ດ່ວນ! ໃຜມີບັນຫາກ່ຽວກັບສົບມາປົວ ແລະ ຜ່າຕັດຟຣີ ທີ່ໂຮງໝໍມະໂຫສົດ

116

ຂ່າວດີ ສຳລັບພີ່ນ້ອງຊາວນະຄອນຫຼວງວຽງຈັນ ແລະ ບັນດາແຂວງໃກ້ຄຽງ ຜູ້ທີ່ມີບັນຫາເລື່ອງແຂ້ວ, ຄາງ, ໜ້າ, ສົບແຫວ່ງ-ເພດານໂຫວ່ ສາມາດເຂົ້າມາປິ່ນປົວ ແລະ ຜ່າຕັດໂດຍບໍ່ໄດ້ເສຍຄ່າ ຈາກທີມແພດທີ່ຊ່ຽວຊານຈາກປະເທດນີເທີແລນຢູ່ໂຮງໝໍມະໂຫສົດ ແລະ ໂຮງໝໍແຂວງຊຽງຂວາງ ໃນລະຫວ່າງວັນທີ 12-23 ມັງກອນ 2020 ນີ້.

ຜູ້ອຳນວຍການໂຮງໝໍມະໂຫສົດ ຈຶ່ງໄດ້ອອກແຈ້ງການເຖິງບັນດາພະນັກງານ, ທະຫານ, ຕຳຫຼວດ ຕະຫຼອດເຖິງພໍ່ແມ່ພີ່ນ້ອງ ປະຊາຊົນບັນດາເຜົ່າທຸກຊັ້ນຄົນຊາບວ່າ: ທີມແພດໂຮງໝໍມະໂຫສົດ ແລະ ທີມແພດຈາກມູນນິທິ The Gap Foundation ປະເທດເນເທີແລນ ແມ່ນຈະມາເຄື່ອນໄຫວກິດຈະກຳ ການຜ່າຕັດ, ແຂ້ວ, ຄາງ, ໜ້າສົບແວ່ງ-ເພດານໂຫວ່ ແລະ ການຜ່າຕັດປົວແປງອື່ນໆ (ໂດຍບໍ່0ດ້ເສຍຄ່າປິ່ນປົວ) ຢູ່ໂຮງໝໍມະໂຫສົດ ໃນວັນທີ 12-17 ມັງກອນ 2020 ແລະ ລົງເຄື່ອນໄຫວ ຢູ່ໂຮງໝໍແຂວງ ຊຽງຂວາງ ໃນວັນທີ 19 ຫາ 23 ມັງກອນ 2020.

ສຳລັບຢູ່ໂຮງໝໍມະໂຫສົດ ການລົງທະບຽນ, ກວດຄົນເຈັບ ແລະ ເຂົ້າແຜນຜ່າຕັດ ແມ່ນວັນທີ 12 ມັງກອນ 2020 ເວລາ 8:00 ໂມງ. ສ່ວນຢູ່ໂຮງໝໍຊຽງຂວາງ ການລົງທະບຽນ, ກວດຄົນເຈັບ ແລະ ເຂົ້າແຜນຜ່າຕັດ ແມ່ນວັນທີ 19 ມັງກອນ 2020 ເວລາ 8:00 ໂມງ.