ເສດຖະກິດສະຫວັນນະເຂດ ອາດຂະຫຍາຍຕົວບໍ່ບັນລຸແຜນ

268

ສະຫວັນນະເຂດ ຄາດເສດຖະກິດໝົດປີ 2019 ຈະຂະຫຍາຍຕົວຢູ່ທີ່ 9,2% ຕາມແຜນແມ່ນຢູ່ທີ່ 9,5% ລາຍຮັບສະເລ່ຍຕໍ່ຫົວຄົນຈະຢູ່ທີ່ 2.126 ໂດລາ, ຂະນະທີ່ຂະແໜງອຸດສາຫະກຳຂະຫຍາຍຕົວລື່ນແຜນ.

ທ່ານ ໂພໄຊ ໄຊຍະສອນ ຮອງເຈົ້າແຂວງສະຫວັນນະເຂດ ໄດ້ລາຍງານໂດຍຫຍໍ້ກ່ຽວກັບການຕີລາຄາຮອບດ້ານຂອງຄະນະບໍລິຫານງານພັກແຂວງ ໃນປີ 2019 ແລະ ບາງຈຸດສຸມໃນປີ 2020 ຕໍ່ກອງປະຊຸມຄົບຄະນະບໍລິຫານງານພັກແຂວງສະຫວັນນະເຂດເປີດກວ້າງ ຄັ້ງທີ 8 ສະໄໝທີ VIII ໄດ້ຈັດຂຶ້ນໃນລະຫວ່າງວັນທີ 23 – 25 ທັນວາ 2019 ວ່າ: ໄລຍະ 1 ປີຜ່ານມາ ວຽກງານ ປກຊ – ປກສ ທົ່ວແຂວງໄດ້ສ້າງບ້ານປ້ອງກັນຊາດເຂັ້ມແຂງໄດ້ 73 ບ້ານ ເທົ່າກັບ 28,29%, ສ້າງບ້ານປ້ອງກັນຄວາມສະຫງົບດີໄດ້ແລ້ວ 909 ບ້ານ ເພີ່ມຂຶ້ນ 68 ບ້ານ ເທົ່າກັບ 88,94% ຂອງແຜນການ, ດ້ານການພັດທະນາຊົນນະບົດ ແລະ ລຶບລ້າງ ຄວາມທຸກຍາກ ແລະ ວຽກງານ 3 ສ້າງ ມາຮອດປັດຈຸບັນທົ່ວແຂວງຍັງເຫຼືອບ້ານທຸກຍາກ 94 ບ້ານ ທຽບໃສ່ປີ 2016 ຫຼຸດລົງ 55 ບ້ານ, ຄອບຄົວທຸກຍາກຍັງເຫຼືອ 7.048 ຄອບຄົວ ທຽບໃສ່ປີ 2016 ຫຼຸດລົງ 1.585 ຄອບຄົວ.

ດ້ານເສດຖະກິດມະຫາພາກຄາດວ່າໝົດປີ 2019 ເສດຖະກິດແຂວງຈະຂະຫຍາຍຕົວຢູ່ໃນລະດັບ 9,2% ( ແຜນການ 9,5% ) ຄິດເປັນມູນຄ່າ 18.928,6 ຕື້ກີບ ( ແຜນການປີ 18.987,78 ຕື້ກີບ ) ສະເລ່ຍຕໍ່ຫົວຄົນ 2.126 ໂດລາສະຫະລັດ.

ສ່ວນຂະແໜງກະສິກຳຄາດວ່າຈະຂະຫຍາຍຕົວ 2% ເນື່ອງຈາກການຜະລິດເຂົ້ານາປີປະມານ 599.231 ໂຕນ ເທົ່າກັບ 68,75% ຂອງແຜນການ ( ແຜນການ 871.610 ໂຕນ ) ສາເຫດທີ່ເຮັດໃຫ້ຜົນຜະລິດບໍ່ໄດ້ຕາມແຜນການແມ່ນຍ້ອນໃນລະດູການຜະລິດເຂົ້ານາປີໄດ້ເກີດຝົນຂາດໄລຍະປັກດຳ, ຕໍ່ມາກໍເກີດມີສະພາບໄພນ້ຳຖ້ວມໜັກຕື່ມອີກ.

ດ້ານຂະແໜງອຸດສາຫະກຳຈະຂະຫຍາຍຕົວໃນລະດັບ 13,46% ລື່ນແຜນການ 0,84%, ຂະແໜງບໍລິການຄາດວ່າຈະຂະຫຍາຍຕົວຢູ່ໃນລະດັບ 10,09% ຫຼຸດລົງ 0,8% ປັດໄຈທີ່ເຮັດບໍ່ໄດ້ຕາມແຜນການຍ້ອນການເກັບລາຍຮັບພາສີຫຼາຍລາຍການຢູ່ໃນຂອບຂອງ AFTA ໃນອັດຕາ 0% ແລະ ປັດໄຈອື່ນໆ.

ດ້ານການລົງທຶນຂອງລັດປະຕິບັດໄດ້ ທັງໝົດ 366 ໂຄງການ, ມີມູນຄ່າ 206,85 ຕື້ກີບ ເທົ່າກັບ 96,80%. ໃນນີ້, ເປັນທຶນພາຍໃນ 85,56 ຕື້ກີບ ແລະ ທຶນຕ່າງປະເທດ 121,29 ຕື້ກີບ.