ເຕັກນິກການສ້າງແຮງຈູງໃຈໃຫ້ທີມງານທີ່ຜູ້ບໍລິຫານຈໍາເປັນຕ້ອງມີ

271

ຜູ້ນໍາທີ່ດີນອກຈາກຄວາມສາມາດແລ້ວ ສິ່ງໜຶ່ງທີ່ຂາດບໍ່ໄດ້ຄືເຕັກນິກໃນການສ້າງແຮງຈູງໃຈໃຫ້ກັບພະນັກງານໃນອົງກອນ ຫຼື ທີມງານດ້ວຍ ຄວາມເຕັມໃຈ, ເຕັມປະສິດທິພາບ ແລະ ມີຄວາມສຸກໃນການເຮັດວຽກຢ່າງເຕັມທີ່ ເຊິ່ງກ່ອນຈະກ້າວໄປເຖິງຈຸດນັ້ນໄດ້ກໍຕ້ອງໄດ້ມີການຊອກຮູ້ – ຮໍ່າຮຽນທັງໃນບົດຮຽນ ແລະ ປະສົບການຕົວຈິງຫຼາຍສົມຄວນ ເພາະຜູ້ນໍາປຽບເໝືອນກັບຕັນທີມທີ່ເປັນຜູ້ຕັດສິນໃຈເພື່ອປະຄອງເຮືອໃຫ້ໄປເຖິງຝັ່ງ ຫຼື ຈະຫຼົ້ມກາງວັງກໍຂຶ້ນກັບຜູ້ນຳນິແຫຼະ!.

ທ່ານ ຈັນທະລີ ແສນວິໄລວົງ ຜູ້ບໍລິຫານສະຖາບັນການເງິນຈຸລະພາກທີ່ບໍ່ຮັບເງິນຝາກໄຊນິຍົມ ໃຫ້ທັດສະນະກ່ຽວກັບບາງປັດໄຈທີ່ຈໍາເປັນໃນການເຮັດວຽກໃຫ້ມີປະສິດທິຜົນສູງສຸດ ເຊິ່ງຜູ້ນໍາທີ່ດີຈຶ່ງຄວນມີຄຸນສົມບັດ ດັ່ງນີ້:

1 ຕ້ອງມີຄວາມຄິດລິເລີ່ມ: ຖ້າຕ້ອງການໃຫ້ສິ່ງໃດ “ ເກີດຂຶ້ນ ” ຜູ້ນໍາທີ່ດີຈະເລີ່ມຕົ້ນ “ ເຮັດໃຫ້ມັນເກີດຂຶ້ນ ” ເມື່ອທີມງານເຫັນຜູ້ນໍາຂອງເຂົາເປັນຜູ້ລິເລີ່ມແລ້ວ ຄົງບໍ່ແມ່ນເລື່ອງຍາກທີ່ພວກເຂົາຈະຄິດເຊັ່ນນັ້ນນຳ.

2 ຮັບຟັງຄວາມຄິດເຫັນ: ຜູ້ນໍາທີ່ດີມັກຈະຕັ້ງຄໍາຖາມເພື່ອໃຫ້ທີມງານໄດ້ມີໂອກາດໃນການສົນທະນາແລກປ່ຽນ ຄວາມຄິດເຫັນກັນສະເໝີ ເຊັ່ນ: ມີວິທີໃດແດ່ທີ່ເຮົາສາມາດໃຊ້ເພື່ອຈຸດປະກາຍໃຫ້ພະນັກງານຕື່ນເຕັ້ນກັບການເພີ່ມປະລິມານການເຮັດວຽກໃນທຸກໆມື້.

3 ເປັນຜູ້ນໍາຈາກແຖວໜ້າ: ພະນັກງານມີຄວາມຕ້ອງການກໍາລັງໃຈຫຼາຍກວ່າການຖືກກໍານົດໃຫ້ເຮັດວຽກແນວນັ້ນແນວນີ້ ຫຼື ຖືກມອບວຽກໃຫ້ເຮັດໂດຍບໍ່ສາມາດປະຕິເສດໄດ້. ດັ່ງນັ້ນ, ຜູ້ນໍາທີ່ດີຈົ່ງເປັນຄົນເບິ່ງກວ້າງມອງໄກ ແລ້ວເຮັດໃນສິ່ງທີ່ຕົນເອງຖະໜັດ ແລະ ພັດທະນາໃຫ້ທີມງານມີຄວາມຄິດສ້າງສັນຫຼາຍຂຶ້ນ ຈຶ່ງຖືເປັນຜູ້ນໍາທີ່ມີຄວາມເໝາະສົມຢືນຢູ່ໃນແຖວໜ້າຂອງອົງກອນໄດ້.

4 ເຂົ້າໃຈບັນຫາຢ່າງເລິກເຊິ່ງ: ການເປັນຜູ້ນໍາ ບໍ່ແມ່ນພອນສະຫວັນທີ່ຕິດຕົວມາແຕ່ກໍາເນີດ, ແຕ່ມາຈາກການຮຽນຮູ້ ແລະ ຝຶກຝົນອ່ານໜັງສື ລວມທັງປະສົບການຕົວຈິງໃນການເຮັດວຽກ ແລະ ມີໂອກາດໄດ້ສົນທະນາແລກປ່ຽນ, ລະດົມຄວາມຄິດເຫັນກ່ຽວກັບ ຄວາມເປັນຜູ້ນໍາຢູ່ສະເໝີ ຈະເຮັດໃຫ້ສາມາດເຊື່ອມຊຶມໄດ້.

5 ຮູ້ຈັກບໍລິຫານຄົນ: ໂດຍພື້ນຖານແລ້ວເຮົາບໍ່ສາມາດບໍລິຫານຈັດການຕົວບຸກຄົນໄດ້, ແຕ່ສິ່ງທີ່ຜູ້ນໍາເຮັດຄືການບໍລິຫານຕາມມະຕິ, ຄໍາສັ່ງ ຫຼື ຂໍ້ຕົກລົງທີ່ອົງກອນເຫັນດີເປັນເອກະພາບຮັບຮອງເອົາ ແລ້ວນໍາມາຈັດຕັ້ງປະຕິບັດເປັນແຜນງານ – ໂຄງການ ແລະ ອອກຂໍ້ລະບຽບໃຫ້ກັບທີມງານລັກສະນະຜູ້ໃຫຍ່ກັບຜູ້ໃຫຍ່ ແລະ ເມື່ອໄດ້ຕົກລົງກັນແລ້ວ ພະນັກງານໃນທີມກໍບໍ່ຈໍາເປັນຕ້ອງຖືກບໍລິຫານອີກ, ແຕ່ສິ່ງທີ່ຈະໄດ້ຮັບການບໍລິຫານຈັດການກໍຄືລະບຽບນັ້ນເອງ.

6 ນໍາພາຜູ້ອື່ນດ້ວຍຄວາມກະຕືລືລົ້ນ: ເມື່ອເຮົາຕ້ອງການໃຫ້ສະມາຊິກໃນທີມເຮັດຫຍັງບາງຢ່າງກໍຈົ່ງສະແດງຄວາມກະຕືລືລົ້ນໃນສິ່ງທີ່ຕົວເອງຕ້ອງການຈະບອກກັບພວກເຂົາ ເພາະຄວາມກະຕືລືລົ້ນສາມາດສົ່ງຕໍ່ໄປຍັງຜູ້ອື່ນໄດ້ ຫາກເຮົາຕື່ນເຕັ້ນກັບຄວາມຄິດຂອງເຮົາແລ້ວຄົນອື່ນກໍຈະຕື່ນເຕັ້ນໄປຕາມ.

7 ມີສ່ວນຮ່ວມໃນການເຮັດວຽກ: ການຈູງໃຈທີ່ໄດ້ຜົນຄືການທີ່ຜູ້ນໍາລົງໄປມີສ່ວນຮ່ວມໃນການເຮັດວຽກ ເຊິ່ງຜູ້ນໍາທີ່ດີມັກຈະເວົ້າວ່າ: “ ທຸກຄົນມີຄວາມສະເໝີພາບເທົ່າທຽມກັນ ເມື່ອທຸລະກິດມີກໍາໄລທຸກຄົນກໍຈະໄດ້ໂບນັສຄືກັນ ” ເຊິ່ງຄໍາເວົ້າເຫຼົ່ານີ້ນອກຈາກຈະກະຕຸ້ນໃຫ້ເກີດການມີສ່ວນຮ່ວມແລ້ວ ຫາກເມື່ອທີມງານເຫັນຈິດວິນຍານໃນຕົວຜູ້ນໍາພວກເຂົາກໍມີແຮງຈູງໃຈທີ່ຈະເຮັດເຊັ່ນນັ້ນດ້ວຍ.

ທັງໝົດນີ້ລ້ວນແລ້ວແຕ່ເປັນວິທີການເລັກໜ້ອຍທີ່ນໍາມາຝາກ ແລະ ຢາກໃຫ້ລອງນຶກກັບໄປຕອນເຂົ້າເຮັດວຽກໃໝ່ໆ ວ່າຫົວໜ້າແບບໃດທີ່ເຮົາຕ້ອງການຢາກຈະເຮັດວຽກນຳ ແລະ ສິ່ງໃດທີ່ບໍ່ມັກກໍຄວນຫຼີກລຽງ ເພາະສຸຂະພາບຂອງອົງກອນເປັນເລື່ອງທີ່ສຳຄັນ, ປ່ຽນຈາກຄຳສັ່ງເປັນແນະນຳ ເຮັດໃຫ້ພະນັກງານເຮັດຕາມດ້ວຍຄວາມສະໝັກໃຈບໍ່ແມ່ນການບັງຄັບເທົ່ານີ້ກໍສຳເລັດແລ້ວ.

ໂດຍ: ສົມສະຫວິນ