ຫາລືການນຳໃຊ້ດິຈິຕອລ ເຂົ້າໃນການເງິນຈຸລະພາກ

125

ສະມາຄົມການເງິນຈຸລະພາກ ໄດ້ຈັດກອງປະຊຸມການເຂົ້າເຖິງບໍລິການທາງດ້ານການເງິນ ປະຈໍາປີ 2019 ພາຍໃຕ້ຫົວຂໍ້: “ ການນໍາໃຊ້ລະບົບດິຈິຕອລ ແລະ ຄວາມຮັບຜິດຊອບຕໍ່ສັງຄົມ ໃນການບໍລິການທາງດ້ານການເງິນຂອງຂະແໜງການເງິນຈຸລະພາກໃນ ສປປ ລາວ ”. ເປົ້າໝາຍກໍເພື່ອໃຫ້ຮູ້ກ່ຽວກັບພາບລວມຂອງການນຳໃຊ້ລະບົບດິຈິຕອລ ເຂົ້າໃນການບໍລິການດ້ານການເງິນ ( Fintech ) ລວມທັງທ່າອ່ຽງ, ຍຸດທະສາດທາງດ້ານດິຈິຕອລ ແລະ ວິເຄາະເຖິງຜົນປະໂຫຍດຂອງດິຈິຕອລ.

ສຳລັບການເຂົ້າເຖິງການບໍລິການທາງດ້ານການເງິນທີ່ມີຄວາມຮັບຜິດຊອບຕໍ່ສັງຄົມໃຫ້ສູງຂຶ້ນ.

ທ່ານ ອາລຸນ ບຸນຍົງ ຫົວໜ້າກົມຄຸ້ມຄອງສະຖາບັນການເງິນທະນາຄານ ແຫ່ງ ສປປ ລາວ ກ່າວບາງຕອນສໍາຄັນວ່າ: ການສ້າງສະພາບແວດລ້ອມທີ່ເອື້ອອຳນວຍໃຫ້ແກ່ນະວັດຕະກຳໃໝ່ໆເກີດຂຶ້ນ ກ່ຽວກັບການບໍລິການດ້ານການເງິນດິຈິຕອລ ແມ່ນໜຶ່ງ ຄວາມຮັບຜິດຊອບທີ່ສຳຄັນຂອງຜູ້ຄຸ້ມຄອງ ເພື່ອເຮັດແນວໃດໃຫ້ການສົ່ງເສີມການບໍລິການການເງິນຢ່າງມີຄວາມຮັບຜິດຊອບ ແລະ ໃຫ້ບໍລິການທາງດ້ານການເງິນດິຈິຕອລຢ່າງທົ່ວເຖິງ. ພ້ອມກັນນັ້ນ, ຍັງເປັນການປົກປ້ອງລູກຄ້າໄປໃນຕົວ. ພ້ອມດຽວກັນນີ້, ການມີກົດລະບຽບທີ່ຮັດກຸມກໍເປັນປັດໄຈໜຶ່ງ ເພື່ອເຮັດໃຫ້ການເຂົ້າເຖິງການບໍລິການທາງດ້ານການເງິນແບບດິຈິຕອລມີບ່ອນອີງໃນການຈັດຕັ້ງປະຕິບັດ. ຕາມຈຸດປະສົງທີ່ໄດ້ກ່າວມາຂ້າງເທິງນັ້ນ ການສ້າງຄວາມສົມດຸນຂອງນະວັດຕະກຳ ແລະ ການຮັກສາຄວາມສ່ຽງທີ່ອາດຈະເກີດຂຶ້ນໃຫ້ຢູ່ໃນລະດັບທີ່ຄວບຄຸມໄດ້ ຈະເອື້ອອຳນວຍໃຫ້ການພັດທະນາເສດຖະກິດ – ສັງຄົມລາວໃນອະນາຄົດຕໍ່ໜ້າ. ສະນັ້ນ, ການເຂົ້າມາມີສ່ວນຮ່ວມລະຫວ່າງພາກສ່ວນຂອງລັດ ໃນການສ້າງນິຕິກຳ ກ່ຽວຂ້ອງກັບວຽກງານການເງິນດິຈິຕອລມີຄວາມໝາຍຄວາມສຳຄັນ. ພ້ອມນີ້, ກໍຈະເປັນການຊຸກຍູ້ໃຫ້ວຽກງານດັ່ງກ່າວຮັບໃຊ້ວຽກງານແຕ່ລະພາກສ່ວນໃນການໃຫ້ບໍລິການແກ່ສັງຄົມໂດຍລວມ.

ທ່ານ ສົມພອນ ສີແສງລັດ ປະທານສະມາຄົມການເງິນຈຸລະພາກ ກ່າວຕື່ມວ່າ: ຈຸດປະສົງຂອງການສົນທະນາໃນກອງ ປະຊຸມຄັ້ງນີ້ ແມ່ນເພື່ອ ວິເຄາະ – ວິໄຈກ່ຽວກັບ ຄວາມສາມາດຂອງຂະແໜງການເງິນເຮັດຫຍັງໄດ້ແດ່ກ່ຽວກັບການເງິນດິຈິຕອລ. ທັງນີ້, ເພື່ອຫຼຸດຊ່ອງວ່າງໃນການເຂົ້າເຖິງການບໍລິການທາງດ້ານການເງິນໃນລາວ ລວມທັງສິ່ງທ້າທາຍຂອງການບໍລິການດ້ານການເງິນ ຖືເປັນຈຸດສຳຄັນທີ່ພວກເຮົາຕ້ອງໄດ້ຮັບການແກ້ໄຂ ໄປຄຽງຄູ່ກັບການນໍາໃຊ້ເຕັກໂນໂລຊີເຂົ້າໃນການບໍລິການດ້ານການເງິນທີ່ເປັນໂອກາດ ແລະ ສິ່ງທ້າທາຍສຳລັບການເງິນດິຈິຕອລ.

ໃນກອງປະຊຸມຍັງໄດ້ມີການສົນທະນາໃນຫຼາຍຫົວຂໍ້ ເປັນຕົ້ນແມ່ນ: 1). ລະບົບນິເວດຂອງການເງິນດິຈິຕອລ ແລະ ຜົນກະທົບຂອງດິຈິຕອລ ໃນການເຂົ້າເຖິງການບໍລິການດ້ານການເງິນໃນລາວ; 2). ຄວາມຮັບຜິດຊອບດ້ານສັງຄົມຂອງຂະແໜງການເງິນຈຸລະພາກໃນລາວ; 3). ຄວາມຮັບຜິດຊອບດ້ານສັງຄົມຂອງຂະແໜງການເງິນຈຸລະພາກໃນລາວ; 4). ຜົນກະທົບຕໍ່ລູກຄ້າ ແລະ ຄວາມຍືນຍົງອື່ນໆ.

ນອກນັ້ນ, ຍັງມີຫຼາຍຫົວຂໍ້ທີ່ຍົກຂຶ້ນມາປຶກສາຫາລືຕື່ມ ເປັນຕົ້ນແມ່ນ: ຜູ້ໃຫ້ບໍລິການການເງິນດິຈິຕອລໃນລາວຜ່ານມາ ແລະ ປັດຈຸບັນເປັນແນວໃດ? ການມີສ່ວນຮ່ວມໃນລະບົບນິເວດຂອງຜູ້ໃຫ້ບໍລິການການເງິນດິຈິຕອລ ແລະ ມີຫຍັງແດ່ອາດມີຜົນໃນອະນາຄົດຂອງການເຂົ້າເຖິງບໍລິການດ້ານການເງິນໃນລາວ, ຄວາມສາມາດທີ່ເຮັດໃຫ້ເກີດການເງິນດິຈິຕອລໃນລາວ.
ກອງປະຊຸມດັ່ງກ່າວຈັດຂຶ້ນໃນວັນທີ 25 ທັນວາ 2019 ທີ່ໂຮງແຮມຄຣາວ ພລາຊາ ນະຄອນຫຼວງວຽງຈັນ ໂດຍມີບັນດາຜູ້ຕາງໜ້າຈາກທະນາຄານແຫ່ງ ສປປ ລາວ, ບັນດາກະຊວງທີ່ກ່ຽວຂ້ອງ ແລະ ສະຖາບັນການເງິນທົ່ວປະເທດເຂົ້າຮ່ວມແລກປ່ຽນຄຳຄິດເຫັນຢ່າງກົງໄປກົງມາ.

[ ຂ່າວ – ຮູບ: ສົມສະຫວິນ ]