ຫຼວງນໍ້າທາ ເນັ້ນສົ່ງເສີມກະສິກຳເປັນສິນຄ້າປາຍແຫຼມເປົ້າໝາຍເພື່ອສົ່ງອອກ

228

ແຂວງຫຼວງນໍ້າທາ ເປັນແຂວງໜຶ່ງທີ່ມີທ່າແຮງໃນການຜະລິດກະສິກຳເປັນສິນຄ້າ ເຊິ່ງສາມາດສະໜອງໃຫ້ແກ່ພາຍໃນ ແລະ ຕ່າງປະເທດເປັນຕົ້ນແມ່ນ: ການປູກຢາງພາລາ, ອ້ອຍ, ມັນຕົ້ນ, ສາລີ, ໝາກອື ແລະ ອື່ນໆ ເຊິ່ງສາມາດສ້າງລາຍຮັບໃຫ້ປະຊາຊົນ, ພ້ອມນັ້ນ ຍັງເຮັດໃຫ້ສະພາບເສດຖະກິດຂອງແຂວງຂະຫຍາຍຕົວຢ່າງຕໍ່ເນື່ອງໃນລະດັບ 8,99% ຕໍ່ປີ, ສະເລ່ຍລາຍຮັບຕໍ່ຫົວຄົນໄດ້ 1.796 ໂດລາສະຫະລັດ.

ທ່ານ ບຸນຍີ່ ແກ້ວຄູນເມືອງ ຮອງເຈົ້າແຂວງໆຫຼວງນໍ້າທາ ໄດ້ລາຍງານສະພາບການພັດທະນາຂອງແຂວງ ໃນໂອກາດທີ່ ທ່ານ ບຸນທອງ ຈິດມະນີ ຮອງລັດຖະມົນຕີ ພ້ອມຄະນະ ລົງຢ້ຽມຢາມ ແລະ ເຮັດວຽກຢູ່ແຂວງຫຼວງນໍ້າທາໃນວັນທີ 25 ທັນວາ 2019ວ່າ: ເສດຖະກິດຂອງແຂວງມີການຂະຫຍາຍຕົວຢ່າງຕໍ່ເນື່ອງ ໃນລະດັບ 8,99% ຕໍ່ປີ, ສະເລ່ຍລາຍຮັບຕໍ່ຫົວຄົນໄດ້ 1.796 ໂດລາສະຫະລັດ. ຊຸກຍູ້ສົ່ງເສີມກະສິກໍາສະອາດ, ການປູກຝັງ-ລ້ຽງສັດເປັນຕົ້ນແມ່ນ: ປູກຢາງພາລາ, ອ້ອຍ, ມັນຕົ້ນ, ສາລີ, ໝາກອື, ໝາກນໍ້າມັນ, ພືດຕະກຸນຖົ່ວ ແລະ ລ້ຽງສັດປະເພດງົວ, ຄວາຍ, ແບ້, ໝູ, ປາ ແລະ ສັດປີກ ເພື່ອສະໜອງໃຫ້ແກ່ຕະຫຼາດພາຍໃນ ແລະ ຈໍານວນໜຶ່ງກໍ່ຂາຍສົ່ງອອກຕ່າງປະເທດ.

ສ່ວນການຂຸດຄົ້ນລາຍຮັບເຂົ້າງົບປະມານກໍ່ເຮັດໄດ້ດີ, ໂດຍສະເພາະ 2-3 ປີຜ່ານມາແມ່ນປະຕິບັດໄດ້ລື່ນຄາດໝາຍຄື: ປີ 2018 ປະຕິບັດໄດ້ 118% ຂອງແຜນການປີ, 9 ເດືອນຕົ້ນປີ 2019 ນີ້ການເກັບລາຍຮັບເຂົ້າງົບປະມານສູນກາງປະຕິບັດໄດ້ 56,84% ທ້ອງຖິ່ນປະຕິບັດໄດ້ 82,25%.

ດ້ານພື້ນຖານໂຄງລ່າງກໍ່ໄດ້ຮັບການປົກປັກຮັກສາ, ກໍ່ສ້າງ-ສ້ອມແປງ ແລະ ຍົກລະດັບເຮັດໃຫ້ການສັນຈອນໄປມາໄດ້ປົກກະຕິ. ເຊິ່ງມາຮອດປັດຈຸບັນ ບ້ານທີ່ມີທາງລົດເຂົ້າເຖິງກວມ 99,4% ຂອງຈໍານວນບ້ານໃນທົ່ວແຂວງ, ປະຊາຊົນໄດ້ຊົມໃຊ້ໄຟຟ້າກວມ 89,18% ຂອງຈໍານວນຄົວເຮືອນໃນທົ່ວແຂວງ ແລະ ໄດ້ນໍາໃຊ້ນໍ້າສະອາດກວມ 98%.

ພ້ອມນັ້ນ, ກໍ່ໄດ້ເອົາໃຈໃສ່ໄກ່ເກ່ຍ, ແກ້ໄຂ ແລະ ຕິດຕາມ ແລະ ອໍານວຍຄວາມສະດວກ ໃຫ້ແກ່ໂຄງການກໍ່ສ້າງທາງລົດໄຟລາວ-ຈີນ ຊ່ວງຜ່ານແຂວງຫຼວງນໍ້າທາ 16,9 ກິໂລແມັດ, ໄດ້ປັບປຸງລະບົບການເມືອງແຕ່ລະຂັ້ນໃຫ້ໜັກແໜ້ນເຂັ້ມແຂງ, ລະບົບກົງຈັກການບໍລິຫານລັດມີຄວາມກະທັດຮັດ, ໂປ່ງໃສ ແລະ ສອດຄ່ອງກັບສະພາບຄວາມເປັນຈິງ.

ທີ່ມາ: ຂ່າວສານຫຼວງນໍ້າທາ