທຳມະຊາດ ແລະສິ່ງແວດລ້ອມ ໄດ້ສະແດງຄວາມຂອບໃຈຕໍ່ລັດຖະບານຈີນທີ່ໄດ້ໃຫ້ການສະໜັບສະໜູນ ແລະ ຊ່ວຍເຫຼືອ ສປປ ລາວ ໃນວຽກງານຕິດຕາມແຜ່ນດິນໄຫວ, ໂຄງການດັ່ງກ່າວເປັນການເພີ່ມທະວີ ແລະ ຍົກສູງຄວາມສາມາດໃນການວິເຄາະຂໍ້ມູນ, ການລາຍງານ, ການແຈ້ງຂໍ້ມູນຂ່າວສານແຜ່ນດິນໄຫວຂະ ໜາດ 3 ຣິກເຕີຂຶ້ນໄປໄດ້ຢ່າງວ່ອງໄວ ແລະ ທັນການ ເຊິ່ງມີຄວາມໝາຍສໍາຄັນຍິ່ງຕໍ່ການຫຼຸດຜ່ອນຄວາມເສຍຫາຍຂອງປະຊາຊົນ, ປ້ອງກັນ ແລະ ຫຼຸດຜ່ອນໄພພິບັດທໍາມະຊາດທາງທໍລະນີສາດໃນລາວກໍຄືພາກພື້ນ.

Cr: CRI-FM93: ຮູບພາບຈາກ ທຸກທິດທຸກທາງ